ໂບລີເວຍແລະສະຫະລັດໄດ້ຜູກສາຍພົວພັນທາງການທູດກັນໂດຍເຕັມຄືນໃໝ່ໃນວັນຈັນວານນີ້ ເປັນເທື່ອທໍາອິດນັບແຕ່ປີ 2008 ເປັນຕົ້ນມາ. ເມື່ອ 3 ປີກ່ອນນີ້ ລັດຖະບານປະເທດໂບລີເວຍທີ່ຕັ້ງຢູ່ໃນເຂດພູເຂົາ Andes ນັ້ນ ໄດ້ເນລະເທດເອກອັກຄະລັດຖະທູດແລະເຈົ້າໜ້າທີ່ປາບຢາເສບຕິດ(D.E.A) ຂອງສະຫະລັດ ແລະສະຫະລັດກໍໄດ້ຕອບໂຕ້ຄືນໂດຍການເນລະເທດເອກອັກຄະລັດຖະທູດໂບລີເວຍ.
ປະທານາທິບໍດີ Evo Morales ແຫ່ງໂບລີເວຍ ຊຶ່ງເປັນກະເສດຕະກອນປູກຕົ້ນ coca ກ່າວຫາພວກອາເມຣິກັນວ່າທໍາການຍຸຍົງພວກສັດຕູທາງດ້ານການເມືອງຂອງທ່ານ. ທ່ານ Morales ໄດ້ຕໍາໜິຕິຕຽນ ນະໂຍບາຍຂອງສະຫະລັດໃນເຂດອາເມຣິກາລາຕິນ ຕະຫລອດມາ.
ຂໍ້ຕົກລົງດ້ານການທູດສະບັບໃໝ່ແມ່ນຮວມທັງການຮ່ວມມືສອງຊາດໃນສົງຄາມຕໍ່ຕ້ານຢາເສບຕິດ ແຕ່ບໍ່ໄດ້ເວົ້າເຖິງວ່າພວກເຈົ້າໜ້າທີ່ຢາເສບຕິດອາເມຣິກັນ ຈະກັບຄືນໄປປະຈໍາການຢູ່ໃນໂບລີເວຍອີກຫລືບໍ່ ແລະກໍບໍ່ມີການກໍານົດວັນເວລາທີ່ເຈາະຈົງໄວ້ ສໍາລັບໃຫ້ພວກເອກອັກຄະລັດຖະທູດກັບຄືນໄປປະຈໍາການຢູ່ສະຖານທູດຂອງກັນແລະກັນນັ້ນ.
ໂບລີເວຍເປັນປະເທດຜະລິດຢາ Cocain ໃຫຍ່ອັນດັບສາມຂອງໂລກຮອງລົງມາຈາກປະເທດເປຣູແລະໂຄລໍາເບຍ.
ທ່ານ Morales ເປັນພັນທະມິດທີ່ໃກ້ຊິດຂອງປະທານາທິບໍດີ Hugo Chavez ແຫ່ງ Venezuela.