ແຫຼ່ງສື່ມວນຊົນ ວິທະຍຸຢູໂຣບເສລີແລະວິທະຍຸອິດສະຫຼະພາບ
ຫຼື Radio Free Europe ກັບ Radio Liberty ທີ່ໄດ້ທຶນດໍາ
ເນີນງານຈາກສະຫະ ລັດນັ້ນ ເວົ້າວ່າ ຕົນຈະຢຸດການກະຈາຍ
ສຽງໃນຄື້ນກາງໄປຍັງຣັດເຊຍໃນ ທ້າຍປີນີ້ ແຕ່ກໍຍັງຈະສືບຕໍ່
ບໍລິການຂ່າວທາງອິນເທີເນັດຕໍ່ໄປ ເພື່ອປະຕິບັດຕາມກົດໝາຍ
ສະບັບໃໝ່ຂອງລັດເຊຍ.
ທ່ານນາງ Julia Ragona ເຈົ້າໜ້າທີ່ອາວຸໂສ ກ່າວເມື່ອວັນເສົາວານນີ້ວ່າ ສະຖານີ RFE/RL ຈະທໍາການປ່ຽນແປງດັ່ງກ່າວໃນວັນ
ທີ 10 ເດືອນພະຈິກນີ້ ເວລາກົດໝາຍສະບັບໃໝ່ຂອງລັດເຊຍ ເລີ່ມມີຜົນບັງຄັບໃຊ້.
ກົດໝາຍສະບັບໃໝ່ ຫ້າມການອອກອາກາດທາງວິທະຍຸຢູ່ໃນຣັດເຊຍ ໂດຍສະຖານີໃດກໍຕາມ ທີ່ເປັນຂອງສ່ວນບຸກຄົນຫລືບໍລິສັດຕ່າງປະເທດ ຫລາຍກ່ວາ 48%.
ທ່ານນາງ Ragona ກ່າວວ່າ ວິທະຍຸຢູໂຣບເສລີກັບວິທະຍຸອິດສະຫຼະ ພາບ ຈະຕັດຈໍານວນພະນັກງານລົງຫລາຍສົມຄວນ ແລະເວົ້າວ່າ ພວກທີ່ຈະອອກຈາກໜ້າທີ່ໄປ ແມ່ນເຮັດດັ່ງນັ້ນ
ດ້ວຍການຕົກລົງເຫັນພ້ອມນໍາກັນ ພ້ອມກັບສະວັດດີການ.
ທ່ານນາງ ເວົ້າຕື່ມວ່າ ທາງສະຖານີມີແຜນການຈະຂະຫຍາຍການອອກຂ່າວທາງອິນເທີເນັດ ແລະຍັງຈະສືບຕໍ່ອອກອາກາດທາງວິທະຍຸ ຄື້ນສັ້ນ.
ວິທະຍຸຢູໂຣບເສລີກັບວິທະຍຸອິດສະຫຼະພາບ ດໍາເນີນງານພາຍໃຕ້ອໍານາດ ຂອງກໍາມະການບໍລິຫານການກະຈາຍສຽງຂອງສະຫະລັດ ຫລື BBG ຊຶ່ງເປັນອົງການອິດສະຫຼະຂອງລັດຖະ
ບານກາງ ທີ່ຮັບຜິດຊອບການອອກອາ ກາດໄປຍັງຕ່າງປະເທດທັງໝົດຂອງສະຫະລັດ ທີ່ບໍ່
ແມ່ນຂອງກອງທັບ ແລະທີ່ອຸບປະຖໍາໂດຍລັດຖະບານກາງສະຫະລັດ. ວິທະຍຸສຽງອະເມຣິກາ ຫຼື ວີໂອເອ ກໍດໍາເນີນງານພາຍໃຕ້ BBG ເຊັ່ນກັນ.