ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແລະ ອັງກິດ ເຕືອນ ກ່ຽວກັບ ການປະຕິບັດການ ລັກແກະລະຫັດ ເຂົ້າບັນຊີ ທາງອິນເຕີແນັດຂອງ ຣັດເຊຍ


ປາຍຕັ້ງຢູ່ນອກອົງການຮັກສາຄວາມປອດໄພແຫ່ງຊາດໃນເມືອງ ຝອດ ມີດ, ລັດ ແມຣີແລນ. 6 ມິຖຸນາ, 2013.
ປາຍຕັ້ງຢູ່ນອກອົງການຮັກສາຄວາມປອດໄພແຫ່ງຊາດໃນເມືອງ ຝອດ ມີດ, ລັດ ແມຣີແລນ. 6 ມິຖຸນາ, 2013.

ສະຫະລັດ ແລະ ອັງກິດ ໄດ້ສົ່ງຄຳເຕືອນອອກອີກຄັ້ງນຶ່ງ ກ່ຽວກັບ ກິດຈະກຳ ຂອງ ຣັດເຊຍ ໃນໂລກອິນເຕີແນັດ, ໂດຍກ່າວຫາວັງ ເຄຣັມລິນ ກ່ຽວກັບ ການພະຍາຍາມຊໍ້າແລ້ວຊໍ້າອີກເພື່ອລັກເຈາະເຂົ້າໃນລະບົບຕ່າງໆຂອງລັດຖະບານ, ສັນຍາຈ້າງປ້ອງກັນປະເທດ, ມາຫາວິທະຍາໄລ ແລະ ແມ່ນກະທັ້ງພັກການເມືອງຕ່າງໆ.

ຄຳເຕືອນຮ່ວມໃນວັນພະຫັດວານນີ້ ຈາກອົງການຮັກສາຄວາປອດໄພແຫ່ງຊາດ ສະຫະລັດ ແລະ ສູນກາງການຮັກສາຄວາມປອດໄພທາງໄຊເບີແຫ່ງຊາດຂອງ ອັງກິດ ໄດ້ກ່າວວ່າອົງການສືບລັບທະຫານ ຣັດເຊຍ ຫຼື GRU ໄດ້ດຳເນີນປະຕິບັດການ “ແກະລະຫັດເຂົ້າບັນຊີ” ນັບຕັ້ງແຕ່ປີ 2019 ເປັນຕົ້ນມາດ້ວຍການໃຊ້ທະບຽນເຊັ່ນການເຊັນເຂົ້າອີເມລ, ແລ້ວເດົາລະຫັດຊໍ້າແລ້ວຊໍ້າອີກຈົນກວ່າພວກນັກເຈາະຂໍ້ມູນຈະສາມາດເຂົ້າໄປໄດ້.

ຄຳເຕືອນດັ່ງກ່າວ ໄດ້ເວົ້າວ່າ “ຫຼັງຈາກສາມາດເຂົ້າໄປໃນບັນຊີຈາກໄລຍະໄກໄດ້ແລ້ວ, ກົນລະຍຸດທີ່ຮູ້ຈັກດີຫຼາຍຢ່າງ, ເທັກນິກ, ແລະ ຂັ້ນຕອນຕ່າງໆແມ່ນໄດ້ຖືກໃຊ້ປະສານກັນເພື່ອການເຄື່ອນ ໄຫວຫຼີກລ່ຽງ, ຫຼົບຫຼີກການປ້ອງກັນ ແລະ ເກັບກຳເອົາຂໍ້ມູນເພີ່ມເຕີມ ພາຍໃນເຄືອຂ່າຍທີ່ເປັນເປົ້າໝາຍ.”

ຄຳເຕືອນທີ່ວ່ານັ້ນໄດ້ກ່າວຢໍ້າວ່າ ອົງການສືບລັບຂອງ ຣັດເຊຍ ໄດ້ແນເປົ້າໃສ່ອົງການຕ່າງໆຂອງ ສະຫະລັດ ແລະ ຕ່າງປະເທດຢ່າງປະສົບຜົນສຳເລັດ, ເຊັ່ນດຽວກັບອົງການລັດຖະບານ ສະຫະ ລັດ ຫຼາຍແຫ່ງເຊັ່ນກະຊວງປ້ອງກັນປະເທດ.

ຣັດເຊຍ “ໄດ້ບັງຄັບບັນຊາກິດຈະກຳທີ່ວ່ານີ້ຈຳນວນຫຼາຍຕໍ່ອົງການຈັດຕັ້ງຕ່າງໆໂດຍໃຊ້ການບໍລິການຄອມພິວເຕີທາງອິນເຕີແນັດຂອງ Microsoft Office 365; ແນວໃດກໍຕາມ, ເຂົາເຈົ້າຍັງໄດ້ແນເປົ້າໃສ່ຜູ້ສະໜອງການບໍລິການອື່ນໆ ແລະ ຊອຟແວອີເມລທີ່ຖືກຕິດຕັ້ງໃສ່ໃນຄອມພິວເຕີ, ການປະຕິບັດການພວກນີ້ແມ່ນກຳລັງດຳເນີນຢູ່ເກືອບວ່າຢາງແນ່ນອນ.” ອີງຕາມຄຳເຕືອນດັ່ງກ່າວ.

ອົງປະກອບຕ່າງໆຂອງການປະຕິບັດການດັ່ງກ່າວ ໄດ້ຖືກພິຈາລະນາວ່າ ເປັນຂອງພວກດຳເນີນການທາງໄຊເບີຂອງ ຣັດເຊຍ ກ່ອນໜ້ານີ້ແມ່ນເປັນທີ່ຮູ້ຈັກກັນໃນຊື່ Fancy Bear, APT20 ຫຼື Strontium, ແຕ່ອົງການຮັກສາຄວາມປອດໄພແຫ່ງຊາດໄດ້ກ່າວໃນວັນພະຫັດວານນີ້ວ່າ ເຂົາເຈົ້າຮູ້ສຶກຖືກບັງຄັບໃຫ້ແລກປ່ຽນຂໍ້ມູນເພີ່ມເຕີມ ກ່ຽວກັບ ການໂຈມຕີດັ່ງກ່າວຍ້ອນຂະໜາດຂອງການ ປະຕິບັດການທີ່ກຳລັງດຳເນີນຢູ່.

ອົງການດັ່ງກ່າວໄດ້ບອກວີໂອເອ ໃນຖະແຫຼງການສະບັບນຶ່ງວ່າ “ໃນຂະນະທີ່ເທັກນິກການແກະລະຫັດບັນຊີບໍ່ແມ່ນສິ່ງທີ່ໃໝ່ນັ້ນ, ລະບົບພື້ນຖານການແກະລະຫັດທີ່ຖືກແຈກຢາຍ, ສາມາດປ່ຽນຂະໜາດໄດ້ເປັນຢ່າງສູງ ແລະ ມີລັກສະນະທີ່ບໍ່ລະບຸຊື່ນີ້ ໄດ້ເນັ້ນຢໍ້າໃຫ້ເຫັນເຖິງໄພຂົ່ມຂູ່ມທີ່ບໍ່ລົດລະ ແລະ ເພີ່ມຂຶ້ນຕໍ່ຊຸມຊົນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG