ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາກ່າວວ່າ ຄວາມສາມາດທີ່ຈະຈັບໂຕ ນາຍບິນລາເດັນໄດ້ ມີຫລາຍກວ່າຄວາມສ່ຽງ


ປະທານາທິບໍດີໂອບາມາ ຂະນະທີ່ນັ່ງເບິ່ງວີດິໂອຖ່າຍທອດສົດການ
ບຸກເຂົ້າໂຈມຕີນາຍບິນລາເດັນ ທີ່ທ່ານກ່າວວ່າ ເປັນໄລຍະເວລາ 40 ນາທີ ທີ່ດົນທີ່ສຸດໃນຊີວິດຂອງທ່ານ, ເມື່ອວັນອາທິດ ທີ 1 ພຶດສະພາ 2011.
ປະທານາທິບໍດີໂອບາມາ ຂະນະທີ່ນັ່ງເບິ່ງວີດິໂອຖ່າຍທອດສົດການ ບຸກເຂົ້າໂຈມຕີນາຍບິນລາເດັນ ທີ່ທ່ານກ່າວວ່າ ເປັນໄລຍະເວລາ 40 ນາທີ ທີ່ດົນທີ່ສຸດໃນຊີວິດຂອງທ່ານ, ເມື່ອວັນອາທິດ ທີ 1 ພຶດສະພາ 2011.

ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ກ່າວ​ວ່າ ທ່ານ​ໄດ້​ສັ່ງ​ໃຫ້ ທໍາ​ການ​ບຸກ​ໂຈມ​ຕີ​ນາຍ​ໂອຊາ​ມາ​ບິນ​ລາ​ເດັນ ຜູ້​ນໍາ​ເຄືອ​ຂ່າ​ນອາລກາ​ອິດາ ຫລັງ​ຈາກໄດ້​ລົງ​ຄວາມ​ເຫັນວ່າ ຄວາມ​ເປັນ​ໄປ​ໄດ້ໃນ​ການທີ່ຈະ​ສາມາດ​ຈັບ​ໂຕ​ນາຍ​ບິນ​ລາ​ເດັນ​ໄດ້ນັ້ນ ​ມີ​ຫລາຍກ​ວ່າຄວາມ​ສ່ຽງ.

ທ່ານ​ໂອ​ບາ​ມາ​ກ່າວເຊ່ນ​ນີ້​ໃນລະຫວ່າງ​ການ​ໃຫ້​ສໍາພາດກັບ​ລາຍການ 60 ນາທີ​ຂອງ​ຕາໜ່າງ​
ໂທລະພາບ CBS ທີ່ອອກ​ອາກາດ​ໃນ​ວັນອາທິດວານ​ນີ້​ ຊຶ່ງ​ທ່ານ​ກ່າວວ່າ ຄວາມ​ເປັນ​ຫ່ວງ​
ຫລາຍ​ທີ່​ສຸດ​ຂອງ​ທ່ານ​ແມ່ນ​ສໍາລັບ​ພວກໜ່ວຍ​ກ້າ​ຕາຍ​ຂອງ​ສະຫະລັດ​ ທີ່ທໍາ​ການ​ບຸກ​ເຂົ້າ​ໂຈມ
ຕີ​ໃນ​ບໍລິ​ເວນ​ບ້ານ​ຂອງ​ນາຍ​ບິນ​ລາ​ເດັນ​ໃນ​ເມືອງ Abbottabad ທີ່ປາ​ກີ​ສຖານ​ນັ້ນ. ປະທາ
ນາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ການ​ດໍາ​ເນີນ​ການ​ດັ່ງກ່າວເປັນໄລຍະ​ເວລາ​ 40 ນາທີທີ່ດົນ​ທີ່​ສຸດ
ໃນ​ຊີວິດ​ຂອງ​ທ່ານ ນອກຈາກ​ໂອກາດນຶ່ງ​ ທີ່​ອາດ​ຈະ​ແມ່ນເວລາ​ທີ່ລູກ​ສາວ​ຂອງ​ທ່ານ​ຄົນ​ນຶ່ງ​
ລົ້ມປ່ວຍ​ຍ້ອນ​ເນື້ອເຍື່ອ​ໃນສະໝອງ​ອັກ​ເສບເມື່ອ​ຫລາຍ​ປີຜ່ານມາ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ຖ້າ​ຜູ້​ໃດ​ຫາກ​ມີ​ຄໍາ​ຖາມ​ຫລື​ສົງໄສວ່າ ຜູ້​ນໍາ​ກໍ່ການຮ້າຍ​ຄົນ​ນີ້​ບໍ່ສົມ
ຄວນ​ໄດ້​ຮັບ​ຊະ​ຕາ​ກໍາທີ່​ເຂົາ​ໄດ້​ຮັບ​ນັ້ນ ບຸກຄົນ​ຜູ້​ນັ້ນກໍຄວນຈະ​ໄປ​ກວດເບິ່ງ​ສະໝອງ​ຂອງ​
ຕົນ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ​ເປັ​ນທີ່ຈະ​ແຈ້ງວ່າ ນາຍ​ບິນ​ລາ​ເດັນ​ມີ​ເຄືອ​ຂ່າຍ ທີ່ໃຫ້ການ​ສະໜັບ
ສະໜຸນເຂົາແບບ​ໃດ​ແບບ​ນຶ່ງ​ໃນ​ປາ​ກີ​ສຖານ​ນັ້ນ ​ແຕ່​ທ່ານ​ກໍບໍ່ໄດ້​ກ່າວ​ຫາ​ພວກ​ເຈົ້າ​ໜ້າ​ທີ່​
ປາ​ກີ​ສຖານ​ວ່າ​ ໃຫ້​ບ່ອນ​ພັກ​ເຊົາ​ແກ່​ຜູ້ກໍ່​ການ​ຮ້າຍ​ທີ່​ໂລກ​ຕ້ອງການ​ໂຕ​ຫລາຍ​ທີ່​ສຸດນັ້ນ.

ທ່ານ​ໂອ​ບາ​ມາ​ກ່າວ​ຕື່ມ​ວ່າ ຍັງ​ບໍ່​ທັນ​ເປັນ​ທີ່​ແຈ້ງ​ຂາວ​ວ່າ ລັດຖະບານປາ​ກີ​ສຖານຮູ້ຈັກ​ມາ​
ກ່ອນຫລື​ບໍ່ ວ່າ​ນາຍ​ບິນ​ລາ​ເດັນລີ້​ຊ່ອນ​ໂຕຢູ່​ໃນ​ປະ​ເທດ​ຂອງ​ຕົນ.

XS
SM
MD
LG