ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ກ່າວວ່າ
ທ່ານຫວັງວ່າຈະໄດ້ຟັງລາຍງານຈາກພວກຜູ້ນຳລັດຖະສະ
ພາຂອງພັກຣີພັບບລີກັນ ແລະພັກເດໂມແຄຣັທ ໃນຕອນ
ເຊົ້າຂອງວັນສຸກມື້ນີ້ກ່ຽວກັບວ່າພວກເຂົາເຈົ້າໄດ້ບັນລຸການ
ຕົກລົງກັນຫຼືບໍ່ ໃນເລື່ອງງົບປະມານ ກ່ອນທີ່ການຢຸດປະຕິ
ບັດງານເປັນບາງສ່ວນຂອງລັດຖະບານຈະມີຜົນບັງຄັບໃຊ້
ໃນຕອນທ່ຽງຄືນຕາມເວລາທ້ອງຖິ່ນຫຼື 4 ໂມງຕາມເວລາ
ມາດຕະຖານສາກົນ.
ທ່ານໂອບາມາໄດ້ພົບປະກັບທ່ານ Harry Reid ຜູ້ນຳສຽງ
ສ່ວນຫຼາຍ ຂອງສະພາສູງສະຫະລັດ ຈາກພັກເດໂມແຄຣັທ
ແລະປະທານສະພາຕໍ່າທີ່ສັງກັດຣີພັບບລີກັນທ່ານ John
Boehner ທີ່ທຳນຽບຂາວໃນຄືນວັນພະຫັດວານນີ້ ເພື່ອ
ພະຍາຍາມທັບມ້າງສະພາບການບໍ່ໄປບໍ່ມາ ກ່ຽວກັບແຜນ
ການໃຊ້ຈ່າຍຂອງລັດຖະບານສຳລັບສົກງົບປະມານທີ່ຈະ
ສິ້ນສຸດລົງໃນເດືອນກັນຍາປີນີ້.
ປະທານາທິບໍດີໂອບາມາ ກ່າວຕໍ່ພວກນັກຂ່າວລຸນຫຼັງການພົບປະວ່າ ທັງສອງຝ່າຍໄດ້ສ້າງ
ຄວາມກ້າວໜ້າເພີ່ມຕື່ມແຕ່ກໍເວົ້າວ່າທ່ານຍັງບໍ່ທັນພ້ອມເທື່ອທີ່ຈະສະແດງຄວາມຫວັງໄປໃນ
ແງ່ທີ່ດີເທື່ອທີ່ວ່າ ການແກ້ໄຂຈະມີການບັນລຸການຕົກລົງກັນກ່ອນທີ່ເວລາຈະໝົດລົງ. ທ່ານ ກ່າວວ່າຄະນະເຈລະຈາຈະພາກັນເຮັດວຽກຕະ ຫຼອດຄືນໃນຄວາມພະຍາຍາມເພື່ອເສື່ອມປະ
ສານຄວາມແຕກຕ່າງທີ່ທັງສອງຝ່າຍມີ. ໃນເວລາຕໍ່ມາທຳນຽບຂາວປະກາດວ່າທ່ານໂອບາມາ
ໄດ້ຍົກເລີກແຜນ ການເດີນທາງໄປຍັງລັດອິນດຽນນາໃນວັນສຸກມື້ນີ້.
ໃນຖະແຫຼງການຮ່ວມນັ້ນ ທ່ານ Reid ແລະທ່ານ Boehner ຍັງໄດ້ຮັບຮູ້ວ່າ ພວກທ່ານ
ໄດ້ເຮັດໃຫ້ຄວາມແຕກຕ່າງທີ່ມີແຄບລົງ.
ຖ້າຫາກລັດຖະບານຢຸດປະຕິງານແທ້ ພວກຄົນງານຂອງລັດຖະບານກາງຫຼາຍຮ້ອຍພັນຄົນ
ກໍຈະຖືກສັ່ງໃຫ້ພັກການ ຫຼາຍໆພະແນກການຂອງລັດຖະບານ ກໍຈະໄດ້ຮັບການລົບກວນ
ແລະພວກທະຫານທີ່ພົວມທຳການສູ້ລົບຢູ່ກໍຈະບໍ່ໄດ້ຮັບເງິນເດືອນເຕັມ.
ທ່ານໂອບາມາກ່າວຢໍ້າວ່າການຢຸດປະຕິບັດງານຂອງລັດຖະບານຈະສ້າງຄວາມເສຍຫາຍໃຫ້
ແກ່ການຟື້ນໂຕຄືນຂອງເສດຖະກິດສະຫະລັດ.