ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສຫລ ອັງກິດ ແລະຝຣັ່ງ ໂຈມຕີ ສາງອາວຸດ ເຄມີ ຂອງ ຊີເຣຍ


ແສງລູກສອນໄຟ ທີ່ແນມເຫັນ ຢູ່ທ້ອງຟ້າ ນະຄອນຫຼວງ ດາມາສກັສ ຂະນະທີ່ສະຫະລັດ ອັງກິດ ແລະຝຣັ່ງ ທຳການ
ໂຈມຕີ ເປົ້າໝາຍຕ່າງໆ. (ວັນທີ 14 ເມສາ 2018)
ແສງລູກສອນໄຟ ທີ່ແນມເຫັນ ຢູ່ທ້ອງຟ້າ ນະຄອນຫຼວງ ດາມາສກັສ ຂະນະທີ່ສະຫະລັດ ອັງກິດ ແລະຝຣັ່ງ ທຳການ ໂຈມຕີ ເປົ້າໝາຍຕ່າງໆ. (ວັນທີ 14 ເມສາ 2018)

ເຮືອບິນແລະກຳປັ່ນລົບຂອງປະເທດຕາເວັນຕົກໄດ້ຍິງລູກສອນໄຟຈຳນວນນຶ່ງໃສ່ສະ
ຖານທີ່ ເກັບມ້ຽນອາວຸດເຄມີ 3 ແຫ່ງ ຂອງຊີເຣຍ ເພື່ອເລີ້ມຕົ້ນ ໃນອັນທີ່ເອີ້ນວ່າ ການ
ໂຈມຕີແບບແກ່ຍາວ ຕໍ່ລັດຖະບານ ຂອງ ປະທານາທິບໍດີ ບາຊາ ອາລ-ອາຊາດ ແລະ
ພວກສະໜັບສະໜຸນ.

ເຈົ້າໜ້າທີ່ ຂອງກອງທັບສະຫະລັດ ກ່າວວ່າ ການໂຈມຕີ ຊຶ່ງເປັນການປະສານງານ ທີ່
ພົວພັນກັບອັງກິດແລະຝຣັ່ງເລີ້ມຂຶ້ນໃນເວລາ 9 ໂມງແລງ ຕາມເວລາໃນພາກຕາເວັນ
ອອກຂອງສະຫະລັດ ໃນມື້ວັນສຸກວານນີ້ ໂດຍມີການຍິງລູກສອນໄຟຄຣູສ ຫຼາຍກວ່າ
100 ລູກ ເຂົ້າໃສ່ສະຖານທີ່ 3 ແຫ່ງ ໃນນະຄອນຫຼວງດາມາສກັສ ແລະທີ່ເມືອງໂຮມ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານຈິມ ແມັດຕິສກ່າວກ່ຽວກັບການ
ໂຈມີ ຕໍ່ພວກນັກຂ່າວ ໃນຕອນແລງວັນສຸກວານນີ້ວ່າ “ໃນເວລານີ້ ນີ້ແມ່ນການໂຈມຕີ
ພຽງຄັ້ງດຽວ” ແຕ່ໃນຂະນະດຽວກໍເຕືອນວ່າ ການໂຈມຕີຕື່ມອາດຈະມີຂຶ້ນອີກ.

ທ່ານແມັດຕິສ ກ່າວວ່າ “ນີ້ຈະຂຶ້ນຢູ່ກັບວ່າ ທ່ານອາຊາດ ຄວນຈະຕັດສິນໃຈໃຊ້ອາວຸດ
ເຄມີຕື່ມອີກຫຼືບໍ່ໃນອະນາຄົດ.”

ທ່ານແມັດຕິສ ຖະແຫຼງ ກ່ຽວກັບການໂຈມຕີ

U.S. Defense Secretary Mattis Briefs Reporters in Syria Strikes
please wait

No media source currently available

0:00 0:02:52 0:00

ການຕັດສິນໃຈທຳການໂຈມຕີຕໍ່ຊີເຣຍ ມີຂຶ້ນຫຼັງຈາກການປຶກສາຫາລືລະຫວ່າງວໍຊິງ
ຕັນ ລອນດອນ ແລະປາຣີ ຊຶ່ງມີຂຶ້ນລຸນຫຼັງທີ່ພວກທະຫານແລະເຈົ້າໜ້າທີ່ສືບລັບ ສະ
ຫຼຸບວ່າ ລັດຖະບານອາຊາດເປັນຜູ້ຮັບຜິດຊອບຢ່າງແທ້ຈິງ ຕໍ່ການໂຈມຕີດ້ວຍອາວຸດ
ເຄມີ ຢູ່ເມືອງດູມາ ໃນວັນເສົາແລ້ວ ທີ່ເຮັດໃຫ້ 40 ກວ່າຄົນ ເສຍຊີວິດ ຮວມທັງພວກ
ແມ່ຍິງແລະເດັກນ້ອຍ ແລະມີຜູ້ລົມປ່ວຍອີກຫຼາຍຮ້ອຍຄົນ.

ປ. ທຣຳ ປະກາດ ກ່ຽວກັບ ການໂຈມຕີ ຕໍ່ຊີເຣຍ

President Trump Announces Strikes Against Syria
please wait

No media source currently available

0:00 0:07:40 0:00

ເຈົ້າໜ້າທີ່ສະຫະລັດ ອັງກິດ ແລະຝຣັ່ງ ໄດ້ສະແດງຄວາມເຊື່ອໝັ້ນເປັນຢ່າງສູງກ່ຽວ
ກັບການໂຈມຕີທີ່ເມືອງດູມາ ໂດຍກຳລັງທີ່ຈົງຮັກພັກດີຕໍ່ທ່ານອາຊາດດ້ວຍການໃຊ້
ແກັສຄລໍຣີນ ແລະກໍມີທ່າທາງວ່າ ຈະໃຊ້ແກັສອື່ນໆນຳເຊັ່ນແກັສຊາຣີນເປັນຕົ້ນ.

ເຈົ້າໜ້າທີ່ຊີເຣຍ ຍັງສືບຕໍ່ປະຕິເສດວ່າ ກຳລັງຂອງຕົນ ບໍ່ໄດ້ໃຊ້ອາວຸດເຄມີແລະຣັດ
ເຊຍ ຊຶ່ງເປັນຜູ້ໜຸນຫຼັງປະທານາທິບໍດີອາຊາ​ ກ່ອນບັນຫາຂັດແຍ້ງເລີ້ມຂຶ້ນໃນຊີເຣຍ ໄດ້ກ່າວຫາໃນຕອນເຊົ້າວັນສຸກວານນີ້ວ່າ ການໂຈມຕີນີ້ແມ່ນກະທຳໂດຍອັງກິດ ຊຶ່ງ
ເປັນຂໍ້ຫາທີ່ທາງອັງກິດແລະສະຫະລັດໄດ້ປະຕິເສດໄປແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG