ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ໄວ້ອາໄລ ໃຫ້ພວກເຄາະຮ້າຍ 9-11


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກຳລັງໂທລະສັບ ທີ່ທຳນຽບຂາວ (4 ພຶດສະພາ 2011)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກຳລັງໂທລະສັບ ທີ່ທຳນຽບຂາວ (4 ພຶດສະພາ 2011)

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ ມີກຳນົດ
ທີ່ຈະເດີນທາງໄປຍັງນະຄອນນິວຢອກ ໃນວັນພະຫັດມື້ນີ້
ເພື່ອໄວ້ອາໄລໃຫ້ແກ່ພວກເຄາະຮ້າຍຈາກການໂຈມຕີຂອງ
ພວກກໍ່ການຮ້າຍ ໃນວັນທີ 11 ກັນຍາ ປີ 2001 ແລະ
ໄປຢ້ຽມບໍລິເວນຕຶກອາຄານສູນກາງການຄ້າໂລກທີ່ໄດ້ຖືກ
ທຳລາຍບໍ່ເທົ່າໃດມື້ຫຼັງຈາກກອງກຳລັງສະຫະລັດໄດ້ສັງ
ຫານນາຍ Osama Bin Laden ທີ່ປາກິສຖານ.

ທ່ານໂອບາມາມີກຳນົດທີ່ຈະໄປວາງພວງມາລາແລະພົບ
ປະຢ່າງເປັນການສ່ວນໂຕ ກັບຍາດຕິພີ່ນ້ອງຂອງພວກ
ທີ່ເສຍຊີວິດໃນການໂຈມຕີຂອງພວກກໍ່ການຮ້າຍອາລ
ກາຍດາ ໃນປີ 2001. ທຳນຽບຂາວກ່າວວ່າ ບໍ່ຄາດວ່າ
ປະທານາທິບໍດີຈະໃຫ້ ທັດສະນະຄວາມເຫັນໃດໆ.

ໃນຕົ້ນອາທິດນີ້ກຳລັງພິເສດຂອງໜ່ວຍ Navy SEAL
ສະຫະລັດໄດ້ສັງຫານນາຍ Bin Laden ໃນການບຸກເຂົ້າ
ໄປໃນເຮືອນຂອງຜູ້ກ່ຽວຢູ່ທີ່ເມືອງ Abbottabad ຊຶ່ງເປັນຫົວເມືອງຄ້າຍທະຫານຂອງ
ປາກິສຖານ.

ທ່ານໂອບາມາໄດ້ຕັດສິນໃຈ ບໍ່ໃຫ້ພິມເຜີຍແຜ່ຮູບພາບ ຂອງຫົວໜ້າກຸ່ມກໍ່ການຮ້າຍອາລ
ກາຍດາທີ່ຖືກຍິງຕາຍໂດຍເວົ້າວ່າຮູບພາບດັ່ງກ່າວອາດຈະກໍ່ໃຫ້ເກີີດມີຄວາມສ່ຽງໃນດ້ານ
ຄວາມໝັ້ນຄົງແຫ່ງຊາດແລະອາດຈະຍຸຍົງໃຫ້ເກີດຄວາມຮຸນແຮງ.

ທ່ານໂອບາມາ ກ່າວຕໍ່ຕາໜ່າງໂທລະພາບ CBS ຂອງສະຫະລັດວ່າທ່ານບໍ່ມີຄວາມສົງໄສ
ໃດໆເລີຍວ່າກຳລັງສະຫະລັດໄດ້ສັງຫານນາຍ Bin Laden ແລະຜູ້ຊາຍທີ່ຢູ່ເບື້ອງຫຼັງການ
ໂຈມຕີກໍ່ການຮ້າຍໃນວັນທີ 11 ກັນຍານັ້ນ ໄດ້ຮັບການລົງໂທດຫຼືຄວາມຍຸດຕິທຳໄປແລ້ວທີ່
ຜູ້ກ່ຽວສົມຄວນຈະໄດ້ຮັບ.

ທ່ານ Jay Carney ໂຄສົກຂອງທຳນຽບຂາວກ່າວໃນວັນພຸດວານນີ້ວ່າ ທີ່ປຶກສາທີ່ໃກ້ຊິດ
ສ່ວນໃຫຍ່ຂອງທ່ານໂອບາມາໄດ້ຕັດສິນໃຈທີ່ຈະເກັບຮັກສາຮູບຂອງນາຍ Bin Laden ໄວ້
ເປັນຄວາມລັບຕໍ່ໄປ. ທ່ານກ່າວວ່າ ໄດ້ມີການຖົກຖຽງໂຕ້ແຍ້ງກັນແບບມີເຫດຜົນ ທັງເຫັນ
ພ້ອມ ແລະຄັດຄ້ານຕໍ່ການພິມເຜີຍແຜ່ຮູບພາບ ແຕ່ເປັນທີ່ປາກົດວ່າຈະບໍ່ມີການນຳອອກເຜີຍ
ຫຼັກຖານທີ່ເປັນຮູບພາບໃດໆຂອງນາຍ Bin Laden ໃຫ້ປະຊາຊົນໄດ້ເຫັນ.

XS
SM
MD
LG