ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຫ້າມບໍລິສັດຂຸດຄົ້ນເງິນ ຄຣິປໂຕ ທີ່ໜູນຫຼັງໂດຍຈີນ ຈາກການເປັນເຈົ້າຂອງທີ່ດິນ ຢູ່ໃກ້ຖານທັບທະຫານ


ແຟ້ມພາບ - ທາງເຂົ້າຖານທັບອາກາດ F.E. Warren ຢູ່ໃນຮູບນີ້ ຖ່າຍໃນວັນທີ 24 ພຶດສະພາ 2018 ໃນເມືອງ ໄຊແອນ ລັດ ໄວໂອມິງ. ປະທານາທິບໍດີ ໂຈ ໄບເດັນ ໃນວັນທີ 13 ພຶດສະພາ 2024 ໄດ້ອອກຄຳສັ່ງຫ້າມ ບໍລິສັດຂຸດຄົ້ນເງິນ ຄຣິບໂຕ ຫຼື ເງິນດີຈີຕອລ ທີ່ໝູນຫຼັງໂດຍຈີນ ຈາກການເປັນເຈົ້າຂອງທີ່ດິນ ໃກ້ຖານທັບດັ່ງກ່າວ.
ແຟ້ມພາບ - ທາງເຂົ້າຖານທັບອາກາດ F.E. Warren ຢູ່ໃນຮູບນີ້ ຖ່າຍໃນວັນທີ 24 ພຶດສະພາ 2018 ໃນເມືອງ ໄຊແອນ ລັດ ໄວໂອມິງ. ປະທານາທິບໍດີ ໂຈ ໄບເດັນ ໃນວັນທີ 13 ພຶດສະພາ 2024 ໄດ້ອອກຄຳສັ່ງຫ້າມ ບໍລິສັດຂຸດຄົ້ນເງິນ ຄຣິບໂຕ ຫຼື ເງິນດີຈີຕອລ ທີ່ໝູນຫຼັງໂດຍຈີນ ຈາກການເປັນເຈົ້າຂອງທີ່ດິນ ໃກ້ຖານທັບດັ່ງກ່າວ.

ປະທານາທິບໍດີ ໂຈ ໄບເດັນ, ໃນວັນຈັນວານນີ້ ໄດ້ອອກຄຳສັ່ງຫ້າມບໍລິສັດຂຸດຄົ້ນເງິນ crypto ທີ່ໄດ້ຮັບການສະໜັບສະໜູນ ຈາກຈີນ ຈາກການເປັນເຈົ້າຂອງທີ່ດິນ ໃກ້ກັບຖານລູກສອນໄຟນິວເຄລຍ ໃນລັດ ໄວໂອມິງ (Wyoming), ອີງຕາມອົງການຂ່າວເອພີ.

ຄໍາສັ່ງດັ່ງກ່າວ ບັງຄັບໃຫ້ມີການຂາຍຊັບສິນທີ່ໃຊ້ໃນດໍາເນີນການເປັນສິ່ງອຳນວຍຄວາມສະດວກໃນການຂຸດຄົ້ນ crypto ໃກ້ກັບຖານທັບອາກາດ Francis E. Warren. ຄຳສັ່ງດັ່ງກ່າວ, ຍັງບັງຄັບໃຫ້ຖອນອຸປະກອນບາງຢ່າງທີ່ເປັນຂອງບໍລິສັດ MineOne Partners Ltd., ເຊິ່ງເປັນບໍລິສັດທີ່ລັດຖະບານຈີນ ເປັນເຈົ້າຂອງບາງສ່ວນ.

ສິ່ງນີ້ ​ແມ່ນ​ເກີດຂຶ້ນໃນ​ຂະ​ນະ​ທີ່​ສະ​ຫະ​ລັດ​ ມີ​ກໍາ​ນົດທີ່​ຈະ​ອອກອັດຕາ​ພາ​ສີ​ໃຫມ່​ທີ່​ສໍາ​ຄັນ​ສໍາ​ລັບ​ຍານ​ພາ​ຫະ​ນະ​ໄຟ​ຟ້າ​, ຊີມີຄອນດັກເຕີ (semiconductors)​, ອຸ​ປະ​ກອນພະລັງງານ​ແສງ​ຕາ​ເວັນ ​ແລະ​ອຸ​ປະ​ກອນ​ການ​ແພດ​ທີ່​ນໍາ​ເຂົ້າ​ຈາກ​ຈີນ ໃນ​ວັນ​ອັງ​ຄານ​ມື້ນີ້​, ອີງ​ຕາມ​ການກ່າວຂອງ​ເຈົ້າ​ຫນ້າ​ທີ່​ສະ​ຫະ​ລັດ​ ແລະບຸກຄົນ​ອື່ນ​ທີ່​ຄຸ້ນ​ເຄີຍ​ກັບ​ແຜນ​ດັ່ງກ່າວ​.

ຄໍາສັ່ງຂາຍເງິນລົງທຶນດັ່ງກ່າວ ໄດ້ຖືກດໍາເນີນການໂດຍການປະສານງານກັບຄະນະກໍາມະການລົງທຶນຕ່າງປະເທດຂອງສະຫະລັດ ຢູ່ໃນສະຫະລັດ ຫຼື CFIUS, ເຊິ່ງເປັນໜ່ວຍງານທີ່ບໍ່ຄ່ອຍມີຄົນຮູ້ຈັກ ແຕ່ມີອິດທິພົນຂອງລັດຖະບານ ທີ່ໄດ້ຮັບມອບໝາຍໃຫ້ຮັບຜິດຊອບໃນການສືບສວນຂໍ້ຕົກລົງຂອງບໍລິສັດ ກ່ຽວກັບຄວາມກັງວົນດ້ານຄວາມໝັ້ນຄົງແຫ່ງຊາດ, ທີ່ມີອໍານາດບັງຄັບໃຫ້ບໍລິສັດມີການປ່ຽນແປງ.

ກົດໝາຍປີ 2018 ໄດ້ໃຫ້ສິດອຳນາດ CFIUS ໃນການກວດສອບທຸລະກຳອະສັງຫາລິມະຊັບໃກ້ກັບສະຖານທີ່ທີ່ລະອຽດອ່ອນໃນທົ່ວສະຫະລັດ, ລວມທັງຖານທັບອາກາດ F.E. Warren.

ຄໍາສັ່ງດັ່ງກ່າວ ແມ່ນບໍ່ຈະແຈ້ງກ່ຽວກັບຄວາມກັງວົນດ້ານຄວາມໝັ້ນຄົງແຫ່ງຊາດທີ່ສະເພາະເຈາະຈົງ, ໂດຍກະຊວງການເງິນກ່າວພຽງແຕ່ວ່າ ມີບັນຫາກັບ “ອຸປະກອນພິເສດ ແລະແຫຼ່ງທີ່ມາຈາກຕ່າງປະເທດທີ່ມີຄວາມສາມາດທີ່ຈະອໍານວຍຄວາມສະດວກໃນກິດຈະກໍາການສອດແນມ ແລະຈາລະກຳ” ທີ່ “ສະແດງໃຫ້ເຫັນຄວາມສ່ຽງດ້ານຄວາມໝັ້ນຄົງແຫ່ງຊາດທີ່ສໍາຄັນ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG