ປະທານາທິບໍດີ ອັຟການິສຖານ ທ່ານ ອາສຣັຟ ການີ ໄດ້ອອກດຳລັດສະບັບນຶ່ງໃນຕອນແລງ ວັນອັງຄານວານນີ້ ເພື່ອເລີ່ມຂະບວນການ ກ່ຽວກັບ ການປ່ອຍຕົວນັກໂທດຕາລີບານຫຼາຍພັນຄົນ ໃນຂະນະທີ່ກອງທັບ ສະຫະລັດ ໄດ້ເລີ່ມການຖອນກອງທະຫານໃນປະເທດດັ່ງກ່າວ, ເຊິ່ງແມ່ນບາດກ້າວທີ່ໄດ້ກ່າວໄວ້ຢູ່ໃນຂໍ້ຕົກລົງກັບກຸ່ມກະບົດອິສລາມ ທີ່ແນເປົ້າໃສ່ການສິ້ນສຸດສົງຄາມເກືອບ 19 ປີ.
ຂໍ້ຕົກລົງລະຫວ່າງ ສະຫະລັດ ກັບ ກຸ່ມຕາລີບານ ທີ່ແລ້ວສຳເລັດໃນປະເທດ ກາຕ້າ ເມື່ອ 10 ວັນທີ່ຜ່ານມາ ໄດ້ຮຽກຮ້ອງໃຫ້ກອງກຳລັງ ອາເມຣິກັນ ແລະ ພັນທະມິດທັງໝົດ ອອກຈາກປະເທດໃນ 14 ເດືອນຂ້າງໜ້າ, ຂຶ້ນຢູ່ກັບການຮັບປະກັນໃນການປາບປາມການກໍ່ການຮ້າຍຂອງພວກກະບົດ ແລະ ຄຳໝັ້ນສັນຍາຕ່າງໆວ່າ ກຸ່ມຕາລີບານ ຈະພະຍາຍາມສ້າງຄວາມປອງດອງທາງການເມືອງກັບພັກຝ່າຍຕ່າງໆ ໃນ ອັຟການິສຖານ.
ໂຄສົກກອງທັບ ສະຫະລັດ ພັນເອກ ຊອນນີ ເລກເກັດ ໄດ້ກ່າວວ່າ “ກອງກຳລັງ ສະຫະລັດ ໃນ ອັຟການິສຖານ ໄດ້ເລີ່ມການຫຼຸດກຳລັງຂອງເຂົາເຈົ້າລົງໃຫ້ເຫຼືອຢູ່ 8,600 ຄົນໃນ 135 ວັນຂ້າງໜ້າອີງຕາມເງື່ອນໄຂ.” ປັດຈຸບັນນີ້ ສະຫະລັດ ມີກຳລັງທະຫານປະມານ 13,000 ຄົນ ທີ່ປະຈຳການໃນປະເທດດັ່ງກ່າວ.
ທ່ານ ເລກເກັດ ໄດ້ກ່າວເນັ້ນວ່າ ການຫຼຸດກຳລັງຈະຮັບປະກັບວ່າ ກອງທັບ ສະຫະລັດ ຈະຮັກສາວິທີການທີ່ຈຳເປັນ ແລະ ຄວາມສາມາດຕ່າງໆເພື່ອສະໜອງການສະໜັບສະໜູນໃຫ້ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ແລະ ດຳເນີນການປະຕິບັດການປາບປາມລັດທິກໍ່ການຮ້າຍ.
ບາດກ້າວທີ່ສຳຄັນຕໍ່ໄປ ກ່ຽວກັບ ການເປີດການເຈລະຈາສັນຕິພາບ ລະຫວ່າງ ພັກຝ່າຍຕ່າງໆຂອງ ອັຟການິສຖານ ໃນຄວາມຂັດແຍ້ງ ໄດ້ຮຽກຮ້ອງໃຫ້ປ່ອຍຕົວນັກໂທດກະບົດເຖິງ 5,000 ຄົນອອກຈາກຄຸກ ອັຟການິສຖານ ເພື່ອແລກປ່ຽນກັບນັກໂທດ 1,000 ຄົນ, ສ່ວນໃຫຍ່ແມ່ນ ກອງກຳລັງຮັກສາຄວາມປອດໄພລັດຖະບານ ທີ່ຖືກຈັບໂດຍກຸ່ມຕາລີບານ.
ຫົວໜ້າໂຄສົກປະທານາທິບໍດີ ທ່ານ ເຊດິກ ເຊດິກກີ ໄດ້ກ່າວໃນທວິດເຕີໃນຕອນເດິກຄືນວານ ນີ້ວ່າ “ປະທານາທິບໍດີ ການີ ໄດ້ເຊັນດຳລັດທີ່ຈະອຳນວຍຄວາມສະດວກໃຫ້ການປ່ອຍຕົວນັກໂທດ ຕາລີບານ ທີ່ສອດຄ່ອງກັບຂໍ້ຕົກລົງທີ່ຖືກຍອມຮັບສຳລັບການເລີ່ມຕົ້ນການເຈລະຈາລະຫວ່າງ ກຸ່ມຕາລີບານ ກັບ ລັດຖະບານ ອັຟການິສຖານ.”
ຂໍ້ສະເໜີໃນການເຈລະຈາລະຫວ່າງ ອັຟການິສຖານ, ທີ່ດັ້ງເດີມແລ້ວມີກຳນົດຈັດຂຶ້ນໃນວັນທີ 10 ມີນາວານນີ້ ດັ່ງທີ່ໄດ້ກ່າວໄວ້ໃນຂໍ້ຕົກລົງລະຫວ່າງ ສະຫະລັດ ກັບກຸ່ມຕາລີບານ ນັ້ນ, ແມ່ນ ບໍ່ສາມາດຈັດຂຶ້ນໄດ້ຍ້ອນຄວາມບໍ່ເຕັມໃຈຂອງປະທານາທິບໍດີ ອັຟການິສຖານ ທ່ານ ການີ ທີ່ຈະອະນຸຍາດການແລກປ່ຽນນັກໂທດ. ປະກອບກັບວິກິດການທາງການເມືອງທີ່ຮຸນແຮງ ເຊິ່ງມີຜົນມາຈາກບັນຫາທີ່ມີມາຍາວນານ ກ່ຽວກັບ ຜູ້ຊະນະເລີດທີ່ຖືກຕ້ອງຕາມກົດໝາຍ ຂອງການເລືອກຕັ້ງປະທານາທິບໍດີ ອັຟການິສຖານ ທີ່ໄດ້ກໍ່ໃຫ້ເກີດການໂຕ້ແຍ້ງກັນນັ້ນ.