ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການສືບລັບ ສຫລ ແລະອັງກິດ ທັບມ້າງ ລະຫັດລັບ ຂໍ້ມູນສ່ວນໂຕ ຂອງເອກະຊົນ


ຜູ້ປະທ້ວງຜູ້ນຶ່ງ ໃສ່ເສື້ອ T-shirt ທີ່ມີຂໍ້ຄວາມເຍາະເຍີ້ຍ ການສືບລັບຂອງອົງການ NSA.
ຜູ້ປະທ້ວງຜູ້ນຶ່ງ ໃສ່ເສື້ອ T-shirt ທີ່ມີຂໍ້ຄວາມເຍາະເຍີ້ຍ ການສືບລັບຂອງອົງການ NSA.
​ເອ​ກະສາ​ນຕ່າງໆ​ທີ່​ຖືກ​ເປີດ​ເຜີຍ​ໂດຍ ອະດີດນັກວິ​ເຄາະ​ການ​ສືບ​ລັບ​ສະຫະລັດ ທ້າວ Edward Snowden ຊີ້ແນະ​ວ່າ ອົງການ​ສືບ​ລັບ​ຕ່າງໆ ຂອງ​ສະຫະລັດ​ແລະ​ອັງກິດ ​ໄດ້​ທັບມ້າງລະຫັດ​ລັບ​ຕ່າງໆ ທີ່​ອອກ​ແບບຂຶ້ນ ​ເພື່ອ​ສະໜອງ​ຄວາມ​ໝັ້ນຄົງ ​ແລະ​ຄວາມ​ເປັນ​ສ່ວນ​ຕົວ ​ທາງ​ອິນ​ເທີ​ເນັດ.

ລະຫັດ​ດັ່ງກ່າວ ທີ່​ຊົມ​ໃຊ້​ໂດຍ​ປະຊາຊົນຫຼາຍຮ້ອຍ​ພັນ​ຄົນ ​ເພື່ອ​ພິທັກ​ປົກປ້ອງ​ຂໍ້​ມູນ​ສ່ວນ​ຕົວ ກິດຈະກໍາການ​ເງິນທາງ​ອິນ​ເທີ​ເນັດ ​ແລະ​ການ​ສື່ສານ​ທາງ​ອີ​ເມ​ລ ຂອງ​ພວກ​ເຂົາ​ເ​ຈົ້າ.

​ບັນທຶກ​ດັ່ງກ່າວສະແດງວ່າ ອົງການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສະຫະລັດ ​ແລະອົງການ GCHQ ຂອງ​ອັງກິດ ​ໃນການ​ປະຕິບັດ​ງານ​ຮ່ວມ​ກັນ​ຢ່າງ​ໃກ້ຊິດນັ້ນ ​ໄດ້​ທໍາ​ລາຍການຄໍ້າ ປະກັນ ທີ່ພວກ​ບໍລິສັດອິນ​ເທີ​ເນັດ​ທັງຫຼາຍ ໄດ້ໃຫ້ແກ່​ພວກ​ລູກ​ຄ້າ​ຂອງ​ພວກ​ຕົນ ຄືການ​ຮັບປະກັນ​ແກ່​ພວກ​ເຂົາ​ເຈົ້າວ່າ ການ​ສື່ສານ ​ແລະ​ບັນທຶກ​ສ່ວນ​ບຸກຄົນ​ນັ້ນ ຈະໄດ້ຮັບ ການປົກປ້ອງ ໃຫ້​ເປັນ​ເລຶ່ອງສ່ວນ​ຕົວ​ຕໍ່​ໄປ. ບັນທຶກ​ເຫລົ່ານັ້ນ ສະແດງວ່າ ທັງສອງອົງ ການ​ຄວາມ​ໝັ້ນຄົງ​ ​ໄດ້​ຮ່ວມ​ມື​ກັນ​ກັບ​ບັນດາບໍລິສັດ​ອິນ​ເທີ​ເນັດ ​ໃຫ້ປະສິ່ງຊ່ອງໄວ່ ທີ່​ເອີ້ນກັນ​ວ່າ ປະຕູຫຼັງ ຫຼືປະຕູ​ດັກ ນັ້ນ​ໄວ້ ​ຢູ່​ໃນ​ຊອຟ​ແວ ຂອງ​ລະຫັດ​ລັບ​ການ​ຄ້າ.

ຕາມ​ບັນທຶກ​ນັ້ນ ແມ່ນວ່າ ອົງການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສະຫະລັດ ຫຼື NSA ​ໄດ້​ໃຊ້​ຈ່າຍ​ເງິນ​ປະມານ 25​0 ລ້ານ​ໂດ​ລ່າ ຕໍ່​ປີ ​ສໍາລັບ​ໂຄງການດັ່ງກ່າວ ​ແລະບັນທຶກໃຫ້ຂໍ້​ສັງ​ເກດ​ອີກ​ວ່າ ອົງການ​ຄວາມ​ໝັ້ນຄົງ​ຂອງ​ອັງກິດ ​ໄດ້​ພະຍາຍາມຊອກ​ຫາ​ວິທີ​ເຂົ້າ​ໄປ​ໃນ​ເຄືອ​ຂ່າຍລະຫັດລັບທີ່​ອັ່ງ​ອໍ​ທີ່​ສຸດ ຂອງບໍລິສັດໃຫຍ່ໆ ​ເຊັ່ນ ບໍລິສັດ Yahoo, Google, Hotmail ​ແລະ Facebook ນັ້ນ.

ມີທາງວ່າ ຂໍ້​ມູນ​ຂ່າວສານ​ທີ່​ຮົ່ວ​ໄຫຼອອກ​ມານີ້ ຈະ​ສ້າງ​ຜົນ​ສະທ້ອນ​ທີ່​ຮຸນ​ແຮງ ຈາກ​ກຸ່ມ​ຜູ້ທີ່ສະໜັບສະໜຸນ​ຄວາມ​ເປັນສ່ວນ​ຕົວ​ນັ້ນ.

​ເຈົ້າໜ້າ​ທີ່​ລັດຖະບານ​ສະຫະລັດ ​ໄດ້​ໂຕ້​ແຍ້​ງວ່າ ຄວາມ​ພະຍາຍາມ​ສືບ​ລັບ ຂອງ​ອົງ ການ​ຄວາມ​ໝັ້ນຄົງແຫ່ງ​ຊາດ​ສະຫະລັດ​ນັ້ນ ມີ​ເປົ້າ​ໝາຍແນໃສ່​ການ​ຍຸຕິ​ການ​ກໍ່​ການ​ຮ້າຍເທົ່ານັ້ນ.
XS
SM
MD
LG