ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັນທະມິດ ແລະ ສະຫະລັດ ທຳລາຍໂຄງການຜະລິດ ອາວຸດເຄມີ ຂອງຊີເຣຍ


ນັກດັບໄຟຂອງຊີເຣຍ ຄົນນຶ່ງ ເຫັນໄດ້ຢູ່ດ້ານນອກຂອງ ສູນກາງ
ຄົ້ນຄວ້າດ້ານວິທະຍາສາດ ໃນນະຄອນຫຼວງ ດາມາກັສ ຂອງ
ຊີເຣຍ, ວັນທີ 14 ເມສາ 2018.
ນັກດັບໄຟຂອງຊີເຣຍ ຄົນນຶ່ງ ເຫັນໄດ້ຢູ່ດ້ານນອກຂອງ ສູນກາງ ຄົ້ນຄວ້າດ້ານວິທະຍາສາດ ໃນນະຄອນຫຼວງ ດາມາກັສ ຂອງ ຊີເຣຍ, ວັນທີ 14 ເມສາ 2018.

ກຸ່ມພັນທະມິດ ທີ່ນຳພາໂດຍສະຫະລັດ ເຊື່ອວ່າ ຕົນໄດ້ສົ່ງສັນຍານທີ່ໜັກແໜ້ນ ໄປໃຫ້
ແກ່ ດາມາກັສ ແລະ ພວກທີ່ໜູນຫຼັງຂອງເຂົາ ດ້ວຍການໂຈມຕີທາງອາກາດແບບຕັດ
ຜ່ານຜ່າລະບົບປ້ອງກັນທາງອາກາດຂອງປະເທດ ຢ່າງແມ່ນຍໍາ ເພື່ອທຳລາຍ ເຄື່ອງ
ອຸປະກອນຜະລິດອາວຸດເຄມີ ທີ່ເປັນສັນຫລັງຂອງລັດຖະບານຊີເຣຍ.

ສະຫະລັດ ຝຣັ່ງ ແລະ ອັງກິດ ໄດ້ເປີດສາກ ການໂຈມຕີທາງອາກາດ ເມື່ອຕອນເຊົ້າ
ວັນເສົາວານນີ້ ດ້ວຍການຍິງ ລູກສອນໄຟ 105 ລູກ ໃສ່ສະຖານທີ່ຜະລິດອາວຸດເຄມີ
ຂອງຊີເຣຍ 3 ແຫ່ງ - ເຊິ່ງ ແຫ່ງນຶ່ງຕັ້ງ ຢູ່ໃນນະຄອນຫຼວງ ດາມາກັສ ແລະ ອີກສອງ
ແຫ່ງຕັ້ງ ຢູ່ໃກ້ໆກັບເມືອງ ໂຮມສ໌ ໃກ້ຊາຍແດນຕິດກັບ ເລບານອນ ພາຍໃນເວລາ
ພຽງບໍ່ເທົ່າໃດນາທີ.

ບັນດາເຈົ້າໜ້າທີ່ ກອງທັບສະຫະລັດ ໄດ້ກ່າວວ່າ ການປະເມີນຜົນໃນເບື້ອງຕົ້ນ ໄດ້
ສະແດງໃຫ້ເຫັນວ່າ ລູກສອນໄຟໝົດທຸກລູກ ຖືກເປົ້າໝາຍຂອງມັນ ເຮັດໃຫ້ສະຖານທີ່
ຕ່າງໆທີ່ກ່າວນັ້ນ ກາຍເປັນຊາກຫັກພັງ ໃນຂະນະທີ່ ຫລີກເວັ້ນການເສຍຊີວິດ ຂອງ
ພົນລະເຮືອນ.

ພົນໂທເຄັນເນັດ ເມັກເຄນຊີ ໄດ້ບອກ ພວກນັກຂ່າວ ຢູ່ທຳນຽບຫ້າແຈ ໃນວັນເສົາ
ວານນີ້ ວ່າ “ພວກເຮົາໄດ້ໂຈມຕີ ໝາກຫົວໃຈໂຄງການຜະລິດອາວຸດເຄມີຂອງຊີເຣຍ.
ອັນນີ້ ໄດ້ສ້າງຄວາມເສຍຫາຍໃຫ້ພວກເຂົາຢ່າງໜັກ.”

ພົນໂທນາວິກະໂຍທິນ ເຄັນເນັດ ແອຟ ເມັກເຄນຊີ ຈູເນຍ (Kenneth F. McKenzie Jr.), ຜູ້ອຳນວຍການ ກອງເສນາທິການຮ່ວມ, ກ່າວຖະແຫລງ ຂະນະທີ່ ທ່ານສະແດງຮູບພາບ ຈາກເມື່ອກ່ອນ ແລະ ລຸນຫຼັງ ການໂຈມຕີທາງອາກາດ ຂອງກຸ່ມພັນທະມິດ ທີ່ນຳພາໂດຍ ສະຫະລັດ ຕໍ່ຊີເຣຍ ໃນລະຫວ່າງ ໃຫ້ການເວລາແກ່ສື່ມວນຊົນ ໃນທຳນຽບຫ້າແຈ, ວັນທີ 14 ເມສາ 2018, ໃນນະຄອນຫຼວງ ວໍຊິງຕັນ.
ພົນໂທນາວິກະໂຍທິນ ເຄັນເນັດ ແອຟ ເມັກເຄນຊີ ຈູເນຍ (Kenneth F. McKenzie Jr.), ຜູ້ອຳນວຍການ ກອງເສນາທິການຮ່ວມ, ກ່າວຖະແຫລງ ຂະນະທີ່ ທ່ານສະແດງຮູບພາບ ຈາກເມື່ອກ່ອນ ແລະ ລຸນຫຼັງ ການໂຈມຕີທາງອາກາດ ຂອງກຸ່ມພັນທະມິດ ທີ່ນຳພາໂດຍ ສະຫະລັດ ຕໍ່ຊີເຣຍ ໃນລະຫວ່າງ ໃຫ້ການເວລາແກ່ສື່ມວນຊົນ ໃນທຳນຽບຫ້າແຈ, ວັນທີ 14 ເມສາ 2018, ໃນນະຄອນຫຼວງ ວໍຊິງຕັນ.


“ພວກເຮົາເຊື່ອໝັ້ນວ່າ ມັນໄດ້ທຳລາຍຢ່າງສາຫັດ ແລະໄດ້ເຮັດໃຫ້ຄວາມອາດສາ
ມາດ ໃນການຜະລິດເຄມີຂອງລະບອບການປົກຄອງ ຢຸຸດສະງັກ”
ທ່ານຮອງປະທາ
ນາທິບໍດີ ໄມ້ ເພັນສ໌ ໄດ້ບອກບັນດານັກຂ່າວ ໃນນະຄອນຫຼວງ ລີມາ ຂອງປະເທດເປຣູ.
ທ່ານກ່າວຕື່ມວ່າ “ແລະໃຫ້ເປັນທີ່ຈະແຈ້ງ ສະຫະລັດ ແມ່ນຍັງພ້ອມ ທີ່ຈະເອົາ
ມາດຕະການຕື່ມອີກ ໃນທາງທີ່ຍືນຍົງ ເພື່ອຮັບປະກັນວ່າ ຊີເຣຍ ເຂົ້າໃຈວ່າ ຈະຕ້ອງ
ຖືກລົງໂທດ ຖ້າພວກເຂົາຈະຄິດໃຊ້ອາວຸດເຄມີ ອີກ.”

ສ່ວນປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຂຽນລົງທວີດເຕີ້ ວ່າ “ເປັນການ
ປະຕິບັດ ການໂຈມຕີທາງອາກາດ ທີ່ສົມບູນແບບ ເມື່ອຄືນວານນີ້, ບໍ່ອາດຈະມີຜົນ
ທີ່ດີກວ່ານີ້. ພາລະກິດໄດ້ສຳເລັດຜົນແລ້ວ!”

ກຳປັ່ນກອງທັບເຮືອສະຫະລັດ USS Monterey ຕິດລູກສອນໄຟນຳວິຖີ ຍິງລູກສອນໄຟ ໂທມາຮອັກ (Tomahawk) ລູກສອນໄຟໂຈມຕີພື້ນດິນ, ວັນທີ 14 ເມສາ 2018.
ກຳປັ່ນກອງທັບເຮືອສະຫະລັດ USS Monterey ຕິດລູກສອນໄຟນຳວິຖີ ຍິງລູກສອນໄຟ ໂທມາຮອັກ (Tomahawk) ລູກສອນໄຟໂຈມຕີພື້ນດິນ, ວັນທີ 14 ເມສາ 2018.

ສະຫະລັດ ໄດ້ກ່າວວ່າ ເປົ້າໝາຍໝົດທັງ 3 ແຫ່ງ ຄື ສູນຄົ້ນຄວ້າ ບາຣຊາ ໃນນະຄອນ
ຫຼວງ ດາມາກັສ ແລະ ຄັງເກັບອາວຸດເຄມີຕ່າງໆ ໃກ້ກັບເມືອງ ໂຮມສ໌ ທີ່ພົວພັນກັບ
ການຜະລິດ ແລະ ນຳໃຊ້ ທັງສານໂຄລຣີນ ແລະ ແກັສຊາຣີນ ນັ້ນ. ສະຫະລັດ ກ່າວຕໍ່
ໄປວ່າ ບໍ່ມີຂໍ້ສັງເກດໃດໆ ທີ່ບົ່ງຊີ້ວ່າ ສານເຄມີ ໄດ້ຖືກປ່ອຍກະຈາຍເຂົ້າສູ່ອາກາດ
ອັນເປັນຜົນຈາກການໂຈມຕີທາງອາກາດ.

Allies Back US-led Strikes on Syria as Russia Expresses Fury
please wait

No media source currently available

0:00 0:03:19 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG