ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ອັງກິດ ຖິ້ມໂທດໃສ່ ອີຣ່ານ ສຳລັບການໂຈມຕີ ກຳປັ່ນບັນທຸກນໍ້າມັນ ທີ່ເຮັດໃຫ້ມີຄົນເສຍຊີວິດ


ກຳປັ່ນບັນທຸກນໍ້າມັນຢູ່ອ່າວເປີເຊຍ, 27 ພຶດສະພາ 2006.
ກຳປັ່ນບັນທຸກນໍ້າມັນຢູ່ອ່າວເປີເຊຍ, 27 ພຶດສະພາ 2006.

ສະຫະລັດ ແລະ ອັງກິດ ໄດ້ຖິ້ມໂທດໃສ່ ອີຣ່ານ ສຳລັບການໂຈມຕີ ດ້ວຍເຮືອບິນບໍ່ມີຄົນຂັບຕໍ່ກຳ ປັ່ນບັນທຸກນໍ້າມັນຢູ່ນອກຊາຍຝັ່ງຂອງປະເທດ ໂອມານ ໃນອາທິດທີ່ຜ່ານມາ ເຊິ່ງໄດ້ເຮັດໃຫ້ສອງຄົນເສຍຊີວິດ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງ,​ ໃນຂະນະທີ່ກ່າວຫາລັດຖະບານ ເຕຫະຣ່ານ ກ່ຽວກັບ ການສົ່ງເຮືອບິນບໍ່ມີຄົນຂັບຕິດອາວຸດອອກໄປທົ່ວພາກພື້ນຫຼາຍຂຶ້ນວ່າ “ພວກເຮົາໝັ້ນໃຈວ່າ ອີຣ່ານ ໄດ້ດຳເນີນການໂຈມຕີນີ້.”

ນັກການທູດລະດັບສູງຂອງ ສະຫະລັດ ນັ້ນໄດ້ກ່າວວ່າ ມັນ “ບໍ່ມີເຫດຜົນ” ການສຳລັບການໂຈມຕີດັ່ງກ່າວຕໍ່ກຳປັ່ນບັນທຸກນໍ້າມັນ ເມີເຊີ ສຕຣີດ (Mercer Street) ໃນພາກເໜືອຂອງທະເລ ອາຣາບຽນ, ເຊິ່ງແມ່ນກຳປັ່ນທີ່ຖືກບໍລິຫານ ໂດຍບໍລິສັດ ໂຊດີແອັກ ແມຣີໄທມ໌ (Zodiac Maritime) ທີ່ເປັນເຈົ້າຂອງ ໂດຍມະຫາເສດຖີພັນລ້ານຂອງ ອິສຣາແອລ ທ່ານ ອີຢາລ ໂອເຟີ.

ທ່ານ ບລິງເຄັນ ໄດ້ກ່າວວ່າການໂຈມຕີນັ້ນໄດ້ເປັນໄພຂົ່ມຂູ່ “ຕໍ່ເສລີພາບ ໃນການເດີນເຮືອຜ່ານເສັ້ນທາງນໍ້າທີ່ສຳຄັນນີ້, ການຂົນສົ່ງທາງທະເລ ແລະ ການຄ້າ, ແລະ ຊີວິດຂອງຜູ້ທີ່ຢູ່ເທິງກຳປັ່ນທີ່ກ່ຽວຂ້ອງນັ້ນ.”

ທ່ານໄດ້ກ່າວວ່າ ສະຫະລັດ ແມ່ນກຳລັງປຶກສາກັບບັນດາພັນທະມິດ ແລະ ລັດຖະບານຕ່າງໆໃນເຂດຕາເວັນອອກກາງ “ກ່ຽວກັບ ການຕອບໂຕ້ ທີ່ເໝາະສົມ, ເຊິ່ງໃກ້ຈະມີອອກມານັ້ນ.”

ລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ ໂດມີນິກ ຣາບ ໄດ້ກ່າວວ່າ “ພວກເຮົາເຊື່ອວ່າການໂຈມຕີນີ້ແມ່ນຕັ້ງໃຈ, ໄດ້ແນເປົ້າໃສ່ ແລະ ເປັນການລະເມີດຢ່າງຈະແຈ້ງຕໍ່ກົດໝາຍສາກົນໂດຍ ອີຣ່ານ.”

ທ່ານໄດ້ກ່າວວ່າ ເຮືອບິນບໍ່ມີຄົນຂັບລຳນຶ່ງ ຫຼື ຫຼາຍກວ່ານັ້ນໄດ້ຖືກໃຊ້ ໃນການໂຈມຕີ.

ບໍ່ມີໃຜອອກມາອ້າງເອົາຄວາມຮັບຜິດຊອບ ແລະ ໃນຕອນເຊົ້າວັນອາທິດວານນີ້, ໂຄສົກກະຊວງການຕ່າງປະເທດ ອີຣ່ານ ທ່ານ ຊາອີດ ຄາຕິບຊາເດ ໄດ້ກ່າວເວົ້າວ່າການກ່າວຫາວ່າ ອີຣ່ານ ເປັນຜູ້ດຳເນີນການໂຈມຕີແມ່ນ “ບໍ່ມີມູນຄວາມຈິງ.”

ສະຫະລັດ, ອັງກິດ ແລະ ອິສຣາແອລ ແມ່ນຍັງບໍ່ໄດ້ສະແດງວັດຖຸທີ່ເປັນ ຫຼັກຖານຈາກການໂຈມຕີ ຫຼື ຂໍ້ມູນອື່ນໆທີ່ລະບຸໃຫ້ເຫັນວ່າເປັນຫຍັງ ເຂົາເຈົ້າຈຶ່ງຖິ້ມໂທດໃສ່ ອີຣ່ານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG