ສະຫະລັດ ກ່າວວ່າ ຕົນໄດ້ເລີ້ມຕົ້ນ ພາລະກິດການບິນໂຈມຕີ
ທາງອາກາດດ້ວຍນັກບິນ ຈາກຖານທັບອາກາດໃນເທີກີ ເພື່ອ
ໂຈມຕີຕໍ່ ເປົ້າໝາຍຕ່າງໆ ຂອງພວກລັດອິສລາມໃນຊີເຣຍ.
ທຳນຽບຫ້າແຈ ໄດ້ອອກ ຖະແຫລງການສະບັບໜຶ່ງເມື່ອບ່າຍ
ວັນພຸດວານນີ້ ວ່າ ການໂຈມຕີທາງອາກາດດ້ວຍເຮືອບິນໄອພົ່ນ
F-16 ໄດ້ເລີ້ມຕົ້ນຂຶ້ນ ເມື່ອຕອນເຊົ້າມື້ດຽວກັນນັ້ນ ທີ່ບິນຂຶ້ນຈາກ
ຖານທັບອາກາດ Incirlik ຢູ່ທາງພາກໃຕ້ຂອງເທີກີ.
ກອງກຳລັງປະສົມ ໄດ້ເລີ້ມຕົ້ນພາລະກິດ ການບິນທີ່ບໍ່ມີຄົນຂັບ
ຈາກຖານທັບດັ່ງກ່າວເມື່ອຕົ້ນເດືອນນີ້.
ເທີກີ ໄດ້ຕົກລົງ ເມື່ອເດືອນແລ້ວນີ້ ໃຫ້ກອງກຳລັງສະຫະລັດ ນຳໃຊ້ຖານທັບອາກາດ Incirlik ທີ່ຢູ່ໃກ້ກັບຊາຍແດນຕິດກັບຊີເຣຍ ທາງພາກໃຕ້ຂອງເທີກີ.
ບັນດາເຈົ້າໜ້າທີ່ ໄດ້ອະທິບາຍແຜນການນັ້ນວ່າ ເປັນຄວາມພະຍາຍາມເພື່ອສ້າງຕັ້ງ
“ເຂດປອດພວກລັດອິລາມ” ທີ່ມີຄວາມຍາວ ຢຽດອອກໄປທາງພາກເໜືອໃນຊີເຣຍ
ປະມານ 100 ກິໂລແມັດ. ມັນຈະບໍ່ລວມເຂດຫ້າມບິນ ຢູ່ໃນຂົງເຂດນັ້ນ ເຖິງແມ່ນວ່າ
ລັດຖະບານເທີກີ ຈະໄດ້ຮຽກຮ້ອງມາຕະຫຼອດ ໃຫ້ມີເຂດຫ້າມບິນກໍຕາມ.
ສະຫະລັດ ໄດ້ນຳພາ ກອງກຳລັງປະສົມ ຂອງບັນດາປະເທດຕ່າງໆ ການໂຈມຕີທາງ
ອາກາດຕໍ່ຕ້ານ ເປົ້າໝາຍດັ່ງກ່າວ ທີ່ເປັນພວກລັດອິສລາມ ໃນຊີເຣຍ ນັບຕັ້ງແຕ່ເດືອນ
ກັນຍາ ປີກາຍນີ້ ເປັນຕົ້ນມາ.