ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດຕັດຫົວ ກຸ່ມອາລກາຍດາແລ້ວ


ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາຈັບມືກັບພວກທະຫານ ເວລາທ່ານໄປຢ້ຽມຄ້າຍ Fort Campbell ທີ່ລັດເຄັນຕັກກີ້ (6 ພຶດສະພາ 2011)
ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາຈັບມືກັບພວກທະຫານ ເວລາທ່ານໄປຢ້ຽມຄ້າຍ Fort Campbell ທີ່ລັດເຄັນຕັກກີ້ (6 ພຶດສະພາ 2011)

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາກ່າວວ່າ
ສະຫະລັດໄດ້ຕັດຫົວ ຂອງກຸ່ມກໍ່ການຮ້າຍອາລກາຍດາ
ດ້ວຍການສັງຫານ ນາຍ Osama bin Laden ຊຶ່ງ
ແຜ້ວທາງໄປສູ່ ການໄດ້ຮັບໄຊຊະນະໃນທີ່ສຸດ ຕໍ່ກຸ່ມກໍ່
ການຮ້າຍດັ່ງກ່າວ.

ທ່ານໂອບາມາ ກ່າວໃນມື້ວັນສຸກວານນີ້ວ່າ ນາຍ bin
Laden ຊຶ່ງເປັນຜູ້ວາງແຜນໃນການໂຈມຕີຂອງພວກກໍ່
ການຮ້າຍຢູ່ສະຫະລັດເມື່ອວັນທີ 11 ກັນຍາປີ 2001
ນັ້ນຈະບໍ່ສາມາດຂົ່ມຂູ່ສະຫະລັດໄດ້ອີກຍ້ອນຄວາມຊ່ຽວ
ຊານແລະຄວາມກ້າຫານທີ່ບໍ່ໜ້າເຊື່ອຂອງຫຼາຍໆຄົນ.

ປະທານາທິບໍດີສະຫະລັດໃຫ້ຄວາມເຫັນດັ່ງກ່າວທີ່ Fort Campbell ຄ້າຍທະຫານບົກ
ຂອງສະຫະລັດໃນລັດເຄັນຕັກກີ້ ຫຼັງຈາກໄດ້ພົບປະເປັນການສ່ວນໂຕກັບສະມາຊິກຂອງ
ກຳລັງພິເສດ Navy SEAL ທີ່ໄດ້ບຸກເຂົ້າໄປໃນເຮືອນຂອງນາຍ bin Laden ຢູ່ປາກິສ ຖານໃນມື້ວັນຈັນແລ້ວແລະໄດ້ສັງຫານຜູ້ກ່ຽວ.

Fort Campbell ເປັນຄ້າຍຂອງໜ່ວຍປະຕິບັດງານພິເສດທະຫານບົກທີ່ໄດ້ນຳເອົາເຮືອ
ບິນເຮຣີຄອບເຕີ້ສົ່ງໜ່ວຍກ້າຕາຍ Navy SEAL ໄປຍັງເຮືອນຂອງນາຍ bin Laden
ທີ່ເມືອງ Abbottabad ໃນປາກິສຖານ.

ສະມາຊິກສະພາສູງສະຫະລັດ ທ່ານ Scott Brown ກ່າວໃນຄຳປາໄສປະຈຳສັບປະດາ
ຂອງພັກຣີພັບບລີກັນໃນວັນເສົາມື້ນີ້ວ່າການຕາຍຂອງນາຍ bin Laden ແມ່ນໂອກາດ
ອັນດີສຳລັບຜູ້ບັນຊາການສູງສຸດຫຼືປະທານາທິບໍດີຂອງພວກເຮົາແລະສຳລັບປະເທດຊາດ
ຂອງເຮົາ.

XS
SM
MD
LG