ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໘ ມິຖຸນາ ໒໐໒໕

ຈຸດປະສົງ ຂັ້ນສຸດທ້າຍ ຂອງ ສຫລ ກໍຄື ໃຫ້ ເກົາຫຼີເໜືອ ແລະ ອີຣ່ານ ເປັນປະເທດ ປອດ ນິວເຄລຍ ຢ່າງສິ້ນເຊີງ


ຄົນງານຜູ້ນຶ່ງ ພວມຂີ່ລົດຖີບ ຜ່ານໂຮງໄຟຟ້າ ນິວເຄລຍ ບຸສເຊີ
ຄົນງານຜູ້ນຶ່ງ ພວມຂີ່ລົດຖີບ ຜ່ານໂຮງໄຟຟ້າ ນິວເຄລຍ ບຸສເຊີ

ອີຣ່ານມີທ່າທາງວ່າ ຈະຕົກລົງ ເປັນປະເທດ ທີ່ປອດອາວຸດນິວເຄລຍຢ່າງສິ້ນເຊີງ ທີ່
ມີການກວດພິສູດ ແລະຕ່າວປີ້ນບໍ່ໄດ້ ໃນການເຈລະຈາ ຕໍ່ຮອງກັບສະຫະລັດ ໃນອະ
ນາຄົດ ຄືກັນກັບເກົາຫຼີເໜືອ ອີງຕາມການໃຫ້ສັນຍານຂອງນັກການທູດອະວຸໂສທ່ານ
ນຶ່ງ ໃນວັນສຸກວານນີ້.

ດຣ. ອີລີມ ດີ ແອັສ ໂພເບລເຕ (Dr. Yleem D.S. Poblete) ລັດຖະມົນຕີຊ່ອຍວ່າ
ການກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບການຄວບຄຸມອາວຸດ
ການກວດພິສູດ ແລະຈັດຕັ້ງປະຕິບັດ ກ່າວຕໍ່ພວກແຂກ ທີ່ນະຄອນຫຼວງວໍຊິງຕັນວ່າ
“ບໍ່ມີຫຍັງໃນການປະຕິບັດນະໂຍບາຍການຕ່າງປະເທດເກີດຂຶ້ນໂດຍຊ່ອງຫວ່າງ.”

ທ່ານນາງ ກ່າວຕື່ມວ່າ “ຈຸດໝາຍປາຍທາງ ຂັ້ນສຸດທ້າຍ ທີ່ພວກເຮົາຊອກສະແຫວງ
ຫາສຳລັບການສະຫຼຸບ ທີ່ສຳເລັດຜົນ ກ່ຽວກັບການຕົກລົງໃດໆກໍຕາມ ໃນອະນາຄົດ
ກັບອີຣ່ານ ຕ້ອງໄດ້ແຈ້ງ ແລະຖືກແຈ້ງ ກ່ຽວກັບ ຈຸດໝາຍປາຍທາງ ຂັ້ນສຸດທ້າຍ ທີ່
ພວກເຮົາຊອກສະແຫວງຫາສຳລັບເກົາຫຼີເໜືອ. ຄວາມບໍ່ສອດຄ່ອງກັນໃນວິທີການ
ຂອງພວກເຮົາເພື່ອທຳການເຈລະຈາຈະບ່ອນທຳລາຍຕໍ່ຄວາມໜ້າເຊື່ອຖືຂອງພວກ
ເຮົາ ແລະມີທ່າທາງວ່າ ຈະເຮັດໃຫ້ໂອກາດ ໝົດໄປ ໃນການທີ່ຈະ ປະສົບຄວາມສຳ
ເລັດ ເພື່ອຮັບມືກັບໄພຂົ່ມຂູ່ ຕໍ່ຄວາມໝັ້ນຄົງຂອງພວກເຮົາຈາກປະເທດເຫຼົ່ານີ້ແລະ
ອື່ນໆ.”

ການທວງໃຫ້ພຽງຢາງ ທັບມ້າງສະຖານທີ່ນິວເຄລຍຂອງຕົນທັງໝົດ ແມ່ນຈຸດຫລັກ
ກ່ຽວກັບທ່າທີຂອງສະຫະລັດ ໃນການປະຊຸມກັບເຈົ້າໜ້າທີ່ຂັ້ນສູງຂອງເກົາຫຼີເໜືອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ສົດ ລາຍການວິທະຍຸ-ໂທລະພາບ ພາກພາສາລາວ

XS
SM
MD
LG