ສະຫະລັດ ແລະ ອັງກິດ ໃນວັນອັງຄານວານນີ້ໄດ້ວາງມາດຕະການລົງໂທດຄັ້ງທີສາມ ແນເປົ້າໃສ່ກຸ່ມຫົວຮຸນແຮງ ຮາມາສ ຂອງປາແລັສໄຕນ໌, ພະຍາຍາມທີ່ຈະຫຼຸດຜ່ອນການສະໜອງທຶນໃຫ້ກຸ່ມດັ່ງກ່າວໂດຍ ອີຣ່ານ ແລະ ນຶ່ງໃນພັນທະມິດຂອງພວກເຂົາຄືກຸ່ມ ຈີຮາດ ອິສລາມ ປາແລັສໄຕນ໌, ລຸນຫຼັງການໂຈມຕີທີ່ສະເທືອນໃຈຂອງພວກເຂົາຕໍ່ ອິສຣາແອລ ໃນເດືອນທີ່ຜ່ານມາ.
ລັດຖະມົນຕີກະຊວງການເງິນ ສະຫະລັດ ທ່ານນາງ ຈາເນັດ ແຢລເລັນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າສອງປະເທດດັ່ງກ່າວໄດ້ພະຍາຍາມ “ທີ່ຈະຍັບຢັ້ງຄວາມສາມາດຂອງກຸ່ມຮາມາສເພື່ອລະດົມ ແລະ ໃຊ້ທຶນເພື່ອດຳເນີນການກໍ່ໂສກນາດຕະກຳ”
ທ່ານນາງ ແຢລເລັນ ໄດ້ກ່າວວ່າ “ການກະທຳຂອງກຸ່ມ ຮາມາສ ໄດ້ກໍ່ໃຫ້ເກີດຄວາມເຈັບປວດທໍລະມານຢ່າງຫຼວງຫຼາຍ ແລະ ໄດ້ສະແດງໃຫ້ເຫັນວ່າລັດທິກໍ່ການຮ້າຍບໍ່ໄດ້ເກີດຂຶ້ນໃນການແຍກປ່ຽວ. ພ້ອມກັນກັບບັນດາຄູ່ຮ່ວມຂອງເຮົານັ້ນ ພວກເຮົາໄດ້ທຳການເຄື່ອນໄຫວຢ່າງເດັດດ່ຽວເພື່ອຫຼຸດພື້ນຖານໂຄງລ່າງດ້ານການເງິນຂອງກຸ່ມຮາມາສ, ຕັດພວກເຂົາອອກຈາກເງິນທຶນ, ແລະ ກີດກັ້ນຊ່ອງທາງເງິນທຶນໃໝ່ ທີ່ພວກເຂົາຊອກຫາເພື່ອເປັນທຶນໃນການກະທຳທີ່ໂຫດຮ້າຍຂອງພວກເຂົາ.”
ລັດຖະມົນຕີການຕ່າງປະເທດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວວ່າມາດຕະການລົງໂທດຕ່າງໆມີຈຸດປະສົງທີ່ຈະປົກປ້ອງລະບົບການເງິນສາກົນ “ຈາກການລ່ວງລະເມີດໂດຍກຸ່ມຮາມາສ ແລະ ຜູ້ມອບອຳນາດໃຫ້ພວກເຂົາ.”
ທ່ານ ບລິງເຄັນ ໄດ້ກ່າວວ່າ “ການສະໜັບສະໜູນຂອງ ອີຣ່ານ, ຕົ້ນຕໍຜ່ານກອງກຳລັງພິທັກປະຕິວັດອິສລາມຂອງພວກເຂົາ, ໄດ້ອະນຸຍາດໃຫ້ກຸ່ມຮາມາສ ແລະ ກຸ່ມກໍ່ການຮ້າຍຈີຮາດ ອິສລາມ ປາແລັສໄຕນ໌ ດຳເນີນກິດຈະກຳຕ່າງໆ, ລວມທັງຜ່ານການໂອນທຶນ ແລະ ສະໜອງທັງອາວຸດ ແລະ ການຊ້ອມປະຕິບັດການ. ອີຣ່ານໄດ້ທຳການຝຶກຊ້ອມໃຫ້ພວກ ຈີຮາດ ອິສລາມ ປາແລັສໄຕນ໌ ເພື່ອຜະລິດ ແລະ ພັດທະນາລູກສອນໄຟໃນ ກາຊາ, ພ້ອມກັບກຸ່ມກອງທຶນທີ່ສະໜອງການສະໜັບສະໜູນດ້ານການເງິນໃຫ້ພວກນັກລົບທີ່ເປັນສະມາຊິກຂອງກຸ່ມ ຈີຮາດ ອິສລາມ ປາແລັສໄຕນ໌.
ອິສຣາແອລ ກ່າວວ່າ ພວກນັກລົບກຸ່ມຮາມາສ ໄດ້ສັງຫານປະຊາຊົນ 1,200 ຄົນຢູ່ໃນລັດຊາວຢິວ ໃນການໂຈມຕີຂອງເດືອນທີ່ຜ່ານມາ ແລະ ໄດ້ຈັບຕົວປະກັນປະມານ 240 ຄົນ, ເຊິ່ງມີແຕ່ 4 ຄົນເທົ່ານັ້ນຖືກປ່ອຍຕົວອອກມາ. ອິສຣາແອລ ໄດ້ຕອບໂຕ້ດ້ວຍການໂຈມຕີທາງອາກາດທີ່ພວກເຈົ້າໜ້າທີ່ການແພດ ຮາມາສ ກ່າວວ່າ ໄດ້ສັງຫານຊາວປາແລັສໄຕນ໌ ຫຼາຍກວ່າ 11,000 ຄົນ, ລວມທັງແມ່ຍິງ ແລະ ເດັກນ້ອຍຫຼາຍພັນຄົນ.
ກຸ່ມຮາມາສ ຖືກລະບຸວ່າເປັນກຸ່ມກໍ່ການຮ້າຍໂດຍ ອິສຣາແອລ, ສະຫະລັດ, ສະຫະພາບ ຢູໂຣບ, ອັງກິດ ແລະ ອື່ນໆ.