ສະຫະລັດແລະອັງກິດໄດ້ປະຕິຍານໃນວັນອັງຄານວານນີ້ ທີ່ຈະ
ຊ່ອຍຄົ້ນຫາແລະຕາມເອົາຄືນເງິນຈຳນວນຫຼາຍພັນລ້ານໂດລ່າ
ທີ່ຄິດວ່າຖືກລັກຂະໂມຍໄປໂດຍລັດຖະບານຂອງປະທານາທິບໍ
ດີ Viktor Yanukovych ທີ່ຖືກໂຄ່ນລົ້ມໄປແລ້ວນັ້ນ.
ລັດຖະມົນຕີກະຊວງຍຸຕິທໍາຂອງສະຫະລັດ ທ່ານ Eric Holder
ທີ່ໄດ້ຖະແຫຼງຕໍ່ກອງປະຊຸມກູ້ເອົາຊັບສິນຄືນຂອງນາໆຊາດ
ໄດ້ບອກກັບພວກນັກຂ່າວ ທີ່ລອນດອນວ່າ ພວກທີ່ຮັບຜິດ
ຊອບກ່ຽວກັບການຖືກກ່າວຫາວ່າ ເປັນຜູ້ລັກຂະໂມຍນັ້ນ
ຈະຕ້ອງເປັນຜູ້ຮັບຜິດຊອບແລະຊັບສິນກູ້ຄືນມາໄດ້ ຈະຕ້ອງ
ສົ່ງຄືນໃຫ້ປະຊາຊົນຊາວຢູເຄຣນ.
ຫ້ອງການທີ່ກຳກັບນຳເລື່ອງສໍ້ໂກງຂອງອັງກິດ ໄດ້ປະກາດໃນວັນຈັນແລ້ວນີ້ ກ່ຽວກັບການ ເລີ້ມສືບສວນ ໃນການຟອກເງິນແລະກ່າວວ່າ ຕົນໄດ້ຊັບສິນຈຳນວນ 23 ລ້ານໂດລາ
ຢູ່ໃນອັງກິດ. ພວກເຈົ້າໜ້າທີ່ບໍ່ໄດ້ລະບຸໃຫ້ຮູ້ສັນຊາດຂອງພວກທີ່ຖືກກ່າວຫາທີ່ວ່ານີ້.
ຍິ່ງໄປກວ່ານັ້ນ ເຈົ້າໜ້າທີ່ຂອງ Swiss ໃນທ້າຍເດືອນກຸມພາຜ່ານມານີ້ ກໍໄດ້ສັ່ງໃຫ້ກັກ
ຊັບສິນ ທັງຂອງທ່ານ Yanukovych ແລະລູກຊາຍພ້ອມໆກັບບັນດາອະດີດລັດຖະມົນຕີ ແລະເຈົ້າໜ້າທີ່ຢູເຄຣນຄົນອື່ນໆອີກ 18 ຄົນນຳດ້ວຍ.