ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກ​ເດ​ໂມ​ແຄ​ຣັດ ສອບ​ສວນ ລັດ​ຖະ​ມົນ​ຕີ ຍຸ​ຕິ​ທຳ ກ່ຽວ​ກັບ ລາຍ​ງານ​ທ່ານ ມອ​ລ​ເລີ


ປະ​ທານ​ຄະ​ນະ​ກຳ​ມະ​ການ​ຈັດ​ສັນ​ງົບ​ປະ​ມານ ທ່ານ​ນາງ ນີ​ຕ້າ ໂລ​ວີ, ຊ້າຍ, ນຳ​ໜ້າ​ການ​ສອບ​ຖາມ​ທ່ານ ວິ​ລ​ລຽມ ບາ ຢູ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ຮິ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 9 ເມ​ສາ, 2019
ປະ​ທານ​ຄະ​ນະ​ກຳ​ມະ​ການ​ຈັດ​ສັນ​ງົບ​ປະ​ມານ ທ່ານ​ນາງ ນີ​ຕ້າ ໂລ​ວີ, ຊ້າຍ, ນຳ​ໜ້າ​ການ​ສອບ​ຖາມ​ທ່ານ ວິ​ລ​ລຽມ ບາ ຢູ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ຮິ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 9 ເມ​ສາ, 2019

ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ສະ​ຫະ​ລັດ ທ່ານ ວິ​ລ​ລຽມ​ ບາ ຈະ​ເດີນ​ທາງ​ກັບ​ໄປ​ຫໍ​ລັດ​ຖະ​ສະ​ພາ
ແຄັບປິຕອລ ຮິລ ອີກຄັ້ງນຶ່ງ ເພື່ອໃຫ້ປາກຄຳຕໍ່ບັນດາສະມາຊິກສະພາໃນວັນພຸດມື້ນີ້,
ນຶ່ງວັນຫຼັງຈາກທ່ານໄດ້ປະຕິເສດທີ່ຈະປຶກສາຫາລື ກ່ຽວກັບ ຂໍ້ມູນສະເພາະໃດນຶ່ງ ກ່ຽວ
ກັບ ລາຍງານຂອງໄອຍະການພິເສດທ່ານ ໂຣເບີດ ມອລເລີ ເລື່ອງການສືບສວນສອບ
ສວນ ຣັດເຊຍ, ແຕ່ໄດ້ກ່າວວ່າ ທ່ານຄາດວ່າຈະເປີດເຜີຍລາຍງານສະບັບແກ້ໄຂ ຂອງ
ເອກະສານດັ່ງກ່າວ “ພາຍໃນນຶ່ງອາທິດ.”

ທ່ານ​ມີ​ກຳ​ນົດ​ທີ່​ຈະ