Anonymous ຊຶ່ງເປັນກຸ່ມໂຈມຕີີທາງອິນເຕີແນັດ ໄດ້ນຳອອກເຜີຍແຜ່ສຽງທີ່ອັດບັນທຶກ
ເອົາການສົນທະນາຢ່າງເປັນທາງລັບຂອງເຈົ້າໜ້າທີ່ປະຕິບັດກົດ ໝາຍຈາກສະຫະລັດກັບ
ອັງກິດ ທີ່ຫາລືກັນກ່ຽວກັບວ່າຈະຈັດການແບບໃດກັບກຸ່ມດັ່ງກ່າວ.
ກຸ່ມ Anonymous ໄດ້ນຳອອກເຜີຍແຜ່ທາງອິນເຕີແນັດ ສຽງບັນທຶກທີ່ຍາວປະມານ 15
ນາທີ. ໃນລະຫວ່າງການປະຊຸມກັນ ທາງອິນເຕີແນັດນັ້ນ ເຈົ້າໜ້າທີ່ຈາກໜ່ວຍສັນຕິບານ
ກາງ FBI ຂອງສະຫະລັດແລະໜ່ວຍສືບລັບ Scotland Yard ຂອງອັງກິດໄດ້ເວົ້າຕະລົກ
ກັນກ່ຽວກັບການໂຈມຕີແຮັກກິ່ງທາງອິນເຕີແນັດ ແລະສົນທະນາເລື່ອງຂໍ້ມູນ ທີ່ພວກເຂົາ
ເຈົ້າໄດ້ຮັບ. ໄດ້ຍິນສຽງນັກສືບຂອງອັງກິດຄົນນຶ່ງ ໄດ້ເວົ້າເຖິງຜູ້ທີ່ຖືກກ່າວຫາວ່າເປັນນັກ
ໂຈມຕີທາງອິນເຕີແນັດອາຍຸ 15 ຄົນນຶ່ງ ທີ່ເຈົ້າໜ້າທີ່ທ່ານນີ້ເອີ້ນວ່າ “ຂ້ອນຂ້າງບ້າໜ້ອຍ
ນຶ່ງ”.
ອົງການ FBI ໄດ້ໃຫ້ການຢືນຢັນວ່າ ສຽງທີ່ນຳອອກເຜີຍແຜ່ນັ້ນເປັນຂອງຈິງແລະເວົ້າວ່າ
ພວມທຳການສືບສວນແບບອາຍາຢູ່ເພື່ອລະບຸໂຕພວກທີ່ຮັບຜິດຊອບ.
ການຮົ່ວໄຫຼຂອງຂໍ້ມູນລັບດັ່ງກ່າວແມ່ນນຶ່ງໃນການໂຈມຕີຂອງກຸ່ມ Anonymous ໃນມື້
ວັນສຸກວານນີ້.
ນອກນັ້ນແລ້ວ ກຸ່ມດັ່ງກ່າວຍັງໄດ້ໂຈມຕີເວັບໄຊທ໌ຂອງກະຊວງຍຸຕິທຳກຣີສແລະເວັບໄຊທ໌
ຂອງຕຳຫຼວດໃນນະຄອນບອສຕັນ ແລະຍັງອ້າງເອົາຄວາມຮັບຜິດຊອບ ໃນການທຳລາຍ
ເວັບໄຊທ໌ຂອງບໍລິສັດທະນາຍຄວາມບໍລິສັດນຶ່ງ ທີ່ຕໍ່ສູ້ຄະດີໃຫ້ແກ່ທະຫານມາຣີນຄົນນຶ່ງທີ່
ໄດ້ຖືກພົບເຫັນວ່າມີຄວາມຜິດໃນການສັງຫານພົນລະເຮືອນອີຣັກໃນປີ 2005 ນັ້ນ.