ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນຍ ລັດຖະມົນຕີ ອັງກິດ ຢ້ຽມຢາມ ສະຫະລັດ


ເຈົ້າໜ້າທີ່ ທຳນຽບຂາວ ກ່າວວ່າ ເລື່ອງອັຟການິສຖານ ຈະເປັນຫົວຂໍ້ ສຳຄັນສຸດ ເວລານາຍົກ ລັດຖະມົນ ຕີອັງກິດ ທ່ານ DAVID CAMERON ເດີນທາງມາຢ້ຽມຢາມ ກຸງວໍຊິງຕັນ ເປັນເທື່ອທຳອິດ ໃນວັນອັງຄານມື້ນີ້.

ໂຄສົກ ຂອງທຳນຽບຂາວ ທ່ານ ROBERT GIBBS ກ່າວໃນມື້ວານນີ້ວ່າ ທ່ານ CAMERON ແລະ ປະທານາທິບໍດີ ບາຣັກ ໂອບາມາ ຈະສົນທະນາ ຫາລືກັນ ກ່ຽວກັບ ບັນຫາຕ່າງໆ ທີ່ພວກທ່ານ ໄດ້​ກ່າວ​ເຖິງ ໃນລະຫວ່າງ ກອງປະຊຸມສຸດ ຍອດຂອງກຸ່ມຈີ 20 ທີ່ນະຄອນ ໂຕຣອນໂຕ ​ໂດຍ​ທີ່​ເລື່ອງ ອັຟການິສຖານ ຈະເປັນບັນຫາ ອັນດັບນຶ່ງ ແລະສຳຄັນສຸດ.

ທ່ານ CAMERON ກ່າວວ່າ ທ່ານຢາກຈະໃຫ້ ມີການຖອນ ທະຫານອັງກິດ ອອກຈາກ ອັຟການິສຖານ ບໍ່ກາຍປີ 2015. ປະທານາທິບໍດີ ໂອບາມາ ໄດ້ກຳນົດເອົາ ເດືອນກໍລະກົດ ປີໜ້າ ເປັນເສັ້ນຕາຍ ໃນການເລີ້ມ ຖອນທະຫານ ອະເມລິກັນ ອອກຈາກ ອັຟການິສຖານ ແຕ່ທ່ານກ່າວເນັ້ນວ່າ ຂັ້ນຕອນດັ່ງກ່າວນີ້ ຈະດຳເນີນ​ໄປ ແບບຄ່ອຍເປັນຄ່ອຍໄປ.

ພວກຜູ້ນຳທັງສອງທ່ານ ກ່າວວ່າ ​ເຫດຜົນ​ກໍ​ແມ່ນ​ວ່າ ພວກທ່ານໃຫ້ເວລາ ແກ່ລັດຖະບານ ອັຟການິສຖານ ເພື່ອເສີມສ້າງ ກຳລັງຮັກສາ ຄວາມສະຫງົບ ຂອງຕົນ ໃຫ້ເຂັ້ມແຂງ.

XS
SM
MD
LG