ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ຫະ​ລັດ ເລີ້ມ​ຖອນ ​ທະ​ຫານ​ ອອກ​ຈາກ​ ຊີ​ເຣຍ​ແລ້ວ

​ຂະ​ບວນ​ລົດ​ຂອງ​ທະ​ຫານ​ສະ​ຫະ​ລັດ​ແລ່ນ​ຜ່ານ​ດ່ານກວດ​ກາ​ຂອງກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພສາ​ກົນ ຢູ່​ເມືອງ​ແມນບີ​ຈ ໃນ​ຂະ​ນະ​ທີ່ພວກ​ເຂົາ​ເຈົ້າ​ມຸ້ງ​ໜ້າ​ໄປ​ຫາ​ຖານຂອງ​ພວກ​ເຂົາ​ເຈົ້າ ຢູ່​ຊານເມືອງ​ດັ່ງ​ກ່າວ ຢູ່​ພາກ​ເໜືອ​ຂອງ​ຊີ​ເຣຍ ໃນ​ວັນ​ທີ 30 ທັນ​ວາ, 2018

ຝ່າຍ​ແນວ​ໂຮມ​ທີ່ນຳ​ພາ​ໂດຍ​ສະ​ຫະ​ລັດທີ່ຢູ່​ໃນ​ຊີ​ເຣຍໄດ້ເລີ້ມ​ຖອນ​ທະ​ຫານ​ຂອງ​ຕົນ​ຈາກ​ຊີ​ເຣຍ​ແລ້ວ.

ຝ່າຍ​ແນວ​ໂຮມ “ໄດ້​ເລີ້ມ​ຂັ້ນ​ຕອນ​ຂອງ​ການ​ຖອນ​ທະ​ຫານ​ຢ່າງ​ມີ​ເຈດ​ຈຳ​ນົງ​ຂອງ ພວກ​ເຮົາ​ອອກ​ຈາກ​ຊີ​ເຣຍ​ແລ້ວ”, ນັ້ນ​ຄື​ຄຳ​ເວົ້າ​ຂອງ​ພັນ​ເອກ ຊອນ ໄຣ​ເອິນ, ໂຄ​ສົກຂອງສະ​ຫະ​ລັດ​ກັບ​ພວກ​ແນວ​ໂຮມໃນ​ການ​ຕໍ່​ສູ້​ກັບ​ກຸ່ມ​ລັດ​ອິ​ສ​ລາມ. ທ່ານ​ກ່າວ​ອີກວ່າ “ເນື່ອງ​ຈາກ​ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ປອດ​ໄພ​ໃນ​ການ​ດຳ​ເນີນ​ງານ ພວກ​ເຮົາ​ຈະ​ບໍ່​ເວົ້າ​ເຖິງ​ໄລ​ຍະ​ເວ​ລາ, ບ່ອນ​ທີ່​ຈະ​ຖອນ​ອອກ ຫລື​ການ​ເຄື່ອນ​ທະຫານອອກ​ຢ່າງສະ​ເພາະ​ເຈາະ​ຈົງ.”

ອະ​ດີດຊາວ​ນາຢູ່​ໂຮງ​ງານ​ກັ່ນ​ນ້ຳ​ມັນ​ແບບ​ປະ​ຖົມ​ປະ​ຖານກັ່ນນ້ຳ​ມັນ​ດິບ​ໃຫ້​ເປັນ​ນ້ຳ​ມັນ​ກາ​ຊວນ ຢູ່​ແຂວງ Hassakeh ຂອງ​ຊີ​ເຣຍ
ອະ​ດີດຊາວ​ນາຢູ່​ໂຮງ​ງານ​ກັ່ນ​ນ້ຳ​ມັນ​ແບບ​ປະ​ຖົມ​ປະ​ຖານກັ່ນນ້ຳ​ມັນ​ດິບ​ໃຫ້​ເປັນ​ນ້ຳ​ມັນ​ກາ​ຊວນ ຢູ່​ແຂວງ Hassakeh ຂອງ​ຊີ​ເຣຍ

ຕອນ​ຕົ້ນໆ ອ​າ​ທິດນີ້ ການ​ຮຽກ​ຮ້ອງ​ຂອງທ່ານ ຈອນ ໂບ​ລ​ຕັນ, ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດ ວ່າຂໍ​ໃຫ້​ມີ​ການ​ປົກ​ປ້ອງແກ່ພວກ​ກະ​ບົດ​ຊາວ​ເຄີ​ສຢູ່​ຊີ​ເຣຍ ຫລື YPG ​ໂດຍ​ເປັນ​ເງື່ອນ​ໄຂ​ກ່ອນ​ຈະ​ມີການ​ຖອນທະ​ຫານ​ສະ​ຫະ​ລັດ​ອອກ​ຈາກ​ຊີ​ເຣຍ ໄດ້​ເຮັດ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ຣີ​ເຊັບ ຕາ​ຢິບ ເອີດ​ວານ ຂອງ​ເທີ​ກີ ມີ​ຄວາມ​ໂກດ​ແຄ້ນ ຊຶ່ງ​ພາ​ໃຫ້​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປະ​ຕິ​ເສດບໍ່​ຍອມ​ພັບ​ກັບ ເຈົ້າ​ໜ້າ​ທີ່​ຂອງ​ສະ​ຫະ​ລັດ.

ກຸ່ມ YPG ແມ່ນ​ເປັນ​ພັນ​ທະ​ມິດ​ທີ່​ສຳຄັນຂອງ​ວໍ​ຊິງ​ຕັນ ໃນ​ການ​ທຳ​ສົງ​ຄາມ​ຕ້ານ​ກັບ ​ກຸ່ມ​ລັດ​ອິ​ສ​ລາມ ແຕ່​ຖືກ​ອັງ​ກາ​ຣາຖື​ວ່າ ເປັນ​ກຸ່ມກໍ່​ການ​ຮ້າຍ​ກຸ່ມ​ນຶ່ງທີ່​ມີ​ການ​ເຊື່ອມ​ໂຍງ​ກັບ​ພວກ​ກະ​ບົດ​ຢູ່​ໃນ​ເທີ​ກີ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG