ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ລູກເຂີຍ bin Laden ຈະຂຶ້ນສານ ຢູ່ນະຄອນ ນິວຢອກ


ທ້າວ Sulaiman Abu Ghaith ລູກເຂີຍຂອງທ້າວ Osama bin Laden ຖືກນຳໂຕຂຶ້ນສານ ຢູ່ນະຄອນນິວຢອກ
ທ້າວ Sulaiman Abu Ghaith ລູກເຂີຍຂອງທ້າວ Osama bin Laden ຖືກນຳໂຕຂຶ້ນສານ ຢູ່ນະຄອນນິວຢອກ
ລູກເຂີຍຂອງທ້າວ Osama bin Laden ຊຶ່ງເປັນອະດີດໂຄສົກ
ຂອງກຸ່ມກໍ່ການຮ້າຍອາລກາອີດານັ້ນ ຖືກສະຫະລັດຈັບໂຕໄດ້ ແລະນຳມາຂຶ້ນສານ ທີ່ນະຄອນນິວຢອກ.

ເຈົ້າໜ້າທີ່ຂອງກະຊວງຍຸຕິທຳສະຫະລັດ ກ່າວວ່າ ທ້າວ Sulai-
man Abu Ghaith ຈະຖືກນຳໂຕຂຶ້ນສານໃນວັນສຸກມື້ນີ້ໃນຂໍ້
ຫາສົມຮູ້ຮ່ວມຄິດ ເພື່ອສັງຫານປະຊາຊົນຊາວອາເມຣິກັນ.

ໃນມື້ວັນພະຫັດວານນີ້ທ່ານ Peter King ສະມາຊິກສະພາຕໍ່າ
ສະຫະລັດ ສັງກັດພັກຣີພັບບລີກັນ ໃນເຂດນະຄອນນິວຢອກ
ໄດ້ໃຫ້ການຍ້ອງຍໍ ພວກເຈົ້າໜ້າທີ່ສືບລັບ ອົງການ CIA ແລະ
FBI ກ່ຽວກັບການຈັບທ້າວ Abu Ghaith ເມື່ອໄວໆມານີ້ທີ່ປະ
ເທດຈໍແດັນ.

ໜັງສືພິມສະບັບນຶ່ງຂອງເທີກີລາຍງານວ່າທ້າວ Abu Ghaith
ຖືກຈັບທີ່ໂຮງແຮມຫລູຫຼາແຫ່ງນຶ່ງ ໃນນະຄອນຫຼວງອັງກາຣາ.
ແຫຼ່ງຂ່າວເວົ້າວ່າ ຫລັງຈາກນັ້ນ ຜູ້ກ່ຽວກໍຖືກສົ່ງໂຕໄປຈໍແດັນ
ບ່ອນທີ່ເຈົ້າໜ້າທີ່ສືບລັບ ຂອງສະຫະລັດ ໄດ້ຄຸມຂັງຜູ້ກ່ຽວໄວ້.
ເຈົ້າໜ້າທີ່ເທີກີ ໄດ້ປະຕິເສດບໍ່ຍອມໃຫ້ຄວາມເຫັນໃດໆ ຕໍ່ລາຍງານຂ່າວດັ່ງກ່າວ.

ລັດຖະມົນຕີກະຊວງຍຸຕິທຳຂອງສະຫະລັດ ທ່ານ Eric Holder ກ່າວວ່າ ການຈັບກຸມທີ່
ວ່ານີ້ ແມ່ນສະແດງໃຫ້ເຫັນເຖິງການຕັດສິນໃຈຢ່າງແນ່ວແນ່ ຂອງສະຫະລັດ ທີ່ຈະນຳ
ເອົາໂຕພວກຮັບຜິດຊອບ ໃນການໂຈມຕີທີ່ນະຄອນນິວຢອກແລະກຸງວໍຊິງຕັນເມື່ອວັນ
ທີ 11 ກັນຍາ ປີ 2001 ມາລົງໂທດໃຫ້ໄດ້.

ແຕ່ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ທ່ານ Lindsey Graham ແລະທ່ານ
ນາງ Kelly Ayotte ກ່າວວ່າ ລັດຖະບານທ່ານໂອບາມາແມ່ນໄດ້ດຳເນີນການຢ່າງຜິດ
ພາດ ທີ່ໄດ້ນຳເອົາໂຕທ້າວ Abu Ghaith ມາຍັງນະຄອນນິວຢອກ ແທນທີ່ຈະສົ່ງໂຕຜູ້ ກ່ຽວ ໄປຍັງບ່ອນຄຸມຂັງທີ່ອ່າວກວນຕານາໂມ ໃນປະເທດຄິວບາ ເພື່ອສອບປາກຄຳຜູ້
ກ່ຽວຢູ່ທີ່ນັ້ນ.

ສະມາຊິກສະພາສູງທັງສອງທ່ານເວົ້າວ່າການດຳເນີນຄະດີທ້າວ Abu Ghaith ໃນສະ ຫະລັດ ແມ່ນໝາຍຄວາມວ່າ ຜູ້ກ່ຽວສາມາດ ໄດ້ຮັບການຄຸ້ມຄອງ ພາຍໃຕ້ລະບົບກົດ ໝາຍຂອງອາເມຣິກັນ ທີ່ພວກທ່ານເວົ້າວ່າ ຜູ້ກ່ຽວບໍ່ສົມຄວນທີ່ຈະໄດ້ຮັບເລີຍນັ້ນ.

ທ້າວ Abu Ghaith ໄດ້ປະກົດໂຕຢູ່ໃນວີດີໂອໂຄສະນານຊວນເຊື່ອຂອງກຸ່ມກໍ່ການຮ້າຍ ອາລກາອີດາ ຫຼັງຈາກພວກກໍ່ການຮ້າຍໄດ້ທຳການໂຈມຕີສະຫະລັດໃນປີ 2001. ພໍ່ເຖົ້າ ຂອງລາວ ຄືທ້າວ Osama bin Laden ແມ່ນຜູ້ບົງການ ໃນການໂຈມຕີ ເມື່ອປີ 2001 ຊຶ່ງໄດ້ຖືກຂ້າຕາຍ ເມື່ອເກືອບສອງປີຜ່ານມາແລ້ວນັ້ນ ໃນການບຸກເຂົ້າໄປສັງຫານ ຢູ່ທີ່ ເຮືອນຂອງຜູ້ກ່ຽວ ໃນປະເທດປາກິສຖານ.
XS
SM
MD
LG