ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຍັງຕົກລົງກັນບໍ່ໄດ້ ກ່ຽວກັບງົບປະມານ


A crowd in Meikhitla, Burma is looting merchandise from a shop, March 22, 2013. The shop owner is pleading for the crowd to not set fire to his store, telling them instead to take whatever they want. 
A crowd in Meikhitla, Burma is looting merchandise from a shop, March 22, 2013. The shop owner is pleading for the crowd to not set fire to his store, telling them instead to take whatever they want. 

ປະທານ​ສະພາ​ຕໍ່າ​ສະຫະລັດ​ກ່າວ​ວ່າ​ທ່ານ​ມີ​ຄວາມ​ຮູ້ສຶກ​ດີ​ໃຈ​ກ່ຽວ​ກັບການ​ທີ່ຈະ​ບັນລຸ​ການ​ປະນີປະນອມ​ກັນ​ໃນທີ່ສຸດນັ້ນ ໃນ​ຂະນະທີ່ພວກ​ສະມາຊິກ​ສະພາ ​ພວມຫາທາງທັບມ້າງ​ສະພາບ​ການ​ບໍ່​ໄປ​ບໍ່​ມາກ່ຽວ​ກັບ​ງົບປະມານ​ປະ​ຈໍາປີ 2011 ຂອງລັດຖະບານກາງສະຫະລັດ​.

ທ່ານ John Boehner ປະທານ​ສະພາ​ຕໍ່າ​ກ່າວ​ຕໍ່​ໂທລະພາບ​ສະຫະລັດ​ໃນ​ຕອນ​ເຊົ້າວັນ​ພະຫັດ​ມື້​ນີ້​ວ່າ ພວກ​ສະມາຊິກ​ສະພາ​ຈະ​ພາກັນ​ທໍາ​ການ​ເຄື່ອນ​ໄຫວ​ຢ່າງ​ໄວ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້​ ​ເພື່ອ​ໃຫ້​ແນ່​ໃຈວ່າລັດຖະບານ​ຈະເປີດ​ດໍາ​ເນີນ​ງານ​ຢູ່​ຕໍ່​ໄປ . ທ່ານ​ໄດ້​ຊຸກຍູ້​ໃຫ້​ມີ​ການ​ເອົາ​ມາດ​ຕະການຮັບຜ່ານການໃຊ້​ຈ່າຍ​ເງິນ​ຂອງ​ລັດຖະບານ​ໃນ​ໄລຍະ​ສັ້ນ​ສະບັບ​ໃໝ່ ​ເພື່ອ​ໃຫ້​ເງິນ​ແກ່​ລັດຖະບານດໍາ​ເນີນວຽກງານ​ຕໍ່​ໄປໄດ້​ຕື່ມ​ອີກ 1 ສັບປະດາ.

ໃນ​ແລງ​ວັນ​ພຸດ​ວານ​ນີ້ ທ່ານ Boehner ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີບາຣັກ​ໂອ​ບາ​ມາ ​ແລະ​ທ່ານ Harry Reid ຜູ້​ນຳ​ສຽງ​ຂ້າງ​ຫລາຍ​ໃນ​ສະພາສູງ​ສະຫະລັດ. ຫລັງ​ຈາກ​ການ​ພົບ​ປະກັນ​ແລ້ວ ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ພວກ​ສະມາຊິກ​ພັກ​ເດ​ໂມກຣັດ ​ແລະ​ພັກ republicans ​ໄດ້ຄວາມຄິດແຕກຕ່າງເລື້ອງ​ງົບປະມານ​ນີ້​ໄດ້ແຄບເຂົ້າ ​ແຕ່​ຍັງ​ບໍ່​ທັນ​ສາມາດ​ບັນລຸ​ຂໍ້​ຕົກລົງ​ກັນ​ເທື່ອ.

XS
SM
MD
LG