ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ, ອັງກິດ ແລະ ອອສເຕຣເລຍ ເພີ້ມທະວີການຂະຫຍາຍຂໍ້ຕົກລົງ ດ້ານຄວາມໝັ້ນຄົງ AUKUS ເພື່ອຂັດຂວາງຈີນ


ແຟ້ມພາບ - ຈາກຊ້າຍມື, ນາຍົກລັດຖະມົນຕີອອສເຕຣເລຍ ທ່ານ ແອນໂທນີ ອາລບານິສ, ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ແລະ ນາຍົກລັດຖະມົນຕີອັງກິດ ທ່ານ ຣີຊີ ຊູນາກ ກ່າວຄຳປາໄສຢູ່ທີ່ງານຂອງ AUKUS ຢູ່ທີ່ຖານທັບເຮືອ Point Loma ໃນຊານ ດີເອໂກ, ລັດຄາລີຟໍເນຍ, ວັນທີ 13 ມີນາ 2023.
ແຟ້ມພາບ - ຈາກຊ້າຍມື, ນາຍົກລັດຖະມົນຕີອອສເຕຣເລຍ ທ່ານ ແອນໂທນີ ອາລບານິສ, ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ແລະ ນາຍົກລັດຖະມົນຕີອັງກິດ ທ່ານ ຣີຊີ ຊູນາກ ກ່າວຄຳປາໄສຢູ່ທີ່ງານຂອງ AUKUS ຢູ່ທີ່ຖານທັບເຮືອ Point Loma ໃນຊານ ດີເອໂກ, ລັດຄາລີຟໍເນຍ, ວັນທີ 13 ມີນາ 2023.

ໜັງສືພິມ Financial Times (FT) ໄດ້ລາຍງານວ່າ ສະຫະລັດ, ອັງກິດ ແລະ ອອສເຕຣເລຍ ກຽມເລີ່ມການເຈລະຈາກ່ຽວກັບການນຳເອົາສະມາຊິກໃໝ່ເຂົ້າມາໃນສົນທິສັນຍາຄວາມໝັ້ນຄົງອໍກັສ (AUKUS) ຂອງພວກເຂົາ ໃນຂະນະທີ່ວໍຊິງຕັນ ຊຸກຍູ້ໃຫ້ຍີ່ປຸ່ນເຂົ້າມາມີສ່ວນຮ່ວມ ໃນການຂັດຂວາງ ຈີນ, ອີງຕາມອົງການຂ່າວ ຣອຍເຕີສ໌.

ລັດຖະມົນຕີປ້ອງກັນປະເທດຂອງບັນດາປະເທດດັ່ງກ່າວ ຈະປະກາດການສົນທະນາ ໃນວັນຈັນມື້ນີ້ ກ່ຽວກັບ "ສອງເສົາຄໍ້າ" ຂອງສົນທິສັນຍາ, ເຊິ່ງກຳນົດໃຫ້ປະເທດສະມາຊິກ ຮ່ວມກັນພັດທະນາເທັກໂນໂລຈີ ໃນດ້ານການຄຳນວນຂອງຄອມພິວເຕີ້ ຫຼື quantum computing, ໃຕ້ທະເລ, ໄຮເປີໂຊນິກ ຫຼືໄວກວ່າສຽງ, ປັນຍາປະດິດ ແລະ ໄຊເບີ, ຫນັງສືພິມດັ່ງກ່າວ ໄດ້ລາຍງານໃນວັນເສົາຜ່ານມາ ໂດຍໄດ້ອ້າງເຖິງຜູ້ທີ່ຄຸ້ນເຄີຍກັບສະຖານະການດັ່ງກ່າວ.

ພວກ​ເຂົາ​ ​ບໍ່​ໄດ້​ພິ​ຈາ​ລະ​ນາ​ທີ່ຈະຂະ​ຫຍາຍ​ເສົາ​ຄ້ຳ​ທຳ​ອິດ ​ທີ່​ຖືກ​ອອກ​ແບບ​ມາເພື່ອ​ສົ່ງ​ເຮືອ​ດຳ​ນ້ຳ​ໂຈມ​ຕີ​ພະ​ລັງ​ງານ​ນິວ​ເຄ​ລຍ​ໄປໃຫ້ອອສເຕຣເລຍ, ໜັງສືພິມ Financial Times ກ່າວ.

AUKUS ເຊິ່ງສ້າງ​ຕັ້ງ​ຂຶ້ນ​ໂດຍ​ທັງສາມ​ປະ​ເທດ​ໃນ​ປີ 2021 ແມ່ນເປັນ​ສ່ວນ​ຫນຶ່ງ​ຂອງ​ຄວາມ​ພະ​ຍາ​ຍາມ​ໃນການຕໍ່​ຕ້ານ​ການ​ຂະ​ຫຍາຍອຳນາດທີ່ເພີ້ມຂຶ້ນຂອງຈີນ ​ໃນ​ພາກ​ພື້ນ​ອິນ​ໂດ​ປາ​ຊີ​ຟິກ. ຈີນ​ໄດ້​ເອີ້ນ​ສົນທິສັນຍາ AUKUS ​ວ່າ​ເປັນ​ອັນ​ຕະລາຍ ​ແລະ​ໄດ້​ເຕືອນ​ວ່າ ​ມັນອາດຈະກະຕຸ້ນ​ການ​ແຂ່ງຂັນ​ດ້ານ​ອາວຸດ​ໃນ​ພາກ​ພື້ນໄດ້.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ພະຍາຍາມຍົກລະດັບການຮ່ວມມືກັບພັນທະມິດຂອງສະຫະລັດ ໃນເອເຊຍ, ລວມທັງຍີ່ປຸ່ນ ແລະຟີລິບປິນ, ທ່າມກາງການເສີມສ້າງກຳລັງທາງທະຫານຄັ້ງປະຫວັດສາດຂອງຈີນ ແລະ ຄວາມກ້າສະແດງອອກຂອງຈີນ ໃນພາກພື້ນທີ່ນັບມື້ນັບເພີ່ມຂຶ້ນ.

ທ່ານ ຣາມ ເອັນມານູເອລ (Rahm Emanuel), ເອກອັກຄະລັດຖະທູດ ສະຫະລັດ ປະຈໍາ ນະຄອນຫຼວງໂຕກຽວ, ຂຽນໃນບົດສະແດງຄວາມເຫັນໃນໜັງສືພິມ Wall Street Journal ໃນວັນພຸດທີ່ຜ່ານມາວ່າ ຍີ່ປຸ່ນ “ກຳລັງຈະກາຍມາເປັນຄູ່ຮ່ວມມືທຳອິດ ໃນເສົາຄໍ້າທີ 2.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG