ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະຊ່ວຍເສີມສ້າງ ສະມັດຖະພາບ ໃຫ້ແກ່ບັນດາກອງທັບ ໃນເອເຊຍ ຕາເວັນອອກສຽງໃຕ້ (ວີອິໂອ)


US Bolsters Asian Militaries in Face of China's Growth
please wait

No media source currently available

0:00 0:02:36 0:00
ລິງໂດຍກົງ

ທ່ານ Hagel ລັດຖະມົນຕີປ້ອງກັນປະເທດ ສຫລ ຂະນະຢ້ຽມຢາມ ເອເຊຍຕາເວັນອອກສຽງໃຕ້

ເມື່ອອາທິດຜ່ານມາ ທ່ານ Chuck Hagel ລັດຖະມົນຕີປ້ອງກັນ
ປະເທດສະຫະລັດ ຢ້ຽມຢາມຂົງເຂດເອເຊຍຕາເວັນອອກສຽງໃຕ້ ໃນຄວາມພະຍາຍາມເພື່ອສ້າງຄວາມເຂັ້ມແຂງ​ໃຫ້ແກ່ ຄວາມສໍາ ພັນດ້ານການທະຫານ ກັບບັນດາປະເທດພາຄີ ແລະພັນ ທະມິດ ຕໍ່ໜ້າອິດທິພົນທີ່ກໍາລັງເຕີບໃຫຍ່ ຂຶ້ນໄປເລື້ອຍໆຂອງຈີນ ຢູ່ໃນ
ຂົງເຂດດັ່ງກ່າວ ​ແລະເພື່ອເຂົ້າຮ່ວມກອງປະຊຸມຂອງ ຄະນະລັດ ຖະມົນຕີປ້ອງກັນປະເທດຂອງສະມາຄົມອາຊ່ຽນ ທີ່ປະເທດ ບຣູ
ໄນ. Luis Ramirez ຜູ້ສື່ຂ່າວວີໂອເອ ປະຈໍາ Pentagon ຫລື
ທໍານຽບຫ້າ​ແຈ ມີລາຍງານກ່ຽວກັບເລຶ່ອງນີ້ ຊຶ່ງທອງປານຈະນໍາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ

ການຢ້ຽມຢາມອງທ່ານ Hagel ໃນຄັ້ງນີ້ ມີວັດຖຸປະສົງ ເພື່ອສ້າງ ຄວາມໝັ້ນໃຈ ໃຫ້​ແກ່​ບັນດປະເທດພາຄີໃນຂົງເຂດດັ່ງກ່າວ ອີກຄັ້ງນຶ່ງ ວ່າ ສະຫະລັດຢືນຢູ່ເບື້ອງຫຼັງ​ເຂົາ​ເຈົ້າ ໃນຄວາມພະຍາຍາມເພື່ອສ້າງ ສາກອງທັບຂອງພວກເຂົາເຈົ້ານັ້ນ.

​ໃນ​ລະຫວ່າງຢຸດແວ່ທີ່ອິນໂດເນເຊຍນັ້ນ ທ່ານລັດຖະມົນຕີປ້ອງກັນປະ ເທດສະຫະລັດ ໄດ້ປະກາດການຕົກລົງຂາຍເຮືອບິນເຮລິຄອບເຕີ ລຸ່ນ Apache ມູນຄ່າ 500 ລ້ານໂດລ່າ
ໃຫ້ແກ່ກອງທັບອິນໂດເນເຊຍ.

ທ່ານ Hagel ເວົ້າວ່າ: “ທີ່ພວກເຮົາເຊັນກັນໃນມື້ນີ້ ຄືເອກກະສານຂໍ້ຕົກລົງຂາຍ ເຮືອບິນເຮລິຄອບເຕີ້ເຫຼົ່ານັ້ນ.”

ມັນອາດເບິ່ງຄືວ່າ ເປັນສິ່ງຂັດໆກັນຢູ່ ທີ່ວ່າທ່ານ Hagel ໄປຢ້ຽມຢາມເອເຊຍໃນຂະນະທີ່
ກໍ່າປັ່ນລົບຂອງສະຫະລັດຢູ່ໃນທ່າຕຽມພ້ອມທີ່ຈະທໍາການໂຈມຕີຊີເຣຍ.

ແຕ່ຄວາມພະຍາຍາມຂອງລັດຖະບານໂອບາມາ ທີ່ຈະຫັນເຫຈຸດ​ເພ່ງ​ເລັງ​ທາງ​ທະຫານ​ຂອງຕົນ ໄປຍັງຂົງເຂດແປຊິຟິກນັ້ນ ຖືວ່າເປັນບຸລິ ມະສິດສູງສຸດປະການນຶ່ງ ແລະນັກວິ
ເຄາະ Patrick Cronin ເວົ້າວ່າ ການເຂົ້າຮ່ວມກອງປະຊຸມອາຊ່ຽນນັ້ນ ​ແມ່ນ​ເປັນສິ່ງ ສໍາຄັນໃນການສ້າງ ຄວາມເຊື່ອຖືສໍາລັບສະຫະລັດ. ທ່ານ Cronin ເວົ້າວ່າ:

“ສໍາລັບສະຫະລັດ ການບໍ່​ໄປຮ່ວມໃນກອງປະຊຸມບັ້ນດັ່ງກ່າວນີ້ ຄືບໍ່ອອກເດີນທາງ
ທີ່ໄດ້ວາງແຜນໄວ້ດົນນານນັ້ນແລ້ວ ແມ່ນຈະສົ່ງສັນຍານທີ່ຜິດພາດຢ່າງສິ້ນ​ເຊີງ ​
ໄປ​ຍັງຂົງເຂດ. ສະນັ້ນ ມັນຈຶ່ງເປັນການສໍາຄັນຫຼາຍ ທີ່ແມ່ນແຕ່ໃນຂະນະທີ່ກໍາລັງ
ເກີດວິກິດການ ຫລື​ເຫດການ​ອື່ນໆ ຢູ່​ໃນ ເຂດອື່ນໆຂອງໂລກກໍຕາມ ລັດຖະມົນຕີ
ປ້ອງກັນປະເທດສະຫະລັດ ກໍຈະຕ້ອງ​ໄດ້ປະຕິບັດຕາມກໍານົດການ ທີ່ໄດ້ວາງໄວ້
ເພື່ອສະ​ແດງວ່າ ພວກເຮົາສາມາດເປັນພາຄີ ແລະພັນທະມິດ ທີ່ຄາດ​ການໄດ້ໃນ
ຂົງເຂດເອເຊຍ.”


ພ້ອມ​ດຽວ​ກັນ​ນີ້ ທ່ານ Hagel ໄດ້ປະກາດອອກໄປວ່າ ວໍຊິງຕັນຈະ​ເພີ້ມທະວີການຊ່ວຍ
ເຫຼືອທາງທະຫານ ​ໃຫ້​ແກ່ຂົງເຂດເອເຊຍຕາເວັນອອກສຽງໃຕ້ຂຶ້ນ 50% ຊຶ່ງ​ພາກສ່ວນນຶ່ງ
​ແມ່ນ​ສໍາ​ລັບການເຝິກ ອົບລົມແລະພັດທະນາກໍາລັງທະຫານ​ ເຊ່ນກອງທັບຟິລິບປິນ ຊຶ່ງ ເປັນບ່ອນຢຸດແວ່ຢ້ຽມຢາມ​ແຫ່ງສຸດທ້າຍຂອງທ່ານ.

ນັກວິເຄາະ Cronin ເອີ້ນການຢ້ຽມຢາມຄັ້ງນີ້ວ່າ ເປັນການລົງທຶນ ຫຼືການເຄື່ອນໄຫວທີ່ ສະຫຼາດລອບຄອບດີ ໃນ​ເວລາທີ່ງົບປະມານປ້ອງ ກັນປະເທດສະຫະລັດ ຖືກຕັດລົງໄປ ຫຼາຍນັ້ນ. ທ່ານ Cronin ເວົ້າວ່າ:

“ດ້ວຍເງິນໂດລ່າຕໍ່ໂດລ່າ ການເຂົ້າໄປພົວພັນ ການໃຫ້ຄວາມຊ່ວຍເຫຼືອເທື່ອລະ
ເລັກລະນ້ອຍ ຕໍ່ບັນດາປະເທດພາຄີ ແລະພັນທະມິດຂອງພວກເຮົາ ຢູ່ໃນຂົງເຂດ
ເອເຊຍຕາເວັນອອກນັ້ນ ແມ່ນຈະ​ໄດ້​ໝາກຜົນ ຫຼາຍໄປກວ່າການທຸ່ມເທເງິນເຂົ້າ
ໃສ່ໃນເວທີໃຫຍ໋ໆ ບ່ອນດຽວ ທີ່ອາດບໍ່ເປັນປະໂຫຍດເທົ່າທີ່ຄວນ ສໍາລັບການ ພົວພັນກັບຂົງເຂດນີ້.”


ສ່ວນຈີນ ບໍ່ໄດ້ລວມຢູ່ໃນລາຍການເດີນທາງຢ້ຽມຢາມ​ຄັ້ງນີ້ຂອງ​ທ່ານ Hagel ແຕ່ຂໍ້ຂັດ ແຍ້ງ​ເລື້ອງ​ເຂ​ດນໍ້າ​ແດນ​ດິນ​ໃນ​ທະ​ເລ ຂອງປັກກິ່ງກັບຟິລິບປິນ ແລະບັນດາປະເທດພັນ
ທະມິດ ແລະພາຄີອື່ນໆຂອງສະຫະລັດນັ້ນ ກໍ​ລວມຢູ່​ໃນການປຶກສາຫາລືກັນຫຼາຍທີ່ສຸດ

ການເດີນທາງຢ້ຽມຢາມຂອງທ່ານ Hagel ​ແມ່ນມີ​ຂຶ້ນ ຫລັງ​ຈາກການຢ້ຽມຢາມທໍານຽບ
ຫ້າ​ແຈ ຂອງ​ລັດຖະມົນຕີປ້ອງກັນປະເທດຈີນ ເມື່ອອາທິດຜ່ານມາ ຊຶ່ງທັງສອງຝ່າຍໄດ້
ໂອ້ລົມກັນເລຶ່ອງການ​ເພີ້​ມທະວີ​ການ​ແລກປ່ຽນລະຫວ່າງກັນ ແລະການຄຸ້ມ​ຄອງ​ອັນ​ທີ່​ອາດສາມາດເປັນຄວາມສໍາພັນທີ່ຫຍຸ້ງ​ຍາກໄດ້ນັ້ນ. ທ່ານ Hagel ເວົ້າວ່າ:

“ເປົ້າໝາຍຂອງພວກເຮົາ ກໍແມ່ນເພື່ອສ້າງ ຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງ
ກອງທັບຂອງພວກເຮົາ ໂດຍຜ່ານການຮ່ວມມືກັນ. ຄວາມໂປ່ງໃສທີ່ພວກເຮົາມີ
ມານັ້ນ ຖືວ່າສໍາຄັນທີ່ສຸດ ​ໃນ​ການຫຼຸດຜ່ອນຄວາມສ່ຽງ ທີ່ຈະເກີດມີການຄໍານວນ ທີ່ຜິດພາດຂຶ້ນ​ມາໄດ້ ແລະຫຼີກລ່ຽງຄວາມເຄ່ງຕຶງແລະຂໍ້ຂັດແຍ້ງກັນ ທີ່ບໍ່ໄດ້ຕັ້ງໃຈ
ຈະໃຫ້ເກີດຂຶ້ນນັ້ນ.”


​ກອງທັບຂອງສະຫະລັດແລະຈີນ ໄດ້ມີການຮ່ວມມືກັນຫລາຍຂຶ້ນ ໂຮມທັງການຊ້ອມລົບ
ກັບກອງທັບເຮືອຈີນ ຢູ່ເຂດນອກຝັ່ງຂອງເກາະຮາວາຍ ເມື່ອປີຜ່ານມາ.

​ແລະເປັນເທື່ອທໍາອິດ ທີ່ວໍຊິງຕັນໄດ້ເຊື້ອເຊີນຈີນ ໃຫ້ເຂົ້າປະກອບສ່ວນໃນການຊ້ອມລົບ
ນາໆ​ຊາດ ທີ່ໃຫຍ່ໆບັ້ນນຶ່ງ ໃນປີໜ້ານີ້.
XS
SM
MD
LG