ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ກຳລັງເພີ່ມການສົ່ງອອກ ຢາວັກຊີນ ກັນໄວຣັສໂຄໂຣນາ


ກັບຢາວັກຊີນ Johnson & Johnson ກັນ COVID-19 ທີ່ວາງສະແດງໃຫ້ເຫັນຢູ່ບໍລິສັດ McKesson Corp. ທ້າມກາງການລະບາດຂອງພະຍາດເກີດຈາກໄວຣັສໂຄໂຣນາ ໃນເມືອງ Shepherdsville, ລັດເຄັນຕັກກີ (ວັນທີ 1 ມີນາ, 2021)
ກັບຢາວັກຊີນ Johnson & Johnson ກັນ COVID-19 ທີ່ວາງສະແດງໃຫ້ເຫັນຢູ່ບໍລິສັດ McKesson Corp. ທ້າມກາງການລະບາດຂອງພະຍາດເກີດຈາກໄວຣັສໂຄໂຣນາ ໃນເມືອງ Shepherdsville, ລັດເຄັນຕັກກີ (ວັນທີ 1 ມີນາ, 2021)

ໃນການປະກາດວ່າສະຫະລັດກຳລັງດຳເນີນບາດກ້າວເພີ່ມອີກເພື່ອຊ່ວຍໂລກໃຫ້ຕ້ານກັບການແຜ່ລະບາດຂອງໄວຣັສໂຄໂຣນາໄດ້ນັ້ນ, ປະທານາທິບໍດີ ໂຈ ໄບເດັນ ກ່າວໃນວັນຈັນວານນີ້ວ່າ ປະເທດນີ້ຈະສົ່ງວັກຊີນກັນໂຄວິດ-19 ຂອງຕົນຈຳນວນ 20 ລ້ານໂດສໄປໃຫ້ຕ່າງປະເທດເພີ້ມອີກ ໃນທ້າຍເດືອນມິຖຸນານີ້.

"ພວກເຮົາຈຳເປັນຕ້ອງໄດ້ຊ່ວຍໃນການຕໍ່ສູ້ກັບພະຍາດໃນທົ່ວໂລກ ເພື່ອຮັກສາພວກເຮົາໃຫ້ປອດໄພຢູ່ພາຍໃນປະເທດ ແລະເຮັດສິ່ງທີ່ຖືກຕ້ອງໃນການຊ່ວຍເຫຼືອຄົນອື່ນ," ນັ້ນຄືຄໍາເວົ້າຂອງທ່ານໄບເດັນ ທີ່ກ່າວຢູ່ໃນຄຳປາໄສທີ່ສົ່ງອອກມາຈາກຫ້ອງທາງທິດຕາເວັນອອກຂອງທຳນຽບຂາວ.

ມັນເປັນຄັ້ງທຳອິດທີ່ການສົ່ງສິນຄ້າໄປຕ່າງປະເທດຂອງສະຫະລັດຈະລວມມີຢາສັກທີ່ໄດ້ຮັບອະນຸຍາດໃຫ້ໃຊ້ຢູ່ພາຍໃນປະເທດ ເມື່ອການສະໜອງຢາຢູ່ພາຍໃນປະເທດ ເລີ່ມຈະຫຼາຍເກີນຄວາມຕ້ອງການແລ້ວ.

ຢາວັກຊີນ 20 ລ້ານໂດສຂອງໄຟເຊີ (Pfizer), ໂມເດິນນາ (Moderna) ແລະ ຈອນສັນ & ຈອນສັນ (Johnson & Johnson) ຈະຢູ່ໄປເພີ້ມໃສ່ຢາອາສຕຣາເຊນເນກາ (AstraZeneca) 60 ລ້ານໂດສທີ່ທ່ານໄບເດັນໄດ້ມີແຜນ ທີ່ຈະສົ່ງໄປປະເທດອື່ນຢູ່ແລ້ວນັ້ນ.

ທ່ານປະທານາທິບໍດີກ່າວວ່າ "ນີ້ກໍໝາຍຄວາມວ່າ ໃນໄລຍະ 6 ອາທິດຕໍ່ໜ້ານີ້, ສະຫະລັດຈະສົ່ງຢາ 80 ລ້ານໂດສ ໄປຕ່າງປະເທດ." "ອັນນັ້ນໄດ້ໝາຍເຖິງ 13 ເປີເຊັນຂອງຈໍານວນຢາວັກຊີນທີ່ຜະລິດໂດຍສະຫະລັດໃນທ້າຍເດືອນມິຖຸນານີ້."

ໂຄສົກປະຈໍາທຳນຽບຂາວ, ທ່ານນາງ ເຈນ ຊາກີ (Jen Psaki), ໃນການຖະ ແຫຼງຂ່າວປະຈຳວັນຈັນທີ່ທ່ານນາງໄດ້ເວົ້າເຖິງການປະກາດຂອງທ່ານໄບເດັນໃຫ້ຮູ້ໂດຍຫຍໍ້ກ່ອນນັ້ນ ໂດຍກ່າວວ່າ "ນີ້ແມ່ນຈໍານວນຢາທີ່ໄດ້ບໍລິຈາກຫຼາຍທີ່ສຸດກວ່າປະເທດໃດໝົດໃນໂລກເຖິງ 5 ເທົ່າ."

ໃນການຕອບຄຳຖາມຂອງນັກຂ່າວຄົນນຶ່ງ ກ່ຽວກັບວ່າມີປະເທດໃດແດ່ ທີ່ຈະໄດ້ຮັບຢາຈາກສະຫະລັດນັ້ນ, ທ່ານນາງຊາກີ ກ່າວວ່າ "ຂ້າພະເຈົ້າຄາດວ່າ ພວກເຮົາຈະມີລາຍລະອຽດເພີ້ມຂຶ້ນໃນຫລາຍມື້ຂ້າງໜ້ານີ້ກ່ຽວກັບເງື່ອນໄຂຂອງພວກເຮົາ."

ມາຮອດປະຈຸບັນ, ສະຫະລັດໄດ້ແບ່ງປັນຢາວັກຊີນອາສຕຣາເຊນເນກາ (AstraZeneca) ປະມານ 4 ລ້ານ 5 ແສນ ໂດສໃຫ້ແກ່ປະເທດເພື່ອນບ້ານການາດາ ແລະເມັກຊິໂກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG