ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຫຼຸດ​ຜ່ອນ​ມາ​ດ​ຕະ​ການ​ລົງ​ໂທດ​ຢ່າງກວ້າງ​ຂວາງຕໍ່​ນ້ຳ​ມັນ​ຂອງ ເວ​ເນ​ຊູ​ເອ​ລາ ຫຼັງ​ຈາກ​ຂໍ້​ຕົກ​ລົງ​ການ​ເລືອກ​ຕັ້ງ


ພາບ​ທີ່​ອະ​ທິ​ບາຍການ​ປະ​ຕິ​ບັດ​ການ​ດ້ານ​ນ້ຳ​ມັນ​ສາ​ມາດ​ເຫັນ​ໄດ້​ຢູ່​ຕຶກ​ຂອງ​ບໍ​ລິ​ສັດ​ນ້ຳ​ມັນ​ລັດ​ຖະ​ບານ​ຂອງ ເວ​ເນ​ຊູ​ເອ​ລາ, PDVSA, ໃນ​ນະ​ຄອນຫຼວງ ຄາ​ຣາ​ຄັ​ສ, ເວ​ເນ​ຊູ​ເອ​ລາ, 28 ມັງ​ກອນ 2019.
ພາບ​ທີ່​ອະ​ທິ​ບາຍການ​ປະ​ຕິ​ບັດ​ການ​ດ້ານ​ນ້ຳ​ມັນ​ສາ​ມາດ​ເຫັນ​ໄດ້​ຢູ່​ຕຶກ​ຂອງ​ບໍ​ລິ​ສັດ​ນ້ຳ​ມັນ​ລັດ​ຖະ​ບານ​ຂອງ ເວ​ເນ​ຊູ​ເອ​ລາ, PDVSA, ໃນ​ນະ​ຄອນຫຼວງ ຄາ​ຣາ​ຄັ​ສ, ເວ​ເນ​ຊູ​ເອ​ລາ, 28 ມັງ​ກອນ 2019.

ລັດ​ຖະ​ບານ​ທ່ານ​ໄບ​ເດັນ ໃນ​ວັນ​ພຸດ​ວານນີ້​ໄດ້ຫຼຸດ​ຜ່ອນ​ມາດ​ຕະ​ການ​ລົງ​ໂທດ​ຢ່າງກວ້າງ​ຂວາງ​ຕໍ່​ຂະ​ແໜງ​ນ້ຳ​ມັນ​ຂອງ ເວ​ເນ​ຊູ​ເອ​ລາ ໃນ​ການ​ຕອບ​ສະ​ໜອງ​ຕໍ່​ຂໍ້​ຕົກ​ລົງ​ທີ່​ໄດ້​ບັນ​ລຸ​ກັນ​ລະ​ຫວ່າງ​ລັດ​ຖະ​ບານ​ດັ່ງ​ກ່າວ​ກັບ​ຝ່າຍ​ກົງ​ກັນ​ຂ້າມ​ສຳ​ລັບ​ການ​ເລືອກ​ຕັ້ງ​ປີ 2024, ເຊິ່ງ​ແມ່ນ​ການຫຼຸດ​ຜ່ອນ​ທີ່ຫຼາຍ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ຂໍ້​ຈຳ​ກັດ​ຕໍ່​ລັດ​ຖະ​ບານ ຄາ​ຣາ​ຄັ​ສ ໃນ​ສະ​ໄໝ​ທ່ານ ທ​ຣຳ.

ການ​ອະ​ນຸ​ຍາດ​ທົ່ວ​ໄປ​ຄັ້ງ​ໃໝ່​ທີ່​ຖື​ກ​ປະ​ກາດ​ໂດຍ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ໄດ້​ອະ​ນຸ​ຍາດ​ສ​ະ​ມາ​ຊິກ​ອົງ​ການ OPEC ຄື​ປະ​ເທດ ເວ​ເນ​ຊູ​ເອ​ລາ, ເຊິ່ງ​ໄດ້​ຢູ່​ພາຍ​ໃຕ້​ມາດ​ຕະ​ການ​ລົງ​ໂທດ​ທີ່​ໜັກ​ນັບ​ຕັ້ງ​ແຕ່​ປີ 2019 ເປັນ​ຕົ້ນ​ມາ, ​ຜະ​ລິດ ແລະ ສົ່ງ​ອອກ​ນ້ຳ​ມັນ​ໄປ​ໃຫ້​ຕະຫຼາດ​ທີ່​ເຂົາ​ເຈົ້າ​ເລືອກ​ເປັນ​ເວ​ລາ 6 ເດືອນ​ໂດຍ​ປາ​ສະ​ຈາກ​ຂໍ້​ຈຳ​ກັດ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ການ​ຜ່ອນ​ຜັນ​ການ​ເລືອກ​ຕັ້ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ນິ​ໂຄ​ລາ​ສ ມາ​ດູ​ໂຣ ແຕ່​ໄດ້​ກ່າວ​ວ່າ ວໍ​ຊິງ​ຕັນ ໄດ້​ໃຫ້​ເວ​ລາ​ທ່ານ​ຈົນ​ຮອດ​ທ້າຍ​ເດືອນ​ພະ​ຈິກ​ທີ່​ຈະ​ເລີ່ມ​ຍົກ​ເລີກ​ຂໍ້​ຫ້າມ​ຕ່າງໆ​ຕໍ່​ບັນ​ດາ​ຜູ້​ລົງ​ແຂ່ງ​ຂັນ​ປະ​ທາ​ນາ​ທິ​ບໍ​ດີ​ຝ່າຍ​ກົງ​ກັນ​ຂ້າມ ແລະ ເລີ່ມ​ປ່ອຍ​ຕົວ​ນັກ​ໂທດ​ການ​ເມືອງ ແລະ ຊາວ ອາ​ເມ​ຣິ​ກັນ “ທີ່​ຖືກ​ກັກ​ຂັງ​ຢ່າງບໍ່​ຖືກ​ຕ້ອງ.”

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທ່ານ​ນຶ່ງ, ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ ຣອຍ​ເຕີ ໂດຍບໍ່​ປະ​ສົງ​ອອກ​ຊື່​, ໄດ້​ຂົ່ມ​ຂູ່​ວ່​າ​ຈະ​ຕ່າວ​ປີ້ນ​ການ​ຫຼຸດ​ຜ່ອນ​ມາດ​ຕະ​ການ​ລົງ​ໂທດນອກ​ຈາກວ່າ​ທ່ານ ມາ​ດູ​ໂຣ ຈະ​ທຳ​ການ​ດຳ​ເນີນ​ການ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG