ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແມ່ຍິງຖືພາ ຫຼາຍກວ່າ 2,000 ຄົນຕິດເຊື້ອ ໄວຣັສ Zika ໃນປະເທດ ໂຄລົມເບຍ

ແມ່ຍິງຄົນໜຶ່ງ ໃຊ້ຜ້າອັດປາກຂອງລາວ ໃນຂະນະທີ່ລາວຢືນຢູ່ນອກເຮືອນຂອງລາວ. ເມື່ອພະນັກງານກຳລັງຮົມຄັວນ ເພື່ອປາບເຊື້ອຍຸງສາຍພັນ Aedes Aegypti mosquitoes ທີ່ເປັນຕົວນຳສົ່ງໄວຣັສ Zika, ໃນຊຸມຊົນ San Judas, ນະຄອນຫຼວງ San Salvador, ປະເທດ El Salvador, 26 ມັງກອນ, 2016.

ເຊື້ອໄວຣັສ ZIka ແມ່ນກຳລັງແຜ່ລະບາດຢ່າງວ່ອງໄວໃນເຂດລາ ຕິນ ອາເມຣິກາ ແລະ ລັດຖະບານຂອງບັນດາປະເທດໃນທະວີບ ເອເຊຍ ໄດ້ອອກຄຳແນະນຳ ເພື່ອພະຍາຍາມທີ່ຈະຄວບຄຸມເຊື້ອ ໂຣກທີ່ເກີດມາຈາກຍຸງນີ້.

ອີງຕາມຜູ້ຊ່ຽວຊານດ້ານການແພດ, ເຊື້ອໄວຣັສ Zika ອາດເຊື່ອມ ຕໍ່ກັບສິ່ງຜິດ ປົກກະຕິຂອງເດັກນ້ອຍເກີດໃໝ່ ເຊັ່ນສະໝອງມີ ຄວາມເສຍຫາຍ ແລະ ອາດຈະ ເປັນສາເຫດເຮັດໃຫ້ເປັນໂຣກອຳ ມະພາດຊົ່ວຄາວ.

ບັນດາເຈົ້າໜ້າທີ່ການແພດໃນເອເຊຍຫຼາຍປະເທດ ໄດ້ແນະນຳໃຫ້ ບັນດານັກ ທ່ອງທ່ຽວ, ໂດຍສະເພາະແມ່ຍິງຖືພາໃຫ້ຫຼີກລ່ຽງການເດີນທາງໄປພາກພື້ນ ອາເມ ຣິກາກາງ ແລະ ໃຕ້.

ພວກເຂົາເຈົ້າໄດ້ຂໍໃຫ້ຄົນທີ່ໄດ້ເດີນທາງມາຈາກ ຫຼື ກັບຄືນມາຈາກເຂດຂົງເຂດ ດັ່ງກ່າວ, ຜູ້ທີ່ ມີອາການເຊັ່ນໄຂ້ຫວັດ ຫຼື ຜື່ນຕ່າງໆໃຫ້ລາຍງານຕໍ່ສູນສຸກຂະພາບ ໂດຍດ່ວນ. ບັນດາທ່ານໝໍ ກໍຍັງໄດ້ຮຽກຮ້ອງໃຫ້ລາຍງານຢ່າງຮີບດ່ວນ ຖ້າພົບ ເຫັນກໍລະນີທີ່ຕ້ອງສົງໄສ.

ບັນດາແມ່ ແລະ ລູກນ້ອຍຂອງພວກເຂົາເຈົ້າ ຜູ້ທີ່ມີລູກເກີດມາຫົວນ້ອຍ, ລໍຖ້າການປິ່ນປົວທີ່ໂຮງໝໍ Ozwaldo Cruz, ເມືອງ Recife ປະເທດ Brazil. 26 ມັງກອນ 2016.
ບັນດາແມ່ ແລະ ລູກນ້ອຍຂອງພວກເຂົາເຈົ້າ ຜູ້ທີ່ມີລູກເກີດມາຫົວນ້ອຍ, ລໍຖ້າການປິ່ນປົວທີ່ໂຮງໝໍ Ozwaldo Cruz, ເມືອງ Recife ປະເທດ Brazil. 26 ມັງກອນ 2016.

ໃນຂະນະດຽວກັນ, ສະຖາບັນການແພດແຫ່ງຊາດຂອງປະເທດ ໂຄລົມເບຍ ໄດ້ ກ່າວວ່າ ໃນ ປະເທດຂອງຕົນຖືກຄົ້ນພົບວ່າມີກໍລະນີຜູ້ຕິດເຊື້ອໄວຣັສ Zika 20,297 ກໍລະນີ, ລວມທັງແມ່ ຍິງຖືພາ 2,116 ຄົນ. ໃນຖະແຫຼງການສະບັບໜຶ່ງທີ່ ໄດ້ເຜີຍແຜ່ອອກໃນວັນ ເສົາວານນີ້, ສະ ຖາບັນດັ່ງກ່າວໄດ້ແນະນຳໃຫ້ຜູ້ທີຕິດເຊື້ອໄວຣັສ ຈົ່ງເລື່ອນການມີລູກອອກໄປ 6 ຫາ 8 ເດືອນ. ສຳລັບຕົວເລກຫຼ້າສຸດໃນລາຍງານຂ່າວ ການລະບາດຂອງເຊື້ອໂຣກ ຂອງສະຖາບັນການ ແພດແຫ່ງຊາດຂອງປະເທດ ໂຄລົມເບຍ, ອາດເຮັດໃຫ້ປະເທດ ໂຄລົມເບຍ ເປັນປະເທດທີ່ມີຜູ້ ຕິດເຊື້ອໄວຣັສຫຼາຍທີ່ສຸດເປັນອັນດັບສອງ ຮອງຈາກປະເທດ ບຣາຊິລ.

ໃນການປະເຊີນໜ້າກັບແຜ່ລະບາດຢ່າງຫຼາຍຂອງເຊື້ອໄວຣັສ Zika, ປະທານາທິບໍດີ ສະຫະ ລັດ ແລະ ບຣາຊິລ ໄດ້ຕົກກັນກ່ຽວກັບ “ຄວາມສຳຄັນຂອງການ ພະຍາຍາມຮ່ວມມືກັນ” ເພື່ອຕໍ່ສູ້ກັບການລະບາດຂອງເຊື້ອໄວຣັນ Zika.

Dr. Fauci on the Zika virus
please wait

No media source currently available

0:00 0:00:52 0:00

XS
SM
MD
LG