ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດ Apple ປະກາດແນະນໍາ ອາຍໂຟນລຸ້ນໃໝ່


ໂທລະສັບມືຖືລຸ້ນໃໝ່ ຫຼື smartphone (iphone 5) ຂອງບໍລິສັດ Apple.
ໂທລະສັບມືຖືລຸ້ນໃໝ່ ຫຼື smartphone (iphone 5) ຂອງບໍລິສັດ Apple.
Apple ຊຶ່ງ​ເປັນບໍລິສັດ​ຍັກ​ໃຫຍ່ດ້ານ​ເທັ​ກ​ໂນ​ໂລ​ຈີຂອງ​ສະຫະລັດ ​ໄດ້​ເປີດ ຕົວ​ໂທລະສັບ​ມື​ຖື​ສະຫຼາດ ຫຼື smartphone ລຸ້ນ​ໃໝ່ ​ທີ່​ມີ​ຊື່​ສຽງ​ຂອງ​ຕົນ ຄືລຸ້ນອາຍໂຟນ 5 ທີ່​ທາງ​ບໍລິສັດ​ກ່າວ​ວ່າ ມີ​ຂະໜາດ​ບາງ​ແລະ​ເບົາ​ກວ່າ​ເກົ່າ ​ແລະ​ມີ​ຈໍ​ກວ້າງ ກວ່າໂທລະ​ສັບ​ລຸ້ນສຸດ​ທ້າຍ​ ທີ່​ນໍາ​ອອກ​ຈໍາ​ໜ່າຍ​ເມື່ອ​ນຶ່ງ​ປີຜ່ານມາ.

ບໍລິສັດ​ແອບເປິ້ນ ​ໄດ້​ເປີດ​ຕົວ​ໂທລະສັບ​ສະຫຼາດລຸ້ນ​ໃໝ່​ຂອງ​ຕົນ​ ​ໃນ​ຕອນ ​ໃຫ້ສໍາ​ພາດ​ຂ່າວ​ຂອງ​ບໍລິສັດ ​ເມື່ອ​ວັນ​ພຸດ​ວານ​ນີ້ ທີ່​ນະຄອນ San Francisco ຊຶ່ງ​ Apple ພະຍາຍາມ​ຈະແຊງ​ໜ້າຄື​ນ​ໃໝ່​ ຍ​ອດຂາຍ​ໂທລະສັບ ມື​ຖືດັ່ງກ່າວ ​ທີ່​ຕົນ​ໄດ້​ສູນ​ເສຍ​ໄປ​ເມື່ອ​ຕົ້ນ​ປີ​ນີ້ ​ໃຫ້​ແກ່​ບໍລິສັດ Samsung ຂອງ​ເກົາຫຼີ​ໃຕ້​ນັ້ນ. ບັນດາ​ຜູ້​ຜະລິດ​ໂທລະສັບ​ມື​ຖື​ສະຫຼາດ ຫຼື smartphone ທັງຫຼາຍກໍ​ໄດ້​ປະ​ກາດ​ຜະລິດ​ຕະພັນ​ລຸ້ນ​ໃໝ່​ຂອງ​ຕົນ​ໃນ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ ​ໃນຂະນະ​ທີ່​ພວກ​ເຂົ​າ​ເຈົ້າພະຍາຍາມ​ລົງທຶນໃສ່​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຜູ້​ອຸບປະ​ໂພ​ກບໍລິ​ໂພ​ກທົ່ວ​ໂລກ ສໍາລັບ smartphone ​ທີ່​ໃຊ້ເທັກ​ໂນ​ໂລ​ຈີສູງທີ່​ສຸດ​ນີ້.

ບໍລິສັດ Apple ​ເວົ້າ​ວ່າ ​ໂທລະ​ສັບ​ລຸ້ນ​ໃໝ່​ຂອງ​ຕົນ​ນີ້ ​ສ້າງ​ດ້ວຍ​ໂລຫະ​ທີ່ ​ເປັນ​ອະລູມິ​ນຽມ ​ແລະ​ແກ້ວ​ທັງ​ໝົດ ມີ​ຄວາມ​ໜາ 7.6 ມິລລິ​ແມັດ ​ແລະ ໜັກ 122 ກຣາມ ຂະໜາດ​ລວງ​ຂວາງ​ວັດ​ແທກ​ໄດ້ 10.2 ຊັງ​ຕີ​ແມັດ.

ບໍລິສັດ​ Apple ກ່າວ​ວ່າ ​ໂທະ​ສັບ​ອາຍໂຟນ 5 ນີ້​ມີ​ຄວາມ​ໄວ​ສູງ ​ແລະ ​ມີ​ສາມ​ໄມ ​ແທນ​ທີ່​ຈະ​ມີແຕ່ສອງ​ໄມ​ຄື​ລຸ້ນ​ເກົ່າ ​ແລະ​ຈະ​ນໍາ​ອອກ​ຈໍາໜ່າຍ​ໃນ​ອາທິດໜ້າ​ນີ້​ໃນ​ລາຄາ​ສໍ່າ​ກັນ​ກັບ​ລຸ້ນ​ເກົ່າ ຄື 199 ​ໂດ​ລາ ສໍາລັບ​ລູກ​ຄ້າ​ທີ່ ຕົກລົງ​ຊື້ສັນຍາ ຮັບປະກັນ​ບໍລິການ​ສອງ​ປີ ກັບ​ບໍລິສັດ​ຂາຍໂທລະ​ສັບ​ມື​ຖື.
XS
SM
MD
LG