ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຂຶ້ນບັນຊີດຳ ອະດີດລັດຖະມົນຕີ ເລບານອນ ສຳລັບການມີສາຍພົວພັນ ກັບກຸ່ມ ເຮັສໂບລາ


ຜູ້ສະໜັບສະໜູນກຸ່ມ ເຮັສບອລລາ ຄົນນຶ່ງຖືປ້າຍທີ່ສະແດງໃຫ້ເຫັນຜູ້ນຳຂອງພວກເຂົາ ທ້າວ ເຊເຢັດ ຮາສຊານ ນາສຣາລລາ, ໃນລະຫວ່າງການປະທ້ວງຕໍ່ຕ້ານການແຊກແຊງຂອງ ສະຫະລັດ ໃນບັນຫາຂອງ ເລບານອນ, ເມືອງ ອໍກາ, ທາງພາກຕາເວັນອອກສຽງເໜືອຂອງ ນະຄອນຫຼວງ ເບຣຸ, ເລບານອນ. 10 ກໍລະກົດ, 2020.
ຜູ້ສະໜັບສະໜູນກຸ່ມ ເຮັສບອລລາ ຄົນນຶ່ງຖືປ້າຍທີ່ສະແດງໃຫ້ເຫັນຜູ້ນຳຂອງພວກເຂົາ ທ້າວ ເຊເຢັດ ຮາສຊານ ນາສຣາລລາ, ໃນລະຫວ່າງການປະທ້ວງຕໍ່ຕ້ານການແຊກແຊງຂອງ ສະຫະລັດ ໃນບັນຫາຂອງ ເລບານອນ, ເມືອງ ອໍກາ, ທາງພາກຕາເວັນອອກສຽງເໜືອຂອງ ນະຄອນຫຼວງ ເບຣຸ, ເລບານອນ. 10 ກໍລະກົດ, 2020.

ສະຫະລັດ ໄດ້ຂະຫຍາຍມາດຕະການລົງໂທດຂອງຕົນກ່ຽວຂ້ອງກັບປະເທດ ເລບານອນ ໃນວັນອັງຄານວານນີ້, ດ້ວຍການຂຶ້ນບັນຊີດຳຕໍ່ອະດີດ ລັດຖະມົນ ຕີຂອງລັດຖະບານສອງຄົນ ທີ່ເຂົາເຈົ້າໄດ້ຖືກກ່າວຫາວ່າ ການມອບອຳນາດ ໃຫ້ກຸ່ມເຮັສໂບລາ ແລະໄດ້ເຕືອນວ່າການດຳເນີນການເພີ່ມ ເຕີມທີ່ແນເປົ້າໃສ່ກຸ່ມ ຊີໄອ້ ທີ່ໄດ້ຮັບການໜູນຫຼັງໂດຍ ອີຣ່ານ ນັ້ນແມ່ນກຳລັງຈະຕາມມາອີກ.

ໃນຖະແຫຼງການສະບັບນຶ່ງ, ກະຊວງການເງິນ ສະຫະລັດ ໄດ້ກ່າວວ່າເຂົາເຈົ້າໄດ້ກຳນົດເອົາອະດີດລັດຖະມົນຕີກະຊວງໂຍທາຂອງເລບານອນ ທ່ານ ຢູຊຸຟ ຟິນຢານຸສ ແລະ ອະດີດລັດຖະມົນຕີກະ ຊວງການເງິນທ່ານ ອາລີ ຮາສຊານ ຄາລິບ ເຂົ້າໃນບັນຊີດຳ ສຳລັບການພົວພັນໃນການສໍ້ລາດບັງຫຼວງ ແລະ ໃຊ້ອຳນາດທາງການເມືອງຂອງເຂົາເຈົ້າເພື່ອຜົນປະໂຫຍດ້ານການເງິນ.

ທ່ານ ເດວິດ ເຊັງເກີ, ເຈົ້າໜ້າທີ່ອາວຸໂສກະຊວງການຕ່າງປະເທດ ກົມຕາເວັນອອກກາງ ໄດ້ກ່າວໃນທາງໂທລະສັບລາຍງານວ່າ “ທ່ານ ຟິນຢານຸສ ແລະ ທ່ານ ຄ່າລິບ ໄດ້ມີສ່ວນຮ່ວມໃນການກຳ ກັບການສະໜັບສະໜຸນດ້ານການເມືອງ ແລະ ເສດຖະກິດຕໍ່ກຸ່ມ ເຮັສໂບລາ ແລະ ໄດ້ມີສ່ວນຮ່ວມໃນການສໍ້ລາດບັງຫຼວງບາງຄັ້ງ ທີ່ໄດ້ເຮັດໃຫ້ວຽກງານຂອງກຸ່ມ ເຮັສໂບລາ ສາມາດເກີດຂຶ້ນໄດ້ ໃນ ເລບານອນ.”

