ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານໂອບາມາ ພົບປະກັບໜ່ວຍ Navy SEAL


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ວາງພວງມາລາ ຢູ່ບ່ອນທີ່ເຄີຍເປັນຕຶກອາຄານສູນກາງການ ຄ້າໂລກ ທີ່ຖືກພວກກໍ່ການຮ້າຍໂຈມີ ໃນວັນທີ 11 ກັນຍາ ປີ 2001 (5 ພຶດສະພາ 2011)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ວາງພວງມາລາ ຢູ່ບ່ອນທີ່ເຄີຍເປັນຕຶກອາຄານສູນກາງການ ຄ້າໂລກ ທີ່ຖືກພວກກໍ່ການຮ້າຍໂຈມີ ໃນວັນທີ 11 ກັນຍາ ປີ 2001 (5 ພຶດສະພາ 2011)

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາຈະພົບປະ
ກັບບັນດາສະມາຊິກ ຂອງກຳລັງພິເສດ Navy SEAL
ຂອງສະຫະລັດທີ່ພົວພັນໃນການບຸກເຂົ້າໄປຈັບຊຶ່ງໄດ້ສັງ
ຫານຫົວໜ້າກຸ່ມກໍ່ການຮ້າຍອາລກາຍດານາຍ Osama
bin Laden ທີ່ປະເທດປາກິສຖານ.

ປະທານາທິບໍໂອບາມາຈະເດີນທາງໄປຍັງຄ້າຍ Fort
Campbell ໃນລັດ Ken tucky ເພື່ອຂອບອົກຂອບ
ໃຈເປັນການສ່ວນໂຕ ຕໍ່ກຳລັງພິເສດ Navy SEAL
ແລະສະມາຊິກອື່ນໆໃນກອງທັບສະຫະລັດ ໃນການ
ຮັບໃຊ້ຊາດຂອງພວກເຂົາເຈົ້າ ລຸນຫຼັງການບຸກເຂົ້າໄປ
ຈັບໃນຕອນເຊົ້າຂອງມື້ວັນຈັນ ທີ່ເຮືອນນາຍ bin La-
den ຢູ່ເມືອງ Abbottabad ປະເທດປາກິສຖານ.

ເຈົ້າໜ້າທີ່ສະຫະລັດກ່າວວ່າ ການທົບທວນໃນຂັ້ນຕົ້ນເບິ່ງເອກກະສານຕ່າງໆທີ່ຢຶດໄດ້ຈາກ
ເຮືອນນາຍ bin Laden ສະແດງໃຫ້ເຫັນວ່າ ກຸ່ມກໍ່ການຮ້າຍອາລກາຍດາ ໄດ້ພິຈາລະນາ
ວາງແຜນໂຈມຕີຕໍ່ການຮ້າຍໃສ່ລົດໄຟໃນສະຖານທີ່ບໍ່ໄດ້ລະບຸຢູ່ໃນສະຫະລັດໃນວັນຄົບຮອບ
ປີທີ 10 ຂອງການໂຈມຕີໃນວັນທີ 11 ກັນຍາ ປີ 2001 ນັ້ນ.

ເອກກະສານສະບັບນຶ່ງ ຂອງກະຊວງຮັກສາຄວາມປອດໄພແຫ່ງຊາດສະຫະລັດ ທີ່ອົງການ
ຂ່າວຕ່າງໆຂອງສະຫະລັດໄດ້ຮັບໃນວັນພະຫັດວານນີ້ແຈ້ງວ່າ ກຸ່ມກໍ່ການຮ້າຍອາລກາຍດາ
ໄດ້ຄິດກ່ຽວກັບການຫາທາງ ເຮັດໃຫ້ລົດໄຟຕົກລາງ ຈາກຂົວແຫ່ງໃດແຫ່ງນຶ່ງ ຫຼືຕົກລົງໄປ
ໃນເຫວເລິກ. ເຈົ້າໜ້າທີ່ເວົ້າວ່າ ເຂົ້າເຈົ້າບໍ່ມີຫຼັກຖານວ່າ ແຜນການດັ່ງກ່າວນີ້ໄດ້ມີການນຳ
ໃຊ້ແລ້ວ.

ຂະນະດຽວກັນອົງການຊີໄອເອລາຍງານວ່າ ໄດ້ມີການເຊົ່າເຮືອນ ເພື່ອໃຊ້ເປັນບ່ອນຫຼົບລີ້
ໃຫ້ພວກສອດແນມຈຸນ້ອຍໆຈຸນຶ່ງທີ່ເມືອງ Abbottabad ເພື່ອຕິດຕາມຊິ້ງຊອມມາເປັນເວ
ລາຫຼາຍໆເດືອນເບິ່ງເຮືອນບ່ອນທີ່ນາຍ bin Laden ອາໄສຢູ່. ໜັງສືພິມ Washington
Post ທີ່ອ້າງຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດລາຍງານວ່າອົງການຊີໄອເອໄດ້ໄປຍັງລັດຖະ
ສະພາສະຫະລັດ ໃນເດືອນທັນວາປີກາຍນີ້ ເພື່ອຂໍສິດອຳນາດໃນການນຳໃຊ້ເງິນຫຼາຍສິບ
ລ້ານໂດລາ ພາຍໃນງົບປະມານຂອງທາງອົງການ ສຳລັບນຳໄປເຊົ່າເຮືອນດັ່ງກ່າວ.

XS
SM
MD
LG