ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສິບແປດລັດຂອງສະຫະລັດ ໄດ້ມີລາຍງານວ່າ ມີກໍລະນີຕິດເຊື້ອໄວຣັສ ຫຼາຍເປັນປະຫວັດການ


ພະນັກງານແພດ ກຳລັງເກັບເອົາຕົວຢ່າງຈາກຮູດັງຂອງຜູ້ຂັບລົດຄົນນຶ່ງ ເພື່ອໄປກວດຫາ COVID-19 ຢູ່ສະຖານທີ່ກວດຕັ້ງຂຶ້ນ ຢູ່ໃກ້ກັບສະໜາມກິລາຂອງເມືອງ, ວັນທີ. 30 ທັນວາ 2021, ໃນນະຄອນເດັນເວີ ລັດໂຄໂຣລາໂດ.
ພະນັກງານແພດ ກຳລັງເກັບເອົາຕົວຢ່າງຈາກຮູດັງຂອງຜູ້ຂັບລົດຄົນນຶ່ງ ເພື່ອໄປກວດຫາ COVID-19 ຢູ່ສະຖານທີ່ກວດຕັ້ງຂຶ້ນ ຢູ່ໃກ້ກັບສະໜາມກິລາຂອງເມືອງ, ວັນທີ. 30 ທັນວາ 2021, ໃນນະຄອນເດັນເວີ ລັດໂຄໂຣລາໂດ.

ບັນດາເຈົ້າໜ້າທີ່ສາທາລະນະສຸກໃນສະຫະລັດ ພວມແຈ້ງເຕືອນອີກຄັ້ງນຶ່ງ ໂດຍກ່າວວ່າ ຊາວອາເມຣິກັນ ອາດຈະປະສົບກັບການລົບກວນໃນບໍ່ເທົ່າໃດອາທິດຈະມາເຖິງນີ້ ເນື່ອງຈາກການແຜ່ລະບາດຢ່າງໄວວາຂອງໄວຣັສໂຄວິດ-19 ສາຍພັນໃໝ່ໂອໄມຄຣອນຢູ່ນີ້.

ສະຫະລັດ ໄດ້ລາຍງານກໍລະນີຕິດເຊື້ອທີ່ສູງຂຶ້ນເປັນປະຫວັດການສອງມື້ລຽນຕິດ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ ໂດຍລາຍງານນີ້ກ່າວຕື່ມວ່າ ມີອີກ 18 ລັດ ໄດ້ບັນທຶກກໍລະນີການລະບາດຂອງພະຍາດທີ່ສູງເປັນປະຫວັດການ. ລັດແມຣີແລນ ໂອໄຮໂອ ແລະນະຄອນຫຼວງວໍຊິງຕັນ ກໍໄດ້ມີລາຍງານການເຂົ້າໂຮງໝໍທີ່ສູງເປັນປະຫວັດການເຊັ່ນກັນ.

ທ່ານໝໍ ໄມໂກລ ອອສເຕີໂຮມ ນັກຊ່ຽວຊານດ້ານພະຍາດຕິດແປດ ຢູ່ທີ່ມະຫາວິທະຍາໄລລັດມິນເນັສໂຊຕາ ໄດ້ກ່າວຕໍ່ ໂທລະພາບຊ່ອງ MSNBC ວ່າ “ພວກເຮົາຈະເຫັນຈຳນວນກໍລະນີຕິດໄວຣັສສູງຂຶ້ນຢູ່ໃນປະເທດນີ້ຢ່າງຫຼວງຫຼາຍ, ພວກເຮົາຈະມີຄວາມຫຍຸ້ງຍາກໃນການດຳລົງຊີວິດປະຈຳວັນ.”

ໜ່ວຍງານບໍລິການສາທາລະນະຫຼາຍແຫ່ງ ເຊັ່ນວ່າ ກົມຕຳຫຼວດແລະໜ່ວຍດັບເພີງ ໄດ້ມີລາຍງານວ່າ ພວກພະນັກງານຈຳນວນນຶ່ງ ໄດ້ໂທເຂົ້າໄປລາຍງານວ່າ ປ່ວຍ ເຮັດໃຫ້ການສະໜອງບໍລິການຕ່າງໆນັ້ນ ຍາກຫຼາຍຂຶ້ນກວ່າເກົ່າ.

ໄວຣັສໂອໄມຄຣອນ ກຳລັງສ້າງຄວາມສັບສົນວຸ້ນວາຍໃນອຸດສາຫະກຳການບິນ ໂດຍເຮັດໃຫ້ຖ້ຽວບິນຫຼາຍພັນຖ້ຽວຊັກຊ້າ ຫຼືບໍ່ ກໍຖືກຍົກເລີກ. ສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ຫຼື CDC ໄດ້ກ່າວເຕືອນຊາວອາເມຣິກັນ ບໍ່ໃຫ້ໄປຂີ່ເຮື່ອສຳລານໃດໆ.

ອີງຕາມການສຶກສາຄົ້ນຄວ້າຂອງມະຫາວິທະຍາໄລລັດເທັກຊັສ ກໍລະນີຕິດເຊື້ອໄວຣັສໂອໄມຄຣອນທັງຫຼາຍ ອາດຈະສູງສຸດໃນລະຫວ່າງວັນທີ 18ຫາ ວັນທີ 3 ທັນວາ. ການສຶກສານີ້ ໄດ້ກ່າວວ່າ ກໍລະນີຕິດເຊື້ອ ອາດຈະຫລຸດລົງພາຍໃນເດືອນມີນາ.

ປະມານ 62 ເປີເຊັນຂອງຊາວອາເມຣິກັນທັງຫຼາຍ ໄດ້ຮັບຢາວັກຊີນຂອງຟາຍເຊີ (Pfizer) ຫຼື ໂມເດີຣນາ (Moderna) 2 ເຂັມແລ້ວ ຫຼືວ່າ ເຂັມນຶ່ງຂອງ ຈອນສັນແລະຈັນສັນ ອີງຕາມລາຍງານຂອງໜັງສືພິມ USA Today. ຈຳພວກຄົນດັ່ງກ່າວ ຖືວ່າ ໄດ້ນັກຢາວັກຊີນຄົບຖ້ວນແລ້ວ ແຕ່ບັນດາເຈົ້າໜ້າທີ່ສາທາລະນະສຸກ ພວມຮຽກຮ້ອງໃຫ້ໄປສັກເຂັມເພີ້ມ ຫຼື ບຸສເຕີ. ພຽງແຕ່ນຶ່ງສ່ວນສາມຂອງຊາວອາເມຣິກັນເທົ່ານັ້ນ ໄດ້ໄປສັກເຂັມບຸສເຕີ ຕາມລາຍງານຂອງໜັງສືພິມນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG