ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ວາຕິກັນ ຂໍໃຫ້ ພະສັງຄະຣາດ ຄາໂທລິກ ສຫລ ເລື່ອນ ມາດຕະການ ແກ້ໄຂ ວິກິດການ ລະເມີດທາງເພດ


ຄາຣດີນາລ ແດນນິລ ດີນາຣໂດ ຂອງເຂດປົກຄອງ ພະສັງຄະຣາດ ແຫ່ງ ມ. ກາລແວັສຕັນ ນຄ ຮິວສຕັນ, ວັນທີ 12 ພະຈິກ 2018, ໃນ ນຄ ບອລຕີມໍ ລ. ແມຣີແລນ.
ຄາຣດີນາລ ແດນນິລ ດີນາຣໂດ ຂອງເຂດປົກຄອງ ພະສັງຄະຣາດ ແຫ່ງ ມ. ກາລແວັສຕັນ ນຄ ຮິວສຕັນ, ວັນທີ 12 ພະຈິກ 2018, ໃນ ນຄ ບອລຕີມໍ ລ. ແມຣີແລນ.

ວັງວາຕິກັນ ຂອງສາສະໜາຄາໂທລິກ ໄດ້ກ່າວບອກ ກອງປະຊຸມບັນດາພະສັງຄະຣາດ
ຄາໂທລິກ ຂອງສະຫະລັດ ໃຫ້ເລື່ອນການລົງຄະແນນສຽງໃດໆ ກ່ຽວກັບການສະເໜີ
ມາດຕະການໃໝ່ເພື່ອແກ້ໄຂ ວິກິດການລ່ວງລະເມີດທາງເພດ ຂອງພວກຄຸນພໍ່ ຊຶ່ງໄດ້
ເຮັດໃຫ້ໂບດທົ່ວໂລກປະສົບກັບບັນຫາ.

ການປະກາດ ທີ່ບໍ່ຄາດຄິດດັ່ງກ່າວ ໄດ້ຖືກແຈ້ງອອກມາ ເມື່ອວັນຈັນວານນີ້ ຢູ່ທີ່ພິທີ
ເປີດ ກອງປະຊຸມບັນດາພະສັງຄະຣາດ ຄາໂທລິກ ຂອງສະຫະລັດ ໃນນະຄອນ
ບອລຕີມໍ ໃນລັດແມຣີແລນ.

ຄາຣດີນາລ ແດນນິລ ດີນາຣໂດ ຈາກລັດເທັກຊັດ ໄດ້ກ່າວວ່າ ການເລື່ອນເວລາ
ອອກໄປ ນັ້ນ ໄດ້ຖືກຮຽກຮ້ອງໂດຍ ວາຕິກັນ ຊຶ່ງໄດ້ຂໍຮ້ອງວ່າ ໃຫ້ບັນດາພະສັງຄະຣາດ
ຄາໂທລິກ ສະຫະລັດ ລໍໄປຈົນ ຫຼັງຈາກ ວາຕິແກັນ ຈັດກອງປະຊຸມ ໃນເດືອນກຸມພາ
ກັບບັນດາພະສັງຄະຣາດ ຄາໂທລິກ ຈາກທົ່ວໂລກ ເສຍກ່ອນເພື່ອແກ້ໄຂ ວິກິດການ
ດັ່ງກ່າວ.

ຄາຣດີນາລ ດີນາຣໂດ ກ່າວວ່າ ທ່ານຮູ້ສຶກ “ເສຍໃຈ” ໂດຍການຕັດສິນໃຈ ຂອງ
ວາຕິກັນ ເຖິງຢ່າງໃດກໍຕາມ ຄາຣດີນາລ ດີນາຣໂດ ໄດ້ກ່າວວ່າ ທ່ານ ຍັງຄົງມີຄວາມ
ຫວັງວ່າ “ການປຶກສາຫາລືກັນເພີ້ມຕື່ມນີ້ ໃນທີ່ສຸດ ກໍຈະປັບປຸງໃນການຮັບມືກັບ
ວິກິດການ ທີ່ພວກເຮົາກຳລັງປະເຊີນຢູ່.”

ເປັນທີ່ຄາດກັນວ່າ ບັນດາພະສັງຄະຣາດ ຄາໂທລິກ ສະຫະລັດ ຈະອະພິປາຍ ແລະລົງ
ຄະແນນສຽງ ກ່ຽວກັບ ມາດຕະການຈຳນວນນຶ່ງ ເພື່ອຮັບມືກັບສະຖານະການທີ່ເກີດຂຶ້ນ.
ມາດຕະການຕ່າງໆທີ່ໄດ້ຖືກນຳສະເໜີ ປະກອບດ້ວຍ ການຈັດຕັ້ງສາຍດ່ວນ ເພື່ອ
ລາຍງານ ບັນດາພະສັງຄະຣາດ ຜູ້ທີ່ໄດ້ຖືກກ່າວຫາວ່າ ກະທຳຄວາມຜິດ ແລະ ສ້າງ
ມາດຕະຖານການປະພຶດໃຫ້ແກ່ພວກເຂົາເຈົ້າ.

ບັນດາພະສັງຄະຣາດ ຄາໂທລິກ ສະຫະລັດ ແມ່ນຍັງສາມາດອະພິປາຍ ກ່ຽວກັບ ມາດ
ຕະການຕ່າງໆ ແຕ່ຈະບໍ່ໄດ້ລົງຄະແນນສຽງ ຕໍ່ມາດຕະການໃດໆ ໃນສັບປະດານີ້.

ສ່ວນ ພະສັງຄະຣາດ ຄາໂທລິກ ແບລສ໌ ຄູພິຈ໌ ຈາກນະຄອນ ຊິກຄາໂກ ໄດ້ສະເໜີວ່າ
ບັນດາພະສັງຄະຣາດ ຄາໂທລິກ ສະຫະລັດ ໃຫ້ຈັດກອງປະຊຸມພິເສດ ໃນເດືອນມີນາ
ເພື່ອລົງຄະແນນສຽງ ກ່ຽວກັບມາດຕະການຕ່າງໆ.

ກອງປະຊຸມບັນດາພະສັງຄະຣາດ ຄາໂທລິກ ສະຫະລັດ ມີປະມານ 200 ພະສັງຄະຣາດ
ຈາກທົ່ວປະເທດ ມາເຕົ້າໂຮມກັນ ເພື່ອມາອະພິປາຍ ສອງຄັ້ງຕໍ່ປີ ແລະຮັບຮອງເອົາ
ນະໂຍບາຍໃໝ່ຕ່າງໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG