ໃນແຕ່ລະປີ ສວນພຶກສາຊາດສະຫະລັດ ຢູ່ໃນນະຄອນຫຼວງ
ວໍຊິງຕັນ ໄດ້ຖ່າຍທອດນໍ້າໃຈ ຂອງເທດສະການບຸນທ້າຍປີ
ດ້ວຍການວາງສະແດງຕ່າງໆກ່ຽວກັບລະດູໜາວ ທີ່ເອີ້ນກັນ
ວ່າ ການຕ້ອນຮັບລະດູການ ຊຶ່ງເປັນສິ່ງທີ່ສ້າງຄວາມຕື່ນເຕ້ນ
ແລະປິຕິຍິນດີໃຫ້ແກ່ ຜູ້ເຂົ້າຊົມທຸກເພດທຸກໄວ. Julie Taboh
ຜູ້ສື່ຂ່າວວີໂອເອ ໄດ້ໄປຊົມການວາງສະແດງຕາມລະດູການ
ດັ່ງກ່າວນີ້ ແລະມີລາຍງານມາເລົ່າສູ່ຟັງ ຊຶ່ງດາຣາຈະນໍາມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.
ເບິ່ງວີດີໂອພາສາລາວ ກ່ຽວກັບລາຍງານນີ້:
ຍາມນີ້ແມ່ນລະດູໜາວ ຢູ່ນະຄອນຫຼວງວໍຊິງຕັນດີຊີ ຊຶ່ງອາກາດຂ້າງນອກແມ່ນໜາວຫຼາຍ
ແຕ່ຢູ່ທາງໃນສວນພຶກສາຊາດສະຫະລັດ ທີ່ຕັ້ງຢູ່ໃຈກາງເມືອງນັ້ນ ອາກາດແມ່ນອຸ່ນດີແລະ
ບັນຍາກາດກໍເຕັມໄປດ້ວຍນໍ້າໃຈຂອງເທດສະການບຸນທ້າຍປີ ກໍຄືບຸນຄຣິສມັສນັ້ນ.
ໃນເດືອນທັນວາ ເຮືອນແກ້ວຂະໜາດໃຫຍ່ໂຕແຫ່ງນີ້ ແມ່ນຖືກຕົກແຕ່ງປະດັບປະດາ
ເອ້ຍ້ອງດ້ວຍເຄຶ່ອງສະແດງຕ່າງໆຂອງລະດູການ ທີ່ໄດ້ສ້າງຄວາມຕື່ນເຕ້ນປະທັບໃຈ ໃຫ້
ແກ່ພວກເຂົ້າຊົມທັງຫຼາຍ ມາໄດ້ເກືອບສິບປີແລ້ວ:
ຈຸດພົ້ນເດັ່ນຂອງການວາງສະແດງປີນີ້ ແມ່ນຕຶກຈໍາລອງຂອງຫຼັກເມືອງທີ່ສໍາຄັນໆຂອງ
ວໍຊິງຕັນ ຊຶ່ງມີໂຮມທັງທໍານຽບຂາວ ອະນຸສາວະລີລິງຄອນທີ່ມີຮູບປັ້ນຂອງທ່ານລິງຄອນ
ຢູ່ໃນນັ້ນ ແລະຕຶກລັດຖະສະພາສະຫະລັດ ທີ່ວາງສະແດງຢູ່ໄກກັນບໍ່ເທົ່າໃດກ້າວ.
ທ່ານນາງ Holly Shimizu ຜູ້ອໍານວຍການບໍລິຫານສວນພຶກສາຊາດແຫ່ງນີ້ ເວົ້າວ່າ ຕຶກ
ຈໍາລອງເຫຼົ່ານີ້ແມ່ນພິເສດຫຼາຍ ຍ້ອນວ່າທັງໝົດນັ້ນແມ່ນເຮັດຈາກວັດຖຸພືດພັນ ແທບວ່າ
ທັງໝົດ.
“ທ່ານຄົງສັງເກດເຫັນໄດ້ວ່າ ມີການນໍາໃຊ້ໃບໄມ້ ແລະໝາກຂອງຕົ້ນໂອ໊ກ
ແລະໄມ້ຈາກຕົ້ນຫຼິວ ຫຼືຕົ້ນ willow ຊຶ່ງ ສິ່ງເຫຼົ່ານີ້ ພວກນັກສິນລະປະ ທີ່
ປະດິດສ້າງສິ່ງທີ່ໜ້າອັດສະຈັນເຫຼົ່ານີ້ ໄດ້ເກັບເອົາມາຈາກປ່າ.”
ຕຶກລັດຖະສະພາຈໍາລອງນີ້ ໃຊ້ເວລາສ້າງຫຼາຍກວ່າ 600 ຊົ່ວໂມງ ຈຶ່ງສໍາເລັດ.
ທ່ານນາງ Shimizu ເວົ້າອີກວ່າ: “ນອກນີ້ ເຮົາຍັງມີຕຶກນຶ່ງຂອງພິພິທະພັນ Smithsonian ມີຕຶກສານສູງສຸດ ມີຫໍສະມຸດຂອງລັດຖະສະພາ ຫຼື Library
of Congress ແລະມີອີກຫຼາຍໆຕຶກສໍາຄັນ ທີ່ຕັ້ງຢາຍຢູ່ໃນບໍລິເວນສະໜາມ
ຫຼວງນັ້ນ ທີ່ພວກທ່ອງທ່ຽວຈະໄດ້ເຫັນ ເວລາເຂົາເຈົ້າມາວໍຊິງຕັນດີຊີ.”
ລົດໄຟຈໍາລອງກໍເປັນອີກສິ່ງນຶ່ງ ທີ່ຜູ້ມາຊົມສວນພາກັນຊື່ນຊອບ. ລົດໄຟນີ້ຈະແລ່ນໄລຍະ
ທາງ 244 ແມັດ ຜ່ານໂຄງສ້າງທີ່ໄດ້ເຫັນເທື່ອທໍາອິດ ຢູ່ທີ່ງານມະຫະກໍາໂລກ ຫຼື World’s
Fairs ຄັ້ງຜ່ານໆມາ ເຊັ່ນ ຫໍ Eiffel ຈາກງານມະຫະກໍາທີ່ປາຣີ ປີ 1889 ຕຶກເຂັມອະວະກາດ
ຫຼື Space Needle ຈາກງານມະຫະກໍາປີ 1962 ທີ່ເມືອງ Seattle ລັດວໍຊິງຕັນ ຝັ່ງຕາເວັນ
ຕົກຂອງສະຫະລັດ.
ນັກທ່ອງທ່ຽວ Rachel Smalley ເວົ້າວ່າ: “ທີ່ຂ້າພະເຈົ້າມັກເປັນພິເສດ ກໍຄື
ຕົ້ນຄຣີສມາສຢູ່ໃນນີ້ ຊຶ່ງເປັນຕົ້ນທີ່ໃຫຍ່ທີ່ສຸດຢູ່ທາງໃນຕຶກສາທາລະນະ ທີ່ນະຄອນຫຼວງວໍຊິງຕັນ. ແລະແນ່ນອນວ່າ ພວກຕົ້ນດອກ Pointsettias ກໍ
ງົດງາມຫຼາຍ ເພາະມີຫຼາກສີ.”
ສວນພຶກສາຊາດດັ່ງກ່າວນີ້ ຕັ້ງຢູ່ໃນບໍລິເວນພື້ນທີ່ຂອງລັດຖະສະພາສະຫະລັດ ທີ່ໄດ້
ອະນຸມັດໃຫເສ້າງຂຶ້ນໃນປີ 1820 ແລະກໍຖືວ່າເປັນສວນພຶກສາຊາດທີ່ເກົ່າແກ່ທີ່ສຸດແຫ່ງ
ນຶ່ງ ໃນທະວີບອາເມຣິກາເໜືອ.
ເບິ່ງວີດີໂອ ກ່ຽວກັບການເອ້ຍ້ອງ ເທດສະການບຸນຄຣິສມັສ ດ້ວຍສີແສງ: