ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນຫາງົບປະມານ ສຫລ ຕົກລົງກັນໄດ້ແລ້ວ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ບັນດາສະມາຊິກລັດຖະສະພາສະຫະລັດໄດ້ບັນລຸການ
ຕົກລົງທີ່ຈະຕັດການໃຊ້ຈ່າຍຫຼາຍພັນລ້ານໂດລາ ຈາກ
ງົບປະມານຂອງລັດຖະບານກາງສະຫະລັດ ແລະຫຼີກ
ລ່ຽງບໍ່ໃຫ້ມີການອັດກິດຈະການລັດຖະບານ ບໍ່ເທົ່າໃດ
ນາທີກ່ອນທີ່ເສັ້ນຕາຍໃນຕອນທ່ຽງຄືນມາຮອດ.

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາກ່າວວ່າ
ມັນເປັນການຕັດທີ່ເຈັບປວດ ໃນຂໍ້ຕົກລົງທີ່ໄດ້ບັນລຸກັນ
ໃນຕອນແລງຂອງວັນສຸກວານນີ້ຊຶ່ງຈະຕັດການໃຊ້ຈ່າຍ
ຕ່າງໆປະມານ 38 ພັນລ້ານໂດລາ ຈາກງົບປະມານປີ
2011.

ທັງສະພາສູງແລະສະພາຕໍ່າຂອງສະຫະລັດ ໄດ້ຮັບຜ່ານ
ການອະນຸມັດໃນການໃຊ້ຈ່າຍຊົ່ວຄາວ ຊຶ່ງພວມສົງໄປ
ໃຫ້ປະທານາທິບໍດີລົງນາມ. ເປັນທີ່ຄາດກັນວ່າການ
ລົງຄະແນນສຽງກ່ຽວກັບງົບປະມານທີ່ຄົບຖ້ວນຈະມີ
ການຂຶ້ນກາງອາທິດໜ້າ.

ຜູ້ນຳຂອງພັກຣີພັບບລີກັນໃນສະພາຕໍ່າຂອງສະຫະລັດທ່ານ John Boehner ກ່າວວ່າ
ມັນເປັນການຕໍ່ສູ້ທີ່ຍືດຍາວ ແຕ່ກໍເວົ້າວ່າມັນມີຄວາມສຳຄັນໃນການທີ່ຈະຕ້ອງຫຼຸດຜ່ອນ
ການໃຊ້ຈ່າຍເພື່ອສ້າງບັນຍາກາດທີ່ດີຂຶ້ນ ສຳລັບການສ້າງວຽກເຮັດງານທຳ.

ຜູ້ນຳຂອງພັກເດໂມແຄຣັທໃນສະພາສູງທ່ານ Harry Reid ກ່າວວ່າການຜ່ອນສັ້ນຜ່ອນ
ຍາວທີ່ວ່ານີ້ ແມ່ນສັບສົນຍຸ່ງຍາກ ແຕ່ມີຄວາມສຳຄັນສຳລັບປະເທດຊາດ. ທ່ານເວົ້າວ່າ
ຖ້າຊາວອະເມຣິກັນຕ້ອງໄດ້ທຳການເລືອກຫຼືຕັດສິນໃຈທີ່ຍາກໆແລ້ວສະມາຊິກລັດຖະ
ສະພາກໍຄວນເຮັດແບບດຽວກັນ.

ຖ້າຫາກບໍ່ມີການຕົກລົງກັນພະນັກງານຂອງລັດຖະບານກາງປະມານ 8 ແສນຄົນຂອງຈຳ
ນວນທັງໝົດ 1 ລ້ານ 9 ແສນຄົນ ກໍຈະຖືກສັ່ງໃຫ້ພັກການ ແລະການຈ່າຍເງິນເດືອນໃຫ້
ພວກທະຫານກໍຈະຖືກໂຈະ.

ໃນຕອນເຊົ້າຂອງມື້ວານນີ້ທ່ານ Reid ກ່າວວ່າ ງົບປະມານທັງໝົດຕົກລົງກັນບໍ່ໄດ້ຍ້ອນ
ບັນຫາຂໍ້ດຽວຄືພັກຣີພັບບລີກັນສະເໜີໃຫ້ຫ້າມນຳໃຊ້ເງິນ 300 ລ້ານໂດລາຂອງລັດຖະ
ບານກາງແກ່ກຸ່ມ Planned Parenhood ຊຶ່ງເປັນກຸ່ມໃຫ້ບໍລິການດ້ານການປິ່ນປົວສຸກ
ຂະພາບທີ່ຮວມທັງເຮັດແທ້ງລູກນຳດ້ວຍ. ແຕ່ຂໍ້ຕົກລົງທີ່ບັນລຸກັນໃນແລງວັນສຸກວານນີ້
ບໍ່ໄດ້ຮວມເອົາອັນທີ່ເອີ້ນວ່າຂໍ້ເພີ່ມຕື່ມກ່ຽວກັບບັນຫາສັງຄົມເຂົ້ານຳແຕ່ຢ່າງໃດ

XS
SM
MD
LG