ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ເຊື່ອວ່າ ກຸ່ມ ອາລ-ໄກດາ ແລະ ລັດອິສລາມ ໄດ້ສັ່ນຄອນ ຍ້ອນສູນເສຍການນຳພາ


ສາຍຜ້າສີແດງລ້ອມເຮືອນທີ່ເກີດໄຟໄໝ້ ເຊິ່ງຫົວໜ້າກຸ່ມລັດອິສລາມ ທ້າວ ອາບູ ອີບຣາຮິມ ອາລ-ຮາຊີມີ ອາລ-ຄູຣາຊີ ໄດ້ເສຍຊີວິດ ໃນລະຫວ່າງການໂຈມຕີໂດຍກອງກຳລັງພິເສດ ສະຫະລັດ ໃນພາກຕາເວັນຕົກສຽງເໜືອຂອງປະເທດ ຊີເຣຍ ເມື່ອເດືອນກຸມພາທີ່ຜ່ານມາ.
ສາຍຜ້າສີແດງລ້ອມເຮືອນທີ່ເກີດໄຟໄໝ້ ເຊິ່ງຫົວໜ້າກຸ່ມລັດອິສລາມ ທ້າວ ອາບູ ອີບຣາຮິມ ອາລ-ຮາຊີມີ ອາລ-ຄູຣາຊີ ໄດ້ເສຍຊີວິດ ໃນລະຫວ່າງການໂຈມຕີໂດຍກອງກຳລັງພິເສດ ສະຫະລັດ ໃນພາກຕາເວັນຕົກສຽງເໜືອຂອງປະເທດ ຊີເຣຍ ເມື່ອເດືອນກຸມພາທີ່ຜ່ານມາ.

ເຖິງແມ່ນຈະມີຄວາມສົງໄສກ່ຽວກັບ ຜົນປະໂຫຍດຂອງສິ່ງທີ່ເອີ້ນວ່າການໂຈມຕີເພື່ອກຳຈັດພວກຫົວໜ້າກຸ່ມກໍ່ຕາມ, ການປະຕິບັດການເພື່ອສັງຫານພວກຜູ້ນຳກໍ່ການຮ້າຍອາວຸໂສແມ່ນກຳລັງໃຫ້ຜົນປະໂຫຍດ, ອີງຕາມນຶ່ງໃນບັນດາເຈົ້າໜ້າທີ່ປາບປາມລັດທິກໍ່ການຮ້າຍລະດັບສູງຂອງວໍຊິງຕັນ.

ທັງກຸ່ມລັດອິສລາມ ແລະ ອາລ-ໄກດາ ໄດ້ຖືກບັງຄັບໃຫ້ອາໄສຢູ່ໃນ “ຮູບແບບການເອົາຕົວລອດ” ລຸນຫຼັງການຕາຍ ຂອງພວກຜູ້ນຳຂອງພວກເຂົາ ຈາກຜົນຂອງການດຳເນີນການ ຂອງ ສະຫະລັດ ໃນປີນີ້, ອີງຕາມການກ່າວຂອງທ່ານນາງ ຄຣິສຕີນ ອາບີຊາອິດ (Christine Abizaid) ຜູ້ອຳນວຍການສູນກາງປາບປາມລັດທິກໍ່ການຮ້າຍ ໃນວັນພະຫັດວານນີ້.

ທ່ານນາງໄດ້ກ່າວວ່າໂດຍສະເພາະກຸ່ມລັດອິສລາມ, ແມ່ນໄດ້ຖືກບັງຄັບໃຫ້ຕັ້ງຕົວໃໝ່ລຸນຫຼັງການຕາຍຂອງອະດີດ ອີເມຍ ອາບູ ອີບຣາຮິມ ອາລ-ຮາສຊີມີ ອາລ-ຄູຣາສຊີ (Abu Ibrahim al-Hashimi al-Qurashi), ເຊິ່ງຍັງເປັນທີ່ຮູ້ຈັກ​ກັນ​ໃນ​ຊື່ ຮາດຈີ ອັບດາລລາ (Hajji 'Abdallah), ລຸນຫຼັງກອງກຳລັງພິເສດ ສະຫະລັດ ໄດ້ທຳການບຸກໂຈມຕີໃນພາກຕາເວັນຕົກສຽງເໜືອຂອງ ຊີເຣຍ ເມື່ອເດືອນກຸມພາທີ່ຜ່ານມາ.

ໃນເວລານັ້ນ, ບັນດາເຈົ້າໜ້າທີ່ອາວຸໂສກອງທັບ ສະຫະລັດ ໄດ້ອະທິບາຍການຕາຍຂອງທ້າວ ອາບູ ອີບຣາຮິມ ​ນັ້ນ​ວ່າ “​ການ​ສ້າງ​ຄວາມ​ເສຍ​ຫາຍທີ່ສຳຄັນ,” ເປັນການປະເມີນຜົນທີ່ໄດ້ພິສູດໃຫ້ເຫັນ ໃນວິທີທີ່ພວກ IS ໄດ້ດຳເນີນການປະຕິບັດການຕ່າງໆໃນສອງສາມເດືອນທີ່ຜ່ານມາ.

ທ່ານນາງ ອາບີຊາອິດ ໄດ້ກ່າວຕໍ່ກອງປະຊຸມການສືບລັບ ແລະ ການຮັກສາຄວາມປອດໄພຢູ່ນອກນະຄອນຫຼວງ ວໍຊິງຕັນ, ໃນການຕອບຄຳຖາມທີ່ຖືກສົ່ງໄປໂດຍວີໂອເອວ່າ “ສິ່ງທີ່ສຳຄັນກ່ຽວກັບມັນກໍແມ່ນ ມັນບໍ່ແມ່ນພຽງແຕ່ລາວເທົ່ານັ້ນ.”

ທ່ານນາງ ອາບີຊາອິດ ໄດ້ກ່າວດ້ວຍການໃຊ້ຊື່ຫຍໍ້ອີກຊື່ນຶ່ງສຳລັບກຸ່ມດັ່ງກ່າວວ່າ “ມັນກໍແມ່ນວ່າລາວເປັນຄົນສຸດທ້າຍໃນພວກຜູ້ນຳທີ່ຢູ່ໃນຖັນແຖວທີ່ຍາວ ຜູ້ທີ່ບໍ່ໄດ້ພະຍາຍາມທີ່ຈະໂຈມຕີ ສະຫະລັດ ແລະ ພະຍາຍາມທີ່ຈະເອົາຊະນະ ຊີເຣຍ ແລະ ຍຶດການຄວບຄຸມເຂດແດນຄືນອີກຕໍ່ໄປ ໃນວິທີທີ່ ຂ້າພະເຈົ້າຄິດວ່າ ໄດ້ສົ່ງຜົນສະທ້ອນຕໍ່ການສູນເສຍຜູ້ມີພອນສະຫວັນທີ່ສຳຄັນໃນການນຳພາອາວຸໂສຂອງກຸ່ມ ISIS. ມັນໄດ້ເຮັດໃຫ້ເຂົາເຈົ້າຕ້ອງເພັ່ງເລັງໃສ່ຊະນິດຂອງການຂະຫຍາຍສາຂາ ທີ່ໄດ້ກະຈາຍໄພຂົ່ມຂູ່ອອກໄປ ແລະ ອີກຄັ້ງນຶ່ງ, ໄດ້ເຮັດໃຫ້ການເພັ່ງເລັງໃສ່ ສະຫະລັດ ອ່ອນເບົາລົງກວ່າທີ່ພວກເຮົາໄດ້ເຫັນຫຼາຍປີກ່ອນໜ້ານີ້.”

ການໂຈມຕີທາງອາກາດຂອງສະຫະລັດ ເຊິ່ງໄດ້ສັງຫານຫົວໜ້າກຸ່ມ ອາລ-ໄກດາມາດົນນານ ທ້າວ ເອແມນ ອາລ-ຊາວາຮີຣີ ໃນທ້າຍເດືອນກໍລະກົດທີ່ຜ່ານມານັ້ນ, ໄດ້ສົ່ງຜົນໃຫ້ເກີດເຫດການທີ່ເຊື່ອມໂຍງກັນແບບບໍ່ເຄີຍເຫັນມາກ່ອນຕໍ່ອົງການກໍ່ການຮ້າຍເຊັ່ນດຽວກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG