ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະບຣາຊີລ ຢືນຢັນ ຄວາມສໍາພັນ ດ້ານເສດຖະກິດ ລະຫວ່າງສອງປະເທດ


ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຈັບມືກັບ ປະທານາທິບໍດີບຣາຊີລ ທ່ານນາງ Dilma Rousseff ທີ່ຫ້ອງຮັບແຂກໃນທໍານຽບຂາວ ທີ່ກຸງວໍຊິງຕັນ ດີ.ຊີ ທີ 9 ເມສາ, 2012.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຈັບມືກັບ ປະທານາທິບໍດີບຣາຊີລ ທ່ານນາງ Dilma Rousseff ທີ່ຫ້ອງຮັບແຂກໃນທໍານຽບຂາວ ທີ່ກຸງວໍຊິງຕັນ ດີ.ຊີ ທີ 9 ເມສາ, 2012.

ຜູ້​ນໍາ​ສະຫະລັດແລະບຣາຊີ​ລ ​ໄດ້​ກ່າວຢືນຢັນ ​ເຖິງ​ຄວາມ​ສຳພັນ ທາງດ້ານ​ເສດຖະກິດ
ທີ່​ເຂັ້ມ​ແຂງ​ຂອງ​ທັງ​ສອງ​ປະ​ເທດ ຊຶ່ງ​ຈະ​ເປັນໂອກາດ​ໃຫ້​ມີການ​ລົງ​ທຶນຫລາຍ​ຂຶ້ນ​ຂອງ​
ສະຫະລັດ​ຢູ່ໃນບຣາຊີ​ລ ​ໃນ​ລະຫວ່າງ​ທີ່​ປະ​ເທດ​ດັ່ງກ່າວ​ກະກຽມ​ເປັນ​ເຈົ້າ​ພາບຈັດການ
ແຂ່ງຂັນ​ເຕະ​ບານ​ໂລກ ​ໃນປີ 2014 ​ແລະການ​ແຂ່ງຂັນກິລາ​ໂອ​ລິ​ມປິກ ​ໃນ​ປີ 2016​.

ປະທານາທິບໍດີ Barack Obama ​ແລະ ປະທານາທິລໍ​ດີ ບຣາຊີ​ລ ທ່ານນາງ Dilma
Rousseff ​ໄດ້​ພົບ​ປະກັນ​ທີ່ທໍານຽບຂາວ ຈັນວານນີ້. ປະທານາທິບໍດີ Obama ທີ່​ໄດ້
ໄປ​ຢ້ຽມຢາມບຣາຊີ​ລ​ໃນ ​ປີ​ແລ້ວ​ນີ້ກ່າວ​ວ່າຄວາມ​ສຳພັນລະ​ຫວ່າງ​ສອງ​ປະ​ເທດ “ບໍ່ເຄີຍ
ມີ​ຄວາມ​ເຂັ້ມ​ແຂງ​ແບບ​ນີ້ມາ​ກ່ອນ.”

ໃນ​ຄຳ​ປາ​ໄສ​ສັ້ນໆນັ້ນ ທ່ານ​ນາງ Rousseff ​ກໍໄດ້ກ່າວສັນລະ​ເສີນ​ຄວາມສໍາພັນ​ຂອງ
ປະ​ເທດ​ທັງ​ສອງ.

ທ່ານ​ນາງ​ຍັງເວົ້າວ່າ ທ່ານ​ນາງໄດ້ສະ​ແດງ​ຄວາມ​ເປັນ​ຫ່ວງ ​ກັບທ່ານ Obama ກ່ຽວ​ກັບ
ຜົນກະທົບ ​ໃນການ​ຂະຫຍາຍ​ນະ​ໂຍບາຍ​ດ້ານ​ການ​ເງິນ ຂອງ​ບັນດາ​ປະ​ເທດ​ທີ່​ຮັ່ງມີຕໍ່​ບັນ
ດາ​ປະ​ເທດທີ່​ກໍາລັງພັດທະນາ​ເຊັ່ນ​ ບຣາຊີ​ລ. ທ່ານ​ນາງ​ກ່າວ​ວ່າ ທ່ານນາງ​ມີ​ຄວາມ​ເປັນ
ຫ່ວງ​ວ່າ ມັນ​ຈະ​ນໍາພາ​ໄປ​ສູ່​ການ​ຫຼຸດຄ່າຂອງ​ເງິນຕາບຣາຊິ​ລ.

ທ່ານ Obama ບໍ່​ໄດ້ກ່າວ​ເຖິງ​ເລື້ອງນະ​ໂຍບາຍ​ການ​ເງິນ ຢູ່​ໃນຄຳຖະ​ແຫລ​ງຂອງ​ທ່ານ.

ການ​ຄ້າ​ລ​ະຫວ່າງສະຫະລັດ ແລະບຣາຊີ​ລ ​ໄດ້ຖີບ​ໂຕ​ຂຶ້ນສູງ​ເປັນ​ປະຫວັດ​ການ​ເຖິງ 74
ພັນ​ລ້ານ​ໂດ​ລາ​ໃນ​ປີ​ກາຍ​ນີ້.​ ທ່ານນາງ Rousseff ​ໄດ້​ກ່າວເນັ້ນ​ຕໍ່​ຜູ້​ນໍາຂອງ​ສະຫະລັດ ​
ເຖິງຄວາມຈຳ​ເປັນ​ທີ່​ຈະ​ຕ້ອງປັບ​ປຸງໂຄງ​ລ່າງ​ພື້ນຖານ ​ຢູ່​ໃນ​ປ​ະ​ເທດຂອງ​ທ່ານ​ນາງ​ໃນຂະ
ນະ​ທີ່​ປະ​ເທດ​ດັ່ງກ່າວ ກໍາລັງ​ຕຽມ​ທີ່​ຈະ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ກິລາ​ ທີ່​ສຳຄັນໆ
ລະດັບ​ໂລກ.

ບັນດາ​ຜູ້​ນໍາ​ທັງ​ສອງ​ຍັງ​ໄດ້​ຢືນຢັນ​ເຖິງ​ຄວາມ​ໝາຍ​ໝັ້ນທີ່​ຈະສ້າງ​ຄວາມ ​ກ້າວໜ້າທາງ
ດ້ານ​ການ​ຄ້າ ການ​ບໍລິການແລະ​ການ​ຜະລິດ​ສິນຄ້າ​ພ້ອມ ທັງ​ທັບ​ມ້າງ​ເຄື່ອງ​ກີດຂວາງ​
ຕ່າງໆ​ໃນ​ການຈັດ​ສົ່ງ​ຜະລິດ​ຕະພັນ​ກະສິກຳນຳ​ດ້ວຍ.

XS
SM
MD
LG