ລັດຖະບານປະທານາທິບໍດີ ດໍໂນລ ທຣຳ ໄດ້ຕ້ານຢັນຕໍ່ການຮຽກຮ້ອງເພີ້ມຂຶ້ນທຼັງຈາກ
ພາຍໃນປະເທດ ແລະຕ່າງປະເທດ ເພື່ອໂຈະເປັນການຊົ່ວຄາວບໍ່ໃຫ້ເຮືອບິນໂດຍ
ສານອາຍພົ່ນຊະນິດໃໝ່ທີ່ເຮັດຢູ່ໃນອາເມຣິການັ້ນຂຶ້ນບິນ ຍ້ອນໄດ້ຕົກເຖິງສອງເທື່ອ
ໃນໄລຍະຫົກເດືອນທີ່ຜ່ານມາເຮັດໃຫ້ມີຜູ້ເສຍຊີວິດ 350 ຄົນ.
ປະທານາທິບໍດີທຣຳ ໄດ້ພົວພັນກັບການສົນທະນາກ່ຽວກັບເຮືອບິນໂບອິງ 737-
Max 8 ອີງຕາມພວກເຈົ້າໜ້າທີ່ທຳນຽບຂາວ ຜູ້ທີ່ບໍ່ປະສົງບອກໃຫ້ຮູ້ວ່າ ທ່ານທຣຳ
ໄດ້ໂອ້ລົມກັບໃຜ.
ຫົວໜ້າບໍລິຫານຂອງບໍລິສັດໂບອິງ ທ່ານເດນນິສ ມຸຍເລັນເບີຣກ໌ ໄດ້ໃຫ້ການຄ້ຳ
ປະກັນຕໍ່ປະທານາທິບໍດີທຣຳ ໃນລະຫວ່າງການໂອ້ລົມທາງໂທລະສັບ ໃນວັນອັງ
ຄານວານນີ້ວ່າ ເຮືອບິນດັ່ງກ່າວແມ່ນເປັນທີ່ປອດໄພ ອີງຕາມພວກເຈົ້າໜ້າທີ່ຂອງ
ບໍລິສັດ.
ເຈົ້າໜ້າທີ່ທຳນຽຂາວໄດ້ຢືນຢັນວ່າ ການໂທລະສັບມີຂຶ້ນແທ້ ແຕ່ໄດ້ປະຕິເສດທີ່ຈະ
ເວົ້າເຖິງລາຍລະອຽດຂອງການໂອ້ລົມ ຊຶ່ງໄດ້ມີຂຶ້ນຫຼັງຈາກ ປະທານາທິບໍດີທຣຳ
ໄດ້ຕ້ອງຕິຢູ່ໃນການສົ່ງຂໍ້ຄວາມທາງທວິດເຕີວ່າ ເຮືອບິນ “ແມ່ນກາຍເປັນທີ່ສະລັບ
ຊັບຊ້ອນເກີນໄປກວ່າທີ່ຈະບິນໄດ້.”
ບໍ່ເປັນທີ່ຈະແຈ້ງເທື່ອວ່າ ແມ່ນໃຜເປັນຜູ້ເລີ້ມໂທລະສັບ.
ປະທານາທິບໍດີທຣຳ ຍັງກ່າວຢູ່ໃນທາງທວິດເຕີອີກວ່າ “ການຕັດສິນໃຈພຽງສ້ຽວ
ວິນາທີເປັນທີ່ຈຳເປັນ ແລະຄວາມສະລັບຊັບຊ້ອນ ໄດ້ສ້າງອັນຕະລາຍ. ລາຄາແພງ
ທັງໝົດນີ້ຍັງເຮັດໃຫ້ໄດ້ຮັບຜົນພຽງໜ້ອຍດຽວ. ຂ້າພະເຈົ້າບໍ່ຮູ້ກ່ຽວກັບທ່ານ ແຕ່ວ່າ
ຂ້າພະເຈົ້າບໍ່ຕ້ອງການຢາກໃຫ້ ທ່ານອາລເບີຕ ອາຍສຕາຍນ໌ ເປັນນັກບິນຂອງຂ້າ
ພະເຈ້າ. ຂ້າພະເຈົ້າຕ້ອງການບັນດານັກບິນມືອາຊບທີ່ຍິ່ງໃຫຍ່ ທີ່ ເຮັດໃຫ້ງ່າຍ ແລະ
ໄວ ໃນການຄວບຄຸມເຮືອບິນ.”
ປະທານາທິບໍດີທຣຳ ເຖິງຢ່າງໃດກໍດີ ໄດ້ຢຸດ ບໍ່ເຖິງຂັ້ນຮ້ອງ ໃຫ້ໂຈະການບິນ
ຂອງເຮືອບິນເຫຼົ່ານີ້ ຈົນກວ່າວ່າສາເຫດຂອງການຕົກນັ້ນໄດ້ພົບເຫັນແລະວາງແຜນ
ແກ້ໄຂເຄື່ອງຊອບແວ ທີ່ຕິດຕັ້ງຢູ່ໃນລະບົບອັດຕະໂນມັດບໍ່ໃຫ້ເຮືອບິນຕິດຄັດ ຊຶ່ງ
ອາດຈະມີບົດບາດຢູ່ໃນທັງສອງອຸປະຕິເຫດນັ້ນ.
ໂບອິງຍັງກ່າວຢູ່ໃນຖະແຫຼງການ ໃນວັນອັງຄານວານນີ້ວ່າ ຕົນບໍ່ມີແຜນທີ່ຈະບໍ່ໃຫ້
ເຮືອບິນ Max 8 ຢຸດບິນຊົ່ວຄາວ ໃນຂະນະທີ່ອົງການຄຸ້ມຄອງການບິນພົນ ລະເຮືອນ
ຂອງລັດຖະບານກາງສະຫະລັດ ກ່າວວ່າ ການທົບທວນຂໍ້ມູນມີຢູ່ ສະແດງໃຫ້ເຫັນ
ວ່າ ບໍ່ມີພື້ນຖານ ທີ່ຈະໂຈະ ບໍ່ໃຫ້ເຮືອບິນເຫຼົ່ານີ້ ບິນເປັນການຊົ່ວ ຄາວນັ້ນ.