ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດປ່ຽນຂໍ້ມູນ ກ່ຽວກັບ ການເສຍຊີວິດ ຂອງບິນລາເດັນ (ເບິ່ງວີດີໂອ)


ທ່ານ Jay Carney ໂຄສົກປະຈໍາທໍານຽບຂາວ ວັນທີ 3 ພຶດສະພາ, 2011
ທ່ານ Jay Carney ໂຄສົກປະຈໍາທໍານຽບຂາວ ວັນທີ 3 ພຶດສະພາ, 2011


















ທໍານຽບຂາວ​ກ່າວ​ວ່າ ນາຍ​ໂອຊາ​ມາ​ບິນ​ລາ​ເດັນ ຜູ້​ນໍາ​ເຄືອ​ຂ່າຍal-Qaida ບໍ່​ມີ​ອາວຸດ​ຕິດ​ໂຕ​ເວລາ​ຜູ້ກ່ຽວ​ຖືກ​ຂ້າ​ຕາຍ​ໂດຍ​ກໍາລັງ​ໜ່ວຍ​ລົບ​ພິ​ເສດ​ຂອງ​ສະຫະລັດ​ໃນ​ປາ​ກີ​ສຖານ​ໃນ​ວັນ​ຈັນ​ມື້ກ່ອນ​ນີ້.

ແຕ່​ທ່ານ Jay Carney ​ໂຄສົກ​ປະ​ຈໍາ​ທໍານຽບຂາວ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ນາຍ​ບິນ​ລາ​ເດັນ​ບໍ່​ໄດ້​ທໍາ​ການ​ຕໍ່ສູ້​ໃດໆ​ກັບໜ່ວຍ​ກ້າ​ຕາຍ Navy SEALS ທີ່​ທໍາ​ການ​ບຸກລຸກ​ເຂົ້າ​ໄປ​ໃນ​ບໍລິ​ເວນ​ບ່ອນ​ທີ່ນາຍ​ບິນ​ລາ​ເດັນ​ກໍາລັງ​ລີ້​ຊ່ອນ​ຢູ່​ນັ້ນ. ທ່ານ Carney ກ່າວ​ວ່າ ການ​ຕໍ່ຕ້ານ​ບໍ່​ຈໍາ​ເປັນ​ຈະ​ຕ້ອງ​ໃຊ້​ອາວຸດ ​ແຕ່​ທ່ານ​ບໍ່​ໃຫ້​ລາຍ​ລະອຽດ​ເພີ່ມ​ຕື່ມ.

ຜູ້ຊາຍ​ທີ່​ໂລກ​ຕ້ອງການ​ໂຕ​ຫລາຍ​ທີ່​ສຸດ​ໃນ​ໂລກ ​ໄດ້​ຖືກ​ພົບ​ເຫັນ​ຢູ່​ໃນບໍລິ​ເວນ​ບ້ານ​ເຮືອນ​ແຫ່ງ​ນຶ່ງ​ມູນ​ຄ່າ 1 ລ້ານ​ໂດ​ລາ ​ໃນ​ພາກ​ເໜືອ​ຂອງກຸງ​ອີສລາມາ​ບັດ ນະຄອນຫລວງ​ຂອງ​ປາ​ກີ​ສຖານ. ທ່ານ Carney ກ່າວ​ວ່າ ນາຍ​ບິນ​ລາ​ເດັນ​ຖືກ​ຍິງ​ໃສ່​ຫົວ​ແລະ​ໜ້າ​ເອິກ​ແລະ​ກ່າວ​ວ່າ ​ເມຍ​ຄົນ​ນຶ່ງ​ຂອງ​ນາຍ​ບິນ​ລາ​ເດັນ​ຖືກ​ຍິງ​ໃສ່​ຂາ ​ແຕ່​ບໍ່​ໄດ້​ເສຍ​ຊີວິດ​ເວລາ​ລາວ​ແລ່ນ​ໃສ່​ພວກ​ກໍາລັງ​ຂອງ​ສະຫະລັດ​ນັ້ນ.

ໂຄສົກ​ປະ​ຈໍາ​ທໍານຽບຂາວ ກ່າວ​ວ່າ ຈະ​ມີ​ການ​ຕັດສິນ​ໃຈ​ໃນ​ຂັ້ນ​ຕໍ່​ໄປກ່ຽວກັບວ່າ​ຈະມີການ
ເປີດ​ເຜີຍຮູບ​ພາບວີ​ດີ​ໂອ​ໃດໆ​ກ່ຽວ​ກັບການ​ບຸກ​ເຂົ້າໂຈມ​ຕີ​ຂອງ​ກໍາລັງ​ສະຫະລັດ​ນັ້ນໃຫ້​ປະ
ຊາຊົນ​ເຫັນ​ໄດ້​ຫລື​ບໍ​ນັ້ນ.

ໃນ​ຂະນະ​ດຽວ​ກັນ​ທ່ານ Carney ກ່າວ​ວ່າ ທາງ​ການ​ຫວັງ​ວ່າ ຂ່າວ​ຂໍ້​ມູນ​ລັບ​ທີ່​ເກັບ​ກຳມາ​
ໄດ້​ຈາກເຮືອນນາຍບິນລາເດັນ​ນັ້ນ​ຈະ​ອໍາ​ນວຍ​ຫລັກ​ຖານ​ກ່ຽວກັບ​ການ​ໂຈມ​ຕີທີ່​ວາ​ງແຜນ
ໄວ້​ລ່ວງ​ໜ້າ ​ແລະ​ຂໍ້​ມູນ​ກ່ຽວ​ກັບ​ເປົ້າ​ໝາຍ​ທີ່​ມີ​ຄຸນຄ່າສູງ​ອື່ນໆຕະຫລອດ​ທັງ​ເຄືອ​ຂ່າຍ​ທີ່​ໄດ້​
ລ້ຽງ​ດູ​ນາຍ​ບິນ​ລາ​ເດັນ​ຢູ່​ໃນ​ປາ​ກີ​ສຖານນັ້ນ.

ທ່ານ Leon Panetta ຜູ້​ອໍານວຍ​ການ​ອົງການ​ສືບ​ລັບ CIA ຂອງ​ສະຫະລັດ​ໄດ້​ລາຍ​ງານ​
ໂດຍ​ສັງ​ເຂ​ບ​ໃນ​ກອງ​ປະຊຸມ​ລັບ​ໃນ​ວັນ​ອັງຄານວານ​ນີ້ຕໍ່​ພວກ​ສະມາຊິກ​ສະພາ​ຕໍ່າ​ແລະ​ສະ
ມາຊິກ​ສະພາ​ສູງ. ​ໃນ​ການ​ໃຫ້​ສໍາພາດ​ກັບ​ວາລະສານ Time ຫົວຫໜ້າ​ອັງກາ​ນສືບ​ລັບ
CIA ກ່າວ​ວ່າ ສະຫະລັດ​ໄດ້​ຕັດສິນ​ໃຈບໍ່​ໃຫ້​ທາງ​ການ​ຂອງປາ​ກີ​ສຖານ​ເຂົ້າ​ຮ່ວມ​ໃນ​ການ
ບຸກ​ໂຈມ​ຕີ ​ເພາະ​ຢ້ານ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ເຕືອນໃຫ້ນາຍບິນລາເດັນຮູ້ລ່ວງໜ້າ.

ບໍ່​ໄດ້​ມີ​ການ​ແຈ້ງ​ໃຫ້​ລັດຖະບານ​ປາ​ກີ​ສຖານ​ຮູ້ຈັກ​ນໍາ​ກ່ຽວ​ກັບ​ການ​ປະຕິບັດ​ງານດັ່ງກ່າວ
ຈົນ​ຮອດ​ເວລາ​ພວກ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ບິນ​ອອກ​ຈາກເຂດນ່ານຟ້າ​ຂອງປາກິສຖານໄປ.

XS
SM
MD
LG