ບັນດາສະມາຊິກຂອງກຸ່ມທະຫານບ້ານທີ່ຄັດຄ້ານການເຮັດລັດຖະປະຫານຂອງທະຫານມຽນມາ ໃນວັນອາທິດວານນີ້ ໄດ້ຖອນກໍາລັງເຂົ້າໄປຢູ່ປ່າຄືນອີກ ຢູ່ໃນພາກຕາເວັນຕົກຂອງມຽນມາ ຫລັງຈາກໄດ້ທໍາການສູ້ລົບກັບທະຫານຂອງກອງທັບມາໄດ້ຫລາຍມື້ ໃນຂະນະທີ່ສະຫະລັດແລະອັງກິດໄດ້ປະນາມການໃຊ້ຄວາມຮຸນແຮງທາງທະຫານຕໍ່ພົນລະເຮືອນ.
ເມືອງມິນດາດ (Mindat), ເຊິ່ງເປັນເມືອງທີ່ມີປະຊາກອນປະມານ 40,000 ຄົນ ຢູ່ລັດຈິນທີ່ຕັ້ງຢູ່ໃນພາກຕາເວັນຕົກຂອງມຽນມາ, ໄດ້ກາຍເປັນຈຸດເດືອດຂອງການເຄື່ອນໄຫວຂອງພົນລະເຮືອນຕໍ່ຕ້ານລັດຖະບານທະຫານ, ເຊິ່ງໄດ້ຍຶດອຳນາດໂດຍການກໍ່ລັດຖະປະຫານໃນວັນທີ 1 ກຸມພາຜ່ານມາ.
ຊາວເມືອງມິນດາດຈໍານວນນຶ່ງໄດ້ສ້າງຕັ້ງກອງກຳລັງປ້ອງກັນດິນແດນຂອງລັດຈິນ ຫລື CDF, ທີ່ໄດ້ກ່າວຢູ່ໃນຖະແຫຼງການສະບັບນຶ່ງ ໃນວັນອາທິດວານນີ້ວ່າ ສະມາຊິກ 6 ຄົນຂອງພວກເຂົາເຈົ້າ ໄດ້ຖືກລັດຖະບານທະຫານຂ້າຕາຍ. ຫຼັງຈາກມີການຕໍ່ສູ້ກັນເປັນເວລາ 3 ອາທິດ, ກອງທັບກໍໄດ້ຕໍ່ສູ້ກັນກັບປະຊາຊົນໃນທ້ອງຖິ່ນ. ແຕ່ພວກນັກລົບໄດ້ຖອຍທັບກັບຄືນພາຍຫລັງທີ່ມີການໂຈມຕີ ເປັນ ເວລາຫລາຍວັນ ໂດຍກອງກຳລັງນັກລົບຂອງກອງທັບທີ່ໄດ້ຮັບການສະໜັບສະໜູນຈາກກອງທະຫານປືນໃຫຍ່.
ກຳລັງຮັກສາຄວາມໝັ້ນຄົງຈໍານວນນຶ່ງໄດ້ຖືກຂ້າຕາຍ, ແລະອີກຈຳນວນນຶ່ງ ມີລາຍງານວ່າ ໄດ້ຫາຍສາບສູນໄປ ຫຼັງຈາກມີການໂຈມຕີທີ່ເມືອງມິນດາດ, ອີງ ຕາມໂທລະພາບມຽວວັດດີ (Myawaddy), ເຊິ່ງຄວບຄຸມໂດຍກອງທັບ ລາຍ ງານໄປ ໃນວັນເສົາຜ່ານມາ. ອົງການຂ່າວ ບີບີຊີ (BBC) ລາຍງານວ່າ ປະ ຊາຊົນບາງສ່ວນຢູ່ໃນເມືອງມິນດາດເຊື່ອກັນວ່າໄດ້ຫລົບໜີໄປແລ້ວ ໃນຂະນະທີ່ຄົນອື່ນໆ ຍັງຄ້າງຢູ່ໃນເມືອງນັ້ນ.