ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ແລະອັງກິດ ປິດສະຖານທູດ ທີ່ປະເທດເຢເມນ


ສະຖານທູດ ສະຫະລັດ ທີ່ນະຄອນຫລວງ Sana'a ປະທດເຢເມນ.
ສະຖານທູດ ສະຫະລັດ ທີ່ນະຄອນຫລວງ Sana'a ປະທດເຢເມນ.

ສະຫະລັດ ​ແລະ​ອັງກິດ ໄດ້ໂຈະ​ການ​ປະຕິບັດ​ງານ ທີ່ສະຖານ
ທູດ​ຂອງ​ຕົນ ​ໃນ​ປະ​ເທດ​ເຢ​ເມນ​ ຍ້ອນສະພາບ​ຄວາມ​ປອດ​ໄພ
ທີ່ພວມຊຸດໂຊມ​ລົງ​ຢູ່​ໃນ​ປະ​ເທດດັ່ງ ກ່າວ.

ກະ​ຊວງ​ຕ່່າງປະ​ເທດສະຫະລັດ ​ໄດ້​ປະກາດ​ໃນ​ຕອນແລງວັນ
​ອັງຄານ​ວານ​ນີ້​ວ່າ ​ພະນັກງານສະຖານທູດ​ຂອງ​ຕົນ ​ໄດ້​ຍົກ
ຍ້າຍ​ອອກ​ຈາກນະຄອນຫຼວງ Sana’a ຂອງເຢ​ເມນແລ້ວ ​ໃນ​
ຂະນະ​ທີ່ອັງກິດ ກ່າວໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້ນີ້ວ່າ ​ພະນັກງານ
​ຂອງ​ຕົນ​ໄດ້​ຖອນ​ອອກ​ຈາກນະຄອນດັ່ງກ່າວເຊັ່ນ​ກັນ.

ທ່ານ​ນາງ Jen Psaki ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ ກ່າວຢູ່ໃນ
ຖະແຫຼງຂ່າວສະ ບັບນຶ່ງວ່າ “​ການ​ປະຕິບັດ​ງານ​ໂດຍລຳພັງແຕ່ພຽງ​ຝ່າຍດຽ​ວຫວ່າງ​ມໍ່ໆ​ມາ​ນີ້ ​ໄດ້​ ​ລົບ​ກວນຂັ້ນຕອນການໂອນອຳນາດທາງ​ການ​ເມືອງໃນ​ເຢ​ເມນ ທີ່​ພາໃຫ້ມີ​ຄວາມ​ສ່ຽງ ຕໍ່ການເກີດຄວາມ​ຮຸນ​ແຮງ​ຄືນ​ໃໝ່ ຊຶ່ງຈະເປັນໄພ​ຂົ່ມຂູ່​ຕໍ່​ຊາວ​ເຢ​ເມນ ແລະ​ປະຊາ​ຄົມ​ການ​ທູດ ​ໃນ​ນະຄອນSana’a.” ທ່ານນາງກ່າວວ່າ “ສະຫະລັດຍັງ ມີຄວາມໝາຍໝັ້ນອັນ
ໜັກແໜ້ນ ​ຕໍ່ການໃຫ້ຄວາມ​ສະໜັບສະໜູນ ແກ່ຊາວ​ເຢ​ເມນ​ທຸກໆຄົນ ທີ່ຍັງສືບຕໍ່​ດຳ​ເນີນ​ງານ​ໄປ​ສູ່​ສັນຕິພາບ ຄວາມຈະ​ເລີ​ນຮຸງ​ເຮືອ​ງ ​ແລະ​ຄວາມເປັນເອກກະພາບຂອງ​ເຢ​ເມນ. ພວກ​ເຮົາ​ຈະ​ຊອກ​ຫາຊ່ອງທາງ​ເພື່ອ​ ກັບຄືນ​ໄປຍັງນະຄອນ Sana’a ​ເວລາ​ໃດທີ່ສະຖາ
ນະ​ການ​ທາງ​ພາກ​ພື້ນດິນ​ດີ​ຂື້ນ.”

ນອກນັ້ນ ​ປະ​ເທດທັງ​ສອງ ​ຍັງໄດ້​ແນະນຳ​ບໍ່​ໃຫ້​ປະຊາຊົນຂອງ​ຕົນ ​ເດີນທາງ​ໄປ​ເຢ​ເມນ
​ແລະ​ຜູ້ໃດ​ທີ່ຢູ່​ໃນ​ເຢ​ເມນແລ້ວ​ນັ້ນ ​ໃຫ້​ພາກັນ​ອອກຈາກປະເທດດັ່ງກ່າວ.

​ເຢ​ເມນ ໄດ້ຕົກຢູ່ທ່າມກາງຄວາມວຸ້ນວາຍທາງດ້ານ​ການ​ເມື​ອງມາ​ໄດ້​ຫຼາຍ​ເດືອນ ແລ້ວ.
​ໃນເດືອນ​ແລ້ວ​ນີ້ ພວກ​ກະບົດ Houthi ທີ່ນັບຖືກສາສະໜາອິສລາມ ນິກາຍຊີໄອທ໌ ​ໄດ້
ເຂົ້າ​ຄວບ​ຄຸມ​ບ້ານ​ພັກຂອງປະທານາທິບໍດີ Abd Rabbuh Mansour Hadi ທີ່​ໄດ້​ເຮັດ​
ໃຫ້​ທ່ານ ແລະ​ຄະນະ​ລັດຖະບານ​ຂອງ​ທ່ານ​ລາ​ອອກ. ພວກ​ກະບົດ​ໃນທີ່ສຸດກໍໄດ້ເຂົ້າ​ຄວບ​
ຄຸມປະ​ເທດ ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ​ໂດຍປະກາດ​ວ່າ ​ເຂົາ​ເຈົ້າ​ໄດ້​ຍຸບສະພາ ​ແລະ​ສ້າງຕັ້ງ
ສະພາປະທານາທິບໍດີຂຶ້ນມາໃໝ່ ​ເພື່ອ​ບໍລິຫານເຢ​ເມນ.

US EMBASSY YEMEN VO
please wait
Embed

No media source currently available

0:00 0:01:20 0:00

XS
SM
MD
LG