ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະອັງກິດ ລົງໂທດ 11 ສ່ວນບຸກຄົນທີ່ມີສ່ວນກ່ຽວຂ້ອງ ກັບກຸ່ມອາຊະຍາກຳທາງອິນເຕີແນັດ ຂອງຣັດເຊຍ


ແຟ້ມພາບ - ແວ່ນຂະຫຍາຍຖືກຖືໄວ້ຢູ່ຕໍ່ໜ້າຈໍຄອມພິວເຕີໃນຮູບພາບນີ້ ເຊິ່ງຖ່າຍຢູ່ໃນນະຄອນຫຼວງເບີລິນ, ເຢຍຣະມັນ. ສະຫະລັດ ແລະ ອັງກິດ ໃນວັນທີ 7 ກັນຍາ 2023 ໄດ້ລົງໂທດ 11 ສ່ວນບຸກຄົນທີ່ເປັນສ່ວນນຶ່ງຂອງກຸ່ມລັກເຈາະຂໍ້ມູນອາຊະຍາກຳທາງອິນເຕີແນັດ ທຣິກບັອທ (Trickbot)
ແຟ້ມພາບ - ແວ່ນຂະຫຍາຍຖືກຖືໄວ້ຢູ່ຕໍ່ໜ້າຈໍຄອມພິວເຕີໃນຮູບພາບນີ້ ເຊິ່ງຖ່າຍຢູ່ໃນນະຄອນຫຼວງເບີລິນ, ເຢຍຣະມັນ. ສະຫະລັດ ແລະ ອັງກິດ ໃນວັນທີ 7 ກັນຍາ 2023 ໄດ້ລົງໂທດ 11 ສ່ວນບຸກຄົນທີ່ເປັນສ່ວນນຶ່ງຂອງກຸ່ມລັກເຈາະຂໍ້ມູນອາຊະຍາກຳທາງອິນເຕີແນັດ ທຣິກບັອທ (Trickbot)

ສະຫະລັດ ແລະອັງກິດໃນວັນພະຫັດວານນີ້ ໄດ້ລົງໂທດ 11 ສ່ວນບຸກຄົນທີ່ເປັນສ່ວນນຶ່ງຂອງກຸ່ມລັກເຈາະຂໍ້ມູນອາຊະຍາກຳທາງອິນເຕີແນັດ ທຣິກບັອທ (Trickbot) ທີ່ມີຖານຢູ່ໃນຣັດເຊຍ, ໂດຍກ່າວຫາວ່າ ມັນແນເປົ້າໝາຍໃສ່ພື້ນ ຖານໂຄງລ່າງຂອງລັດຖະບານແລະທຸລະກິດທີ່ສໍາຄັນ, ຕະຫຼອດຈົນ ໂຮງຫມໍ, ໃນລະຫວ່າງການແຜ່ລະບາດຂອງໂຣກ coronavirus.

ຖະ​ແຫຼງການ​ຂອງ​ກະຊວງ​ການ​ເງິນ​ສະຫະລັດ ກ່າວ​ວ່າ ບັນດາ​ເປົ້າ​ໝາຍ​ທີ່ຢູ່​ໃນ​ບັນຊີ​ດຳ​ນັ້ນ ລວມມີ “ບັນດາ​ຜູ້​ກ່ຽວຂ້ອງ​ທີ່​ສຳຄັນ​ໃນ​ການ​ຄຸ້ມ​ຄອງ ​ແລະ ການ​ຈັດ​ຊື້” ສຳລັບທຣິກບັອທ (Trickbot), ຊຶ່ງໄດ້ລະບຸ​ວ່າ ມີ​ຄວາມ​ກ່ຽວຂ້ອງ​ ກັບ​ໜ່ວຍ​ງານ​ສືບ​ລັບ​ຂອງຣັດ​ເຊຍ ​ເຖິງ​ແມ່ນ​ວ່າ​ມັນໄດ້​ຖືກ​ລົບ​ລ້າງ​ໃນ​ປີ 2022.

ຮອງລັດຖະມົນຕີກະຊວງການເງິນ ທ່ານໄບຣແອນ ເນລສັນ (Brian Nelson) ກ່າວໃນຖະແຫຼງການວ່າ "ສະຫະລັດມີຄວາມມຸ່ງໝັ້ນ ທີ່ຈະຕໍ່ສູ້ກັບການຮຽກຄ່າໄຖ່ທາງອອນລາຍ ແລະຕອບໂຕ້ຕໍ່ບັນດາການລົບກວນ ຕໍ່ພື້ນຖານໂຄງລ່າງ ທີ່ສຳຄັນຂອງພວກເຮົາ."

Ransomware ຫມາຍເຖິງປະເພດຂອງຊອບແວ ທີ່ເປັນອັນຕະລາຍທີ່ບັນດານັກເຈາະຂໍ້ມູນທາງອິນເຕເນັດໃຊ້ ເພື່ອໃສ່ລັອກຄອມພິວເຕີ ແລະຫຼັງຈາກນັ້ນ ບັງຄັບການຈ່າຍເງິນ ຈາກຜູ້ໃຊ້ເພື່ອປົດບລັອກພວກມັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG