ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເລີ່ມສັກຢາ ຕ້ານໄວຣັສໂຄໂຣນາ ໃຫ້ພະນັກງານ ປິ່ນປົວສຸຂະພາບ


ທ່ານນາງ ແຊນດຣາ ລິນເຊ, ຊ້າຍ, ພະຍາບານຢູ່ສູນກາງການແພດຊາວ ຢິວ ລອງ ໄອແລນ, ໄດ້ຮັບການສັກຢາວັກຊີນ COVID-19 ຂອງບໍລິສັດ Pfizer-BioNTech ໂດຍ ດຣ. ມິແຊລ ເຊັສເຕີ, 14 ທັນວາ 2020, ເມືອງ ຄວີນສໂບໂຣ, ລັດ ນິວຢອກ.
ທ່ານນາງ ແຊນດຣາ ລິນເຊ, ຊ້າຍ, ພະຍາບານຢູ່ສູນກາງການແພດຊາວ ຢິວ ລອງ ໄອແລນ, ໄດ້ຮັບການສັກຢາວັກຊີນ COVID-19 ຂອງບໍລິສັດ Pfizer-BioNTech ໂດຍ ດຣ. ມິແຊລ ເຊັສເຕີ, 14 ທັນວາ 2020, ເມືອງ ຄວີນສໂບໂຣ, ລັດ ນິວຢອກ.

ສະຫະລັດ ໄດ້ເລີ່ມດຳເນີນການຢາວັກຊີນໄວຣັສໂຄໂຣນາທີ່ໄດ້ຮັບການອະນຸມັດໃໝ່ໆໃນວັນຈັນວານນີ້, ໂດຍທີ່ບັນດາພະນັກງານປິ່ນປົວສຸຂະພາບເປັນນຶ່ງໃນຈຸທຳອິດທີ່ໄດ້ຮັບການສັກ.

ພະຍາບານຫ້ອງສຸກເສີນ ທ່ານນາງ ແຊນດຣາ ລິນເຊ ແມ່ນຄົນທຳອິດທີ່ໄດ້ຮັບ ການສັກຢາໃນລັດ ນິວຢອກ, ໃນຊ່ວງເວລາທີ່ຖືກປະກາດໂດຍປະທານາທິບໍດີ ທີ່ກຳລັງພົ້ນຈາກຕຳແໜ່ງທ່ານ ດໍໂນລ ທຣຳ, ຜູ້ທີ່ໄດ້ຜັກດັນສຳລັບການພັດທະ ນາຢາວັກຊີນເປັນເວລາຫຼາຍເດືອນ ແມ່ນກະທັ້ງຫຼັງຈາກທີ່ບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ຄວາມຮ້າຍແຮງຂອງວິກິດການດ້ານສາທາລະນະສຸກກ່ອນໜ້ານີ້.

ທ່ານ ທຣຳ ໄດ້ກ່າວໃນທວິດເຕີວ່າ “ຢາວັກຊີນຫຼອດທຳອີດໄດ້ຖືກສັກແລ້ວ. ຂໍ ຊົມເຊີຍ ສະຫະລັດ ອາເມຣິກາ! ຊົມເຊີຍທົ່ວໂລກ!”

ການຂົນສົ່ງທີ່ເຢັນທີ່ສຸດຂອງຢາວັກຊີນນັ້ນ ໄດ້ເດີນທາງອອກຈາກໂຮງງານຜະລິດຢາຂອງບໍລິ ສັດ Pfizer ໃນເມືອງ ຄາລາມາຊູ ລັດ ມິຊິແກນ ໃນວັນອາທິດທີ່ຜ່ານມາເພື່ອການຂົນສົ່ງທາງອາ ກາດຢ່າງວ່ອງໄວໄປສູນກາງຕ່າງໆໃນພາກພື້ນທົ່ວປະເທດ. ບໍລິສັດ Pfizer ໄດ້ພັດທະນາຢາວັກຊີນຮ່ວມກັນກັບບໍລິສັດ BioNtech ຈາກປະເທດ ເຢຍຣະມັນ.

ໃນນະຄອນຫຼວງ ວໍຊິງຕັນ, ດຣ. ເຣມັອນ ພລາ, ແພດຜູ້ຊຳນານການວາງຢາສະຫຼົບຢູ່ໂຮງໝໍມະຫາວິທະຍາໄລ ຈອຣ໌ຈ ວໍຊິງຕັນ​ (George Washington), ສາມາດເຫັນໄດ້ວ່າມີອາລົມຫວັ່ນໄຫວ ເວລາທີ່ລາວລົມກັບບັນດານັກຂ່າວ ຫຼັງຈາກລາວ ແລະ ເພື່ອນຮ່ວມງານສີ່ຄົນໄດ້ສັກຢານັ້ນ.

ດຣ. ພລາ ກ່າວວ່າ “ໃນທັດສະນະຄະຕິສ່ວນຕົວຂອງຂ້າພະເຈົ້າ, ຄວາມຮູ້ສຶກຕື່ນເຕັ້ນບໍ່ໄດ້ໃຫ້ຄວາມເພີດເພີນ, ການເຄົາລົບ ແລະ ໃຫ້ກຽດທີ່ເໝາະສົມ ສຳລັບເພື່ອນຮ່ວມງານຂອງຂ້າພະເຈົ້າໃນຂະແໜງການປິ່ນປົວສຸຂະພາບ, ເຊິ່ງບາງຄົນໄດ້ລົ້ມປ່ວຍ, ບາງຄົນແມ່ນໄດ້ເສຍຊີວິດ.”

ນາຍພົນທະຫານ ທ່ານ ກຸສຕາຟ ເປີນາ, ຫົວໜ້າຂອງໜ່ວຍປະຕິບັດການສາຍຟ້າແລບ, ຈາກໂຄງ ການພັດທະນາຢາວັກຊີນຂອງລັດຖະບານທ່ານ ທຣຳ ໄດ້ກ່າວວ່າການແຈກຢາຍຢາວັກຊີນ ໄດ້ດຳເນີນໄປດ້ວຍດີຢ່າງໜ້າເຫຼືອເຊື່ອ. ການນຳສົ່ງໄດ້ເລີ່ມຂຶ້ນມື້ນີ້ດັ່ງທີ່ພວກເຮົາໄດ້ເວົ້າ.” ທ່ານໄດ້ກ່າວວ່າ ແກ້ວຂອງຢາວັກຊີນສຳລັບຄົນຊະລາຈະຖືກນຳສົ່ງໄປໃຫ້ສະຖານທີ່ປິ່ນປົວສະຂຸພາບໄລ ຍະຍາວ 70,000 ແຫ່ງໃນຕົ້ນອາທິດໜ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG