ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສົບຂອງທ້າວ Tamerlan Tsarnaev ເອົາໄປຝັງ ໃນລັດເວີຈີເນຍ (ວີດິໂອ)


ຮູບທ້າວ Tamerlan Tsarnaev (ຊ້າຍ) ທີ່ສົບຖືກນໍາໄປຝັງ ທີ່ປ່າຊ້າແຫ່ງນຶ່ງ ໃນລັດເວີຈີເນຍ ແລະ ຮູບທ້າວ Dzhokhar Tsarnaev, ນ້ອງຊາຍຂອລາວ.
ຮູບທ້າວ Tamerlan Tsarnaev (ຊ້າຍ) ທີ່ສົບຖືກນໍາໄປຝັງ ທີ່ປ່າຊ້າແຫ່ງນຶ່ງ ໃນລັດເວີຈີເນຍ ແລະ ຮູບທ້າວ Dzhokhar Tsarnaev, ນ້ອງຊາຍຂອລາວ.
ສົບຂອງທ້າວ Tamerlan Tsarnaev ຜູ້ຕ້ອງສົງໄສໃນການ
ວາງລະເບີດ ຢູ່ບ່ອນແຂ່ງຂັນແລ່ນມາຣາທອນ ທີ່ນະຄອນ
ບອສຕັນ ໄດ້ຖືກນໍາໄປຝັງຢູ່ປ່າຊ້າຂອງຊາວມຸສລິມ ໃນລັດ
ເວີຈີເນຍ ທາງພາກຕາເວັນອອກຂອງສະຫະລັດ.

ສະຖານທີ່ຝັງສົບຂອງທ້າວ Tsarnaev ແມ່ນຢູ່ຫ່າງໄກຈາກ
ບ່ອນທີ່ຜູ້ກ່ຽວກັບ ນ້ອງຊາຍ ໄດ້ຖືກກ່າວຫາວ່າ ໄດ້ຈຸດຂະ
ນວນລະເບີດສອງລູກໃຫ້ແຕກຂຶ້ນພ້ອມ ກັນໃນເດືອນແລ້ວນີ້
ທີ່ໄດ້ສັງຫານ 3 ຄົນ ແລະເຮັດໃຫ້ຫລາຍກວ່າ 250 ຄົນ ໄດ້ຮັບບາດເຈັບ.

ທ່ານ Ruslan Tsarni ຊຶ່ງເປັນລຸງຂອງທ້າວ Tsarnaev ເປັນຜູ້ທໍາພິທີຝັງສົບໃຫ້ຫລານ
ຊາຍຢູ່ເມືອງ Doswell ທີ່ຕັ້ງຢູ່ຫ່າງຈາກນະຄອນຫລວງວໍຊິງຕັນ ໄປທາງທິດໃຕ້ ປະມານ
ສອງຊົ່ວໂມງ ໂດຍທາງລົດ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:




ການຝັງສົບຜູ້ກ່ຽວຢູ່ລັດເວີຈີເນຍ ເປັນການສິ້ນສຸດການຊອກຫາບ່ອນຝັງສົບທີ່ມີມາເປັນ
ເວລາຫລາຍອາທິດ ພາຍຫລັງທີ່ທ້າວ Tsarnaev ເສຍຊີວິດໄປໃນວັນທີ 19 ເມສາໃນ
ລະຫວ່າງການສູ້ກັນກັບຕໍາຫລວດນັ້ນ.

ບັນດາເຈົ້າຂອງສະຖານທີ່ຝັງສົບຢູ່ໃນລັດ Massachusetts ໄດ້ປະຕິເສດ ບໍ່ຍອມໃຫ້ເອົາ
ສົບຂອງຜູ້ກ່ຽວ ໄປຝັງຢູ່ໃນປ່າຊ້າຂອງພວກເຂົາເຈົ້າ.

ຜູ້ຍິງຊາວເວີຈີເນຍຜູ້ນຶ່ງ ໄດ້ຊ່ວຍວາງແຜນເອົາສົບຜູ້ກ່ຽວໄປຝັງຢູ່ທີ່ປ່າຊ້າຂອງຊາວມຸສລິມ
ຢູ່ໃນລັດຂອງລາວ.

ເບິ່ງວີດິໂອອີກເລື້ອງນຶ່ງກ່ຽວກັບຂ່າວນີ້:

XS
SM
MD
LG