ທ່ານ ເຊັງເກີ ໄດ້ກ່າວວ່າ “ນີ້ຄວນເປັນຂໍ້ຄວາມຕໍ່ຜູ້ທີ່ໃຫ້ການຮ່ວມມືກັບກຸ່ມ ເຮັສໂບລາ, ຜູ້ທີ່ມອບອຳນາດໃຫ້ກຸ່ມເຮັສໂບລາ, ແຕ່ກໍລວມທັງພວກຜູ້ນຳທາງການເມືອງຂອງ ເລບານອນ ເຊັ່ນກັນ.” ທ່ານໄດ້ກ່າວຕື່ມວ່າ “ທຸກຄົນຄວນ ຄາດວ່າ” ຈະຖືກມາດຕະການລົງໂທດເພີ່ມເຕີມ.”

ໜັງສືພິມ Wall Street Journal ໄດ້ລາຍງານໃນເດືອນສິງຫາທີ່ຜ່ານມາວ່າ ເຈົ້າໜ້າທີ່ ສະຫະ ລັດ ບາງຄົນຈະກຳນົດຊື່ຂອງທ່ານ ເກບຣານ ບາສຊິລ, ລູກເຂີຍຂອງປະທານາທິບໍດີ ມິແຊລ ອາອູນ ແລະ ອະດີດລັດຖະມົນຕີການຕ່າງປະເທດ ຜູ້ທີ່ໄດ້ນຳພາກຸ່ມການເມືອງ ຄຣິສຕຽນ ທີ່ໃຫຍ່ທີ່ສຸດໃນລະບົບການໃຊ້ອຳນາດຮ່ວມກັນຂອງນິກາຍສາສະໜາເຂົ້າໄປໃນບັນຊີດຳ.

ເມື່ອຖືກຖາມໂດຍບັນດານັກຂ່າວວ່າ ທ່ານ ບາສຊິລ ແລະ ທ່ານ ຣຽດ ຊາລາມາ, ຜູ້ວ່າການຂອງທະນາຄານກາງຂອງເລບານອນ ແມ່ນຄົນຕໍ່ໄປທີ່ຈະຖືກມາດຕະການລົງໂທດ ຫຼືບໍ່ນັ້ນ, ທັງທ່ານ ເຊັງເກີ ແລະ ບັນດາເຈົ້າໜ້າທີ່ອາວຸ ໂສລັດ ຖະບານ ສະຫະລັດ ໄດ້ປະຕິເສດທີ່ຈະໃຫ້ຄຳເຫັນ.

ທ່ານ ໂມຮານາດ ເຮຈ໌ ອາລາ, ນັກວິຊາການຢູ່ສູນກາງ ຄາເນກີ ຕາເວັນອອກກາງ ໄດ້ອະທິບາຍການເຄື່ອນໄຫວຂອງ ສະຫະລັດ ດັ່ງກັບການສົ່ງຂໍ້ຄວາມເຖິງສະຖາບັນການເມືອງໃນປັດຈຸບັນຂອງ ເລບານອນ. ທ່ານໄດ້ກ່າວວ່າ “ນີ້ແມ່ນການຂ້າໄກ່ ເພື່ອໄລ່ສະຖານະການທີ່ວຸ້ນວາຍ, ເຊິ່ງສະມາຊິກແຖວທີສອງຂອງ ຜູ້ມີອິດທິພົນທາງການເມືອງຖືກວາງມາດຕະການລົງໂທດໃສ່ ເພື່ອເຮັດໃຫ້ສິ່ງຕ່າງໆມີການເຄື່ອນໄຫວໃນລະດັບການເມືອງ.”

ການວາງມາດຕະການລົງໂທດຂອງວັນອັງຄານວານນີ້ ຈະມີການຍຶດຊັບສິນທຸກ ຢ່າງຢູ່ໃນສະຫະ ລັດ ຂອງສອງຄົນທີ່ຖືກຈັດເຂົ້າໃນບັນຊີດຳນັ້ນ ແລະ ຈະຫ້າມຄົນ ອາເມຣິກັນໂດຍທົ່ວໄປບໍ່ໄດ້ຄ້າຂາຍກັບເຂົາເຈົ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG