ເຮືອບິນຖິ້ມລະເບີດຂອງສະຫະລັດ ທີ່ເຂົ້າຮ່ວມສົມທົບກັບກຳລັງເກົາຫຼີໃຕ້ ໄດ້ທຳການ
ຊ້ອມລົບບ ແບບໃຊ້ລູກປືນແທ້ ທີ່ບໍ່ຄ່ອຍໄດ້ເຫັນກັນ ໃກ້ໆກັບຊາຍແດນເກົາຫລີເໜືອ
ອີງຕາມຖະແຫຼງການຂອງກອງທັບເກົາຫຼີໃຕ້.
ກອງທັບເກົາຫຼີໃຕ້ ກ່າວຢູ່ໃນຖະແຫລງການສະບັບນຶ່ງວ່າ ການຊ້ອມລົບນີ້ແມ່ນແນໃສ່
ເພື່ອເປັນການຕອບໂຕ້ ຕໍ່ການຍິງທົດລອງ ລູກສອນໄຟຂີປະນາວຸດຂອງເກົາຫຼີເໜືອ.
ກອງທັບເກົາຫລິໃຕ້ ເວົ້າວ່າ ເຮືອບິນຖິ້ມລະເບີດ B-1B Lancer 2 ລຳ ຖືກສົ່ງໄປຈາກ
ຖານທັບອາກາດ Anderson ຢູ່ທີ່ເກາະ Guam ເພື່ອໄປຮ່ວມກັບເຮືອບິນລົບອາຍພົ່ນ
ຂອງສະຫະລັດແລະເກົາຫຼີໃຕ້ ທີ່ແຂວງກັງວອນໃນພາກຕາເວັນອອກຂອງປະເທດ ໄດ້
ພາກັນຖິ້ມລະເບີດເພື່ອທຳລາຍບ່ອນຍິງລູກສອນໄຟແລະຄ້າຍໃຕ້ດິນຈຳລອງຂອງສັດ
ຕູ.
ເກົາຫລີເໜືອໄດ້ຍິງທົດລອງລູກສອນໄຟຂີປະນາວຸດຂ້າມທະວີບ ໃນຕົ້ນອາທິດນີ້ ຊຶ່ງ
ລູກສອນໄຟດັ່ງກ່າວ ສາມາດກັບຄືນເຂົ້າມາສູ່ ບັນຍາກາດຂອງໂລກທີ່ອາດ ອຳນວຍ
ໃຫ້ມີການຕິດຕັ້ງຫົວລະເບີດນິວເຄລຍໃສ່ໄດ້.
ເຈົ້າໜ້າທີ່ສະຫະລັດ ປະມານວ່າ ລູກສອນໄຟດັ່ງກ່າວມີລັດສະໝີ 5,500 ກິໂລແມັດ
ທີ່ອາດເຮັດໃຫ້ດິນແດນບາງເຂດ ໃນພາກຕາເວັນຕົກສຽງເໜືອຂອງສະຫະລັດ ຢູ່ໃນ
ລັດສະໝີການຍິງຂອງລູກສອນໄຟເກົາຫຼີເໜືອໄດ້.
ປະທານາທິບໍດີດໍໂນລ ທຣຳ ກ່າວຫຼັງຈາກເກົາຫລີເໜືອຍິງລູກສອນໄຟແລ້ວວ່າ ທ່ານ
ພວມກະກຽມທີ່ຈະ “ກະທຳບາງຢ່າງທີ່ຮ້າຍແຮງ” ເພື່ອຍຸຕິຄວາມໄຝ່ຝັນ ທາງດ້ານນິວ
ເຄລຍຂອງເກົາຫຼີເໜືອ.
ປະທານາທິບໍດີທຣຳ ກ່າວວ່າ “ພວກເຂົາກຳລັງປະພຶດຕົນ ໃນວິທີທີ່ເປັນອັນຕະລາຍ
ຫຼາຍແລະຈະຕ້ອງໄດ້ດຳເນີນການສິ່ງໃດສິ່ງນຶ່ງ. ຈະຕ້ອງມີຜົນທີ່ຕິດຕາມມາ ໃນການ
ປະພຶດທີ່ບໍ່ດີຂອງພວກເຂົານັ້ນ.”