ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກກິລາບານບ້ວງສະຫະລັດ ກັບຄືນຂຶ້ນສານໃນຣັດເຊຍ ອີກຄັ້ງນຶ່ງ ກ່ຽວກັບຄະດີຢາເສບຕິດ


ນັກກິລາທີ່ມີຊື່ສຽງ WNBA ແລະໄດ້ຫຼຽນຄໍາກິລາໂອລິມປິກສອງສະໄໝ ນາງບຣິດນີ ກຣາຍເນີ ໄດ້ຖືກຄວບຄຸມໂຕຢູ່ໃນສານ ກ່ອນການຮັບຟັງການພິຈາລະນາຄະດີ, ໃນເມືອງຄິມກີ, ຢູ່ນອກເມືອງຂອງນະຄອນຫຼວງມົສກູເທົ່ານັ້ນ, ຣັດເຊຍ, ເມື່ອວັນທີ 2 ສິງຫາ 2022.
ນັກກິລາທີ່ມີຊື່ສຽງ WNBA ແລະໄດ້ຫຼຽນຄໍາກິລາໂອລິມປິກສອງສະໄໝ ນາງບຣິດນີ ກຣາຍເນີ ໄດ້ຖືກຄວບຄຸມໂຕຢູ່ໃນສານ ກ່ອນການຮັບຟັງການພິຈາລະນາຄະດີ, ໃນເມືອງຄິມກີ, ຢູ່ນອກເມືອງຂອງນະຄອນຫຼວງມົສກູເທົ່ານັ້ນ, ຣັດເຊຍ, ເມື່ອວັນທີ 2 ສິງຫາ 2022.

ນັກກິລາບານບ້ວງຊາວອາເມຣິກາ ນາງບຣິດນີ ກຣາຍເນີ ໄດ້ຂຶ້ນໄປສານຂອງ ຣັດເຊຍໃນວັນອັງຄານວານນີ້ ເພື່ອເຂົ້າ​ຮັບຟັງໃນ​ການ​ພິ​ຈາ​ລະ​ນາ​ຄະ​ດີກ່ຽວກັບການມີຢາເສບຕິດຢູ່​ໃນ​ການຄອບຄອງຂອງລາວ, ໃນຂະນະທີ່ສະຫະລັດພະຍາຍາມ ເຈລະຈາກັບ ຣັດເຊຍ ໃນການປ່ອຍໂຕລາວຢູ່.

ນາງ ກຣາຍເນີ, ນັກກິລາທີ່ຫຼິ້ນໃຫ້ທີມ ຟີນິກ ເມີຄູຣີ ຂອງສະມາຄົມບານບ້ວງ ແຫ່ງຊາດປະເພດຍິງ, ໄດ້ຖືກຈັບໂຕຢູ່ທີ່ສະໜາມບິນນານາຊາດ ເຊຍເມັດຕິໂວ (Sheremetyevo) ຂອງມົສກູໃນຊ່ວງເດືອນກຸມພາໃນ​ຂະ​ນະທີ່ນາງໄດ້ເດີນ ທາງເຂົ້າປະເທດ. ນາງເຄີຍຫຼິ້ນໃຫ້ທີມກິລາບານບ້ວງຍິງ UMMC ເອແຄເຕີຣິນເບີກ (Ekaterinburg) ຂອງຣັດເຊຍ ໃນຊ່ວງປິດລະດູການຂອງ WNBA ເມື່ອປີ 2014.

ເຈົ້າໜ້າທີ່ທາງການຂອງ ຣັດເຊຍ ໄດ້ກ່າວຫາວ່ານາງກຣາຍເນີ ມີກັນຊາຢູ່ໃນ ບັ້ງຢາສູບໄຟຟ້າຂອງລາວ, ເຊິ່ງຖືວ່າເປັນສິ່ງທີ່ຜິດກົດໝາຍຢູ່ໃນປະເທດ ຣັດເຊຍ. ໃນລະຫວ່າງການຮັບຟັງຄະດີໃນວັນອັງຄານວານນີ້, ໄອຍະການ ໄດ້ ຮ້ອງເອົາຜູ້ຊ່ຽວຊານທາງດ້ານຢາເສບຕິດ ມາກວດກາເບິ່ງຢາທີ່ພົບຢູ່ໃນ ຫີບຂອງນາງກຣາຍເນີ. ທະນາຍຄວາມທີ່ເປັນຝ່າຍຈໍາເລີຍ ກໍໄດ້ຮ້ອງເອົາຜູ້ ຊ່ຽວຊານມາໃຫ້ການເປັນພະຍານ ກ່ຽວກັບການກວດກາທີ່ບໍ່ໄດ້ເປັນໄປຕາມ ກົດຂອງທາງການເຊັ່ນກັນ.

ນາງກຣາຍເນີ ໄດ້ຖືກຕັ້ງຂໍ້ຫາວ່າມີຄວາມຜິດ, ແຕ່ລາວກ່າວວ່າ ລາວບໍ່ຮູ້ ເລີຍວ່າ ກັນຊາໄດ້ມາຢູ່ໃນຖົງຂອງລາວ ແລະໄດ້​ເອົາໄວ້ຫັ້ນແບບບໍ່ໄດ້ຕັ້ງໃຈ. ລາວກ່າວວ່າ ລາວບໍ່ໄດ້ມີ “ເຈດຕະນາ” ທີ່ຈະລະເມີດກົດໝາຍຂອງຣັດເຊຍ ແຕ່ຢ່າງໃດເລີຍ, ເຊິ່ງລາວຈະຖືກຕັດສິນໃຫ້ຖືກໂທດຈໍາຄຸກເປັນເວລາເຖິງ 10 ປີຫາກພົບວ່າລາວມີຄວາມຜິດ.

ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ລົມກັບຄູ່ຮ່ວມຣັດເຊຍ ທ່ານເຊີເກ ລາວຣອບ ໃນອາທິດທີ່ຜ່ານມາ ກ່ຽວກັບຄວາມພະຍາຍາມໃນການປ່ອຍໂຕນາງກຣາຍເນີ ແລະທ້າວພອລ ວີແລນ (Paul Wheland) ຜູ້ທີ່ຖືກຂັງຄຸກຢູ່ຣັດເຊຍ ຕັ້ງແຕ່ປີ 2018 ໃນຂໍ້ຫາ ເປັນຜູ້ສືບລັບ. ການລົມທາງໂທລະສັບລະຫວ່າງທ່ານ ບລິງເກັນ ແລະ ທ່ານ ລາວຣອບ ແມ່ນການຕິດຕໍ່ລະດັບສູງຄັ້ງທໍາອິດລະຫວ່າງສະຫະລັດ ແລະມົສກູ ນັບຕັ້ງແຕ່ ຣັດເຊຍ ເຂົ້າຮຸກຮານ ຢູເຄຣນ ໃນເດືອນກຸມພາທີ່ຜ່ານມາ.

ຜູ້ສັງເກດການຫຼາຍຄົນເຊື່ອວ່າ ອາດມີການແລກປ່ຽນນັກໂທດ ສໍາລັບຜູ້ຄ້າ ອາວຸດຊາວ ຣັດເຊຍ ທ້າວວິກເຕີ້ ບຸດທ໌ ຫຼືຮູ້ໃນອີກຊື່ນຶ່ງວ່າ ຜູ້ຄ້າແຫ່ງຄວາມ ຕາຍ, ປັດຈຸບັນ ຜູ້ກ່ຽວໄດ້ຖືກຕັດສິນໂທດເປັນເວລາ 25 ປີຢູ່ຄຸກຂອງສະຫະ ລັດ ໃນຂໍ້ຫາລັກລອບຄ້າອາວຸດແບບຜິດກົດໝາຍ, ສົມຮູ້ຮ່ວມຄິດເພື່ອສັງຫານ ເຈົ້າໜ້າທີ່ທາງການ, ການສັງຫານພົນລະເມືອງຊາວອາເມຣິກັນ ແລະໃຫ້ການ ຊ່ວຍເຫຼືອແກ່ຜູ້ກໍ່ການຮ້າຍ.

ຄາດການວ່າ ຖະແຫຼງການສຸດທ້າຍກ່ຽວກັບການພິຈາລະນາຄະດີ ຂອງນາງກຣາຍເນີ ຈະມີຂຶ້ນໃນວັນພະຫັດມື້ອື່ນນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG