ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຂັບຂີ່ລົດຈັກ ຈະຈັດການແຂ່ງຂັນ ແຕ້ມຮູບກາຕູນ ພະ​ສາ​ສະ​ດາ Muhammad ຢູ່ທີ່ລັດ ອາຣິໂຊນາ


ຊາຍສອງຄົນ ຖືປ້າຍ ແລະທຸງຊາດ ສຫລ ຢູ່ຟາກທາງກົງກັນຂ້າມ ກັບສູນ Curtis Culwell Center, ບ່ອນທີ່ ຊາຍສອງຄົນ ໄດ້ເປີດສາກຍິງປືນ ເຂົ້າໃສ່ ງານແຂ່ງຂັນ ແຕ້ມຮູບກາຕູນ ພະສາສະດາ Mohammad, ຢູ່ໃນເມືອງ Garland, ລັດ Texas, ວັນທີ 5 ພຶດສະພາ 2015.
ຊາຍສອງຄົນ ຖືປ້າຍ ແລະທຸງຊາດ ສຫລ ຢູ່ຟາກທາງກົງກັນຂ້າມ ກັບສູນ Curtis Culwell Center, ບ່ອນທີ່ ຊາຍສອງຄົນ ໄດ້ເປີດສາກຍິງປືນ ເຂົ້າໃສ່ ງານແຂ່ງຂັນ ແຕ້ມຮູບກາຕູນ ພະສາສະດາ Mohammad, ຢູ່ໃນເມືອງ Garland, ລັດ Texas, ວັນທີ 5 ພຶດສະພາ 2015.

ກຸ່ມ​ນັກ​ຂັບ​ລົດ​ຈັກໃຫຍ່ກຸ່ມນຶ່ງ ​ ເຊິ່ງມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ ຈະ​ມີ​
ອາ​ວຸດ​ຕິດ​ໂຕ ແມ່ນ​ກຳລັງ​ວາງ​ແຜນ​ຈັດ​ ງານ​ແຂ່ງ​ຂັນ​ແຕ້ມ​ຮູບ​
ກາ​ຕູ​ນ ພະ​ສາ​ສະ​ດາ Mohammad ​ໃນ​ວັນ​ສຸກ​ມື້​ນີ້​ ຢູ່​ດ້ານ​ນອກ
​ຂອງ​ສູນ​ຊຸມ​ຊົນອິສລາມ ໃນລັດ Arizona ​ທາງພາກ​ຕາ​ເວັນ​ຕົກ
ສຽງ​ໃຕ້​ຂອງສະຫະລັດ​.

ຜູ້​ຈັດ​ງານ​ໄດ້​ກ່າວ​ວ່າ ການ​ຊຸມນຸມ​ຄັ້ງ​ນີ້ ​ແມ່ນ​ການ​ຕອບ​ສະໜອງ
​ຕໍ່​ເຫດການ​ທີ່​ໄດ້ເກີດຂຶ້ນ ​ເມື່ອ​ຕົ້ນ​ເດືອນ​ນີ້​ ເຊິ່ງມື​ປືນ​ສອງ​ຄົນ​ໄດ້
​ຍິງ​ຜູ້ຄົນ ທີ່​ເຂົ້າ​ຮ່ວມ​ໃນ​ການ​ແຂ່ງຂັນ​ ທີ່​ຄ້າຍ​ຄື​ກັນນັ້ນ​ໃນ​ລັດ
Texas ບ່ອນທິີ່​ນັກ​ແຕ້​ມ ​ໄດ້​ແຕ້ມ​ຮູບ​ພະ​ສາ​ສະ​ດາ ຂອງສາສະໜາອິສລາມ.

ມື​ປືນ​ທັງສ​ອງຄົນ​ແມ່ນ​ໄດ້​ຖືກຂ້າຕາຍ ຈາກ​ການ​ຍິງ​ກັນ​ໃນ​ໄລ​ຍະ​ສັ້ນໆ ​ ​ແລະມີ​ຕຳຫຼວດ
ໜຶ່ງ​ຄົນ​ໄດ້​ຮັບ​ບາດ​ເຈັບ. ສະຖານ​ທີ່​ຈັດ​ງານ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ວັນ​ສຸກ​ມື້​ນີ້ແມ່ນ ຢູ່ທີ່​ວັດ
ອິສລາມ ຕັ້ງ​ຢູ່​ທາງ​ພາ​ກ​ເໜືອ ​ຂອງນະ​ຄອນ Phoenix ເຊິ່ງ​ເປັນບ່ອນ ​ທີ່​ໜຶ່ງໃນ​ສອງ​ມື​ປືນ​
ນັ້ນໄດ້​ໄປໄຫວ້ບູຊາ​ ຢ່າງ​ເປັນ​ປະຈຳ​.

ຂໍ້ຄວາມ “ຍົກ​ທີ 2” ທີ່ທ່ານ Jon Ritzheimer ​ຜູ້​ຈັດ​ງານ​ ໄດ້​ປະ​ກາດ​ໄວ້ໃນ​ໜ້າ​ Facebook ກ່ຽວກັບງານຄັ້ງນີ້. ​ອະ​ດີດ​ທະຫານນາ​ວິກະ​ໂຍທິ​ນ​ໄດ້​ກ່າວ​ວ່າ ການ​ຊຸມນຸມ​ຄັ້ງ​ນີ້​ ຈະ​ເປັນໄປດ້ວຍຄວາ​ມສະຫງົບ​, ​ແຕ່​ລາວ​ກໍໄດ້​ຮຽກຮ້ອງໃຫ້​ຜູ້​ປະ​ທ້ວງ​ເອົາ​ປືນ​ຕິດ​ໂຕ​ມາ​ນຳ ​ໃນກໍລະນີທີ່ຖືກໂຈມ​ຕີ.

ຜູ້ຈັດງານກ່າວຕື່ມວ່າ “ປະຊາຊົນ​ແມ່ນ​ຍັ​ງ​ໄດ້​ຖືກ​ສົ່ງ​ເສີມ​ ໃຫ້​ໃຊ້​ສິດ​ລັດ ຖະທຳມະນູນ​ ມາດຕາ​ສອງ ຢູ່​ໃນ​ງານ​ນີ້ ໃນ​ກໍລະນີ​ທີ່​ວ່າ ສິດ​ໃນມາດ​ຕາ​ໜຶ່ງ​ ຂອງ​ພວກ​ເຮົາ​ ໄດ້​ຖືກ​ໂຈມ​ຕີ.”

ທ່ານ Ritzheimer ​ໄດ້​ເຊື້ອ​ເຊີນບັນ​ດານັກ​ຂັບ​ລົດ​ຈັກ ຫຼາຍ​ພັນຄົນ​ໃຫ້ເຂົ້າ​ຮ່ວມ​ການ​ຊຸມ
ນຸມ​ຄັ້ງ​ນີ້. ​ແລະ ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ສຸກມື້​ນີ້, ກໍມີ ຫຼາຍ​ກວ່າ 600 ຄົນ​ໄດ້​ສົ່ງ​ຂໍ້ຄຳຕອບ​ຮັບ​
ການ​ເຊື້ອເຊີນທາງ Facebook. ​ຕຳຫຼວດ​ທ້ອງ​ຖິ່ນ​ໄດ້ໃຫ້​ສັນຍາ​ວ່າ ຈະ​ເຝົ້າ​ຍາມ​ຢ່າງໜາ​
ແໜ້ນ ​ໃນກໍລະນີເກີດ​ຄວາມ​ຮຸນແຮງຂຶ້ນ.

XS
SM
MD
LG