ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ຫາລື ເລື່ອງຊີເຣຍ ກັບ ລມຕ ຕ່າງປະເທດ ອັງກິດ (ວີດີໂອ)


ນັກລົບຂອງກອງທັບຊີເຣຍເສຣີ ນຳສະແດງ ໃນອັນທີ່ພວກເຂົາເຈົ້າເວົ້າວ່າ ເປັນລູກປືນໃຫຍ່ ທີ່ໃຊ້ໂດຍ ກຳລັງຈົງຮັກພັກດີ ຕໍ່ທ່ານ Bashar al-Assad.
ນັກລົບຂອງກອງທັບຊີເຣຍເສຣີ ນຳສະແດງ ໃນອັນທີ່ພວກເຂົາເຈົ້າເວົ້າວ່າ ເປັນລູກປືນໃຫຍ່ ທີ່ໃຊ້ໂດຍ ກຳລັງຈົງຮັກພັກດີ ຕໍ່ທ່ານ Bashar al-Assad.
ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry
ຕ້ອນຮັບ​ຄູ່​ຕໍາ​ແໜ່​ງຂອງ ທ່ານ​ຈາກອັງກິດ ທ່ານ William
Hague ໃນ​ວັນ​ພຸດ​ມື້​ນີ້ ທີ່ນະຄອນຫຼວງວໍ​ຊີງ​ຕັນ ​ເພື່ອ​ໂອ້​ລົມ
​ສົນທະນາກັນ ​ເລື້ອງສະຖານະ​ການ​ໃນ​ຊີ​ເຣຍ.

ການ​ພົບ​ປະກັນ​ຄັ້ງ​ນີ້​ແມ່ນ​ມີ​ຂຶ້ນ ​ໃນ​ຂະນະ​ທີ່​ທັງ​ສອງ​ປະເທດ
ພິຈາລະນາ​ບາດກ້າວ​ຕ່າງໆ​ທີ່​ສາມາດ​ກະ​ທໍາ​ໄດ້ ​ເພື່ອ​ໃຫ້ບັນ
ລຸ​ເປົ້າ​ໝາຍ​ຂອງພວກ​ຕົນ ໃນ​ການຈັດ​ຕັ້ງລັດຖະບານໄລຍະ
ຂ້າມ​ຜ່ານ​ຂຶ້ນໃນ​ຊີ​ເຣຍ ​ເພື່ອ​ນໍາພາ​ປະ​ເທດ​ອອກຈາກ​
ຄວາມ​ວຸ້ນວາຍທີ່ໄດ້​ແກ່ຍາ​ວ ມາດົນ​ກ່ວາ 2 ປີແລ້ວນັ້ນ.

ທັງ​ອັງກິດ​ແລະ​ສະຫະລັດ ທີ່ຕ່າງ​ກໍໄດ້ໃຫ້ການສະໜັບ​ສະ​ໜຸນ​ທີ່​ບໍ່ແມ່ນອາວຸດ​ ​ໃຫ້​ກຸ່ມ​ຕໍ່ສູ້
ທີ່​ຕໍ່ຕ້ານ​ກັບ​ປະທານ​າທິບໍດີ Bashar al-Assad ນັ້ນ ໄດ້​ປຶກສາ​ຫາລື​ກັນກ່ຽວກັບ​ຄວາມ
​ເປັນ​ໄປ​ໄດ້ໃນການສົ່ງ​ອາວຸດ​ໄປ​ໃຫ້​ຝ່າຍ​ຕໍ່ຕ້ານ.

ທາງ​ທໍານຽບຂາວ​ໄດ້​ກ່າວ​ໃນ​ວັນ​ອັງຄານ​ວານນີ້ ການມອບອາວຸດໃຫ້ພວກ​ກຸ່ມ​ຕໍ່ຕ້ານນັ້ນ​
ຍັງເປັນ​ທາງ​ເລືອກນຶ່ງ​ ທີ່​ທ່ານ​ປະທານາ Barrack Obama ກໍາລັງ​ພິຈາລະນາຢູ່ ຂະນະ
ທີ່ທ່ານ​ຊັ່ງຊາ​ເບິ່ງ ບາດກ້າວ​ຕ່າງໆ​ທີ່​ສາມາດ​ດໍາ​ເນີນ​ໄດ້ ທີ່​ກ່ຽວ​ຂ້ອງ​ກັບຊີ​ເຣຍນັ້ນ.

​ໂຄສົກທໍານຽບຂາວ ທ່ານ Jay Carney ​ ​ກ່າວ​ວ່າ ສະຫະລັດ​ແລະ​ພາຄີນາໆ​ຊາດ​ຂອງ​ຕົນ
ຍັງ​ສືບ​ຕໍ່ພະຍາຍາມ​ຈະ​ຈັດ​ໃຫ້​ມີ​ກອງ​ປະຊຸມ​ສັນຕິ​ພາບ​ກ່ຽວ​ກັບຊີ​ເຣຍ ​ແຕ່​ວ່າ ຄວາ​ມວຸ້ນ
ວາຍທີ່​ຍັງ​ມີຢູ່ຢ່າງຕໍ່ເນື່ອງ​ໃນ​ຊີ​ເຣຍນັ້ນ ໝາຍ​ຄວາມ​ວ່າ ພວກ​ເຂົາ​ເຈົ້າ​ຈໍາ​ເປັນ​ທີ່​ຈະ​ຕ້ອງ
​ສໍາ​ຫລວດ​ເບິ່ງ​ທາງ​ເລື​ອກ​ໃນ​ການ​ຊ່ວຍ​ເຫລືອ ຝ່າຍ​ຕໍ່ຕ້ານ​ນໍາ.

US Analysts: Qusair Capture Bolsters Assad Regime
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ
XS
SM
MD
LG