ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ​​ຈັດ​ທະນາຄານຈີນ ​​ເຂົ້າ​ໃສ່ບັນຊີ​ດຳ ໂດຍກ່າວ​ຫາວ່າ ຟອກ​ເງິນ​​ ​


ຮູບພາບໃນວັນທີ 15 ເມສາ 2017 ເຫັນການນຳສະແດງເດີນ ສວນສະໜາມລູກສອນໄຟ ຢູ່ຈະຕຸລັດ Kim Il Sung.
ຮູບພາບໃນວັນທີ 15 ເມສາ 2017 ເຫັນການນຳສະແດງເດີນ ສວນສະໜາມລູກສອນໄຟ ຢູ່ຈະຕຸລັດ Kim Il Sung.

ສະຫະລັດ ​ໄດ້​ຈັດ​ເອົາທະນາຄານນ້ອຍໆ​ຂອງ​ຈີນ​ທະນາຄານ​ນຶ່ງເຂົ້າ​ໃສ່ບັນຊີ​ດຳໃນ
​ວັນ​ພະຫັດ​ວານ​ນີ້ ​ໂດຍກ່າວ​ຫາ​ທະນາຄານ​ນີ້ວ່າຟອກ​ເງິນ ເພື່ອ​ສະໜັບສະໜູນການ​
ພັດທະນາ​ອາວຸດ​ນິວ​ເຄລຍຂອງ​ເກົາຫລີ​ເໜືອ​.

ກະຊວງ​ການ​ເງິນ​ສະຫະລັດ ຮ້ອງ​ທະນາຄານ Dandong ວ່າ “​ເປັນ​ບ່ອນຟອກ​ເງິນຕົ້ນ
ຕໍ​ທີ່​ໜ້າເປັນ​ຫ່ວງ” ​ແລະ​ໄດ້​ສະ​ເໜີ​ໃຫ້ລຶບຊື່​ທະນາດັ່ງກ່າວ ​ອອກ​ຈາກ​ລະ ບົບ​ການ​ເງິນ​ສະຫະລັດ ຫລັງ​ຈາກ​ໄດ້​ທົບ​ທວນ​ເບິ່ງເປັນ​ເວລາ 60 ມື້. ນອກ​ນັ້ນ ສະຫະລັດຍັງ​ໄດ້​ລົງ​
ໂທດ​ບໍລິສັດ​ຂົນ​ສົ່ງ​ຂອງຈີນ ບໍລິ​ສັດ Dalain Global Unity Shipping ​ແລະ​ຊາວຈີນ​
ສອງ​ຄົນທ້າວ Sun Wei ​ແລະທ້າວ Li Hong Ri ທີ່ສະຫະລັດກ່າວ​ວ່າ ​ເປັນ​ຜູ້ອຳນວຍ​
ຄວາມ​ສະດວກ ​ໃນ​ການ​ເຮັດກິດຈະການທີ່​ຜິດ​ກົດໝາຍ ຢູ່​ໃນ​ເກົາຫລີ​ເໜືອ.

ລັດຖະມົນຕີ​ກະຊວງ​ການ​ເງິນ ທ່ານ Steve Mnuchin ກ່າວ​ໃນການ​ຖະ​ແຫຼງ ຂ່າວຢູ່​ທຳນຽບຂາວວ່າ ການເອົາ​ມາດ​ຕະການ​ດັ່ງກ່າວສ່ວນ​ໃຫຍ່​ແລ້ວ​ແມ່ນໄດ້​ແນ​ໃສ່​ທະນາ
ຄານ ບໍ່​ແມ່ນ​ລັດຖະບານ​ຈີນ. ປະທານາທິບໍດີ ດໍໂນ​ລ ທຣໍາ ​ໄດ້​ຊອກ​ຫາ​ການ​ສະໜັບ
ສະໜູນຈາກປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ເພື່ອ​ຄວບ​ຄຸມ ​ຄວາມ​ມັກໃຫຍ່​ໄຝ່

ສູງທາງ​ທະຫານ​ຂອງ​ພຽງ​ຢາງ ​ເຖິງ​ແມ່ນ​ວ່າໃນອາ​ທິດ​ແລ້ວ​ນີ້ ທ່ານ​ທຣຳ​ໄດ້​ກ່າວ​ຢູ່​ໃນ
Twitter ວ່າ ​ໃນ​ຂະນະ​ທີ່​ທ່ານ​ຂໍ​ຂອບ​ໃຈ​ຕໍ່ຄວາມ​ພະຍາຍ​າມຂອງ​ປັກ​ກິ່ງ ​ແຕ່ “​ກໍບໍ່​ໄດ້
​ເປັນ​ຜົນສຳ​ເລັດ.”

ລັດຖະມົນຕີກະຊວງການເງິນ ທ່ານ Steve Mnuchin ຕອບຄຳຖາມບັນດານັກຂ່າວ.
ລັດຖະມົນຕີກະຊວງການເງິນ ທ່ານ Steve Mnuchin ຕອບຄຳຖາມບັນດານັກຂ່າວ.

ທ່ານ Mnuchin ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “ສະຫະລັດ​ກຳລັງ​ສົ່ງ​ຂ່າວ​ທີ່​ເນັ້ນໜັກ
ໄປຍັງທົ່ວ​ໂລກວ່າ ພວກ​ເຮົາ​ຈະ​ບໍ່​ລັງ​ເລ​ໃຈ​ ທີ່​ຈະ​ເອົາມາດ​ຕະການ ​ຕໍ່ສ່ວນ​ບຸກຄົນ
ບໍລິສັດ ​ແລະ​ສະ​ຖາ​ບັນ​ການ​ເງິນ​ຕ່າງໆ ​ທີ່​ໃຫ້ການສະໜັບສະໜູູນຕໍ່​ອຳ ນາດ​ການ​
ປົກຄອງ​ເກົາຫລີ​ເໜືອ.

ທ່ານ Mnuchin ​ໃນ​ຂະນະ​ທີ່​ບໍ່​ໄດ້​ໃຫ້ລາຍ​ລະອຽດ​ໃດໆ ​ແຕ່ກໍໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​
ຂ່າວ​ວ່າ ສະຫະລັດ​ມີ “ຂໍ້​ມູນສືບ​ລັບ​ ໂດຍ​ສະ​ເພາະ” ກ່ຽວ​ກັບ​ກິດຈະການ​ ຕ່າງໆ
​ຂອງ​ທະນາຄານນີ້.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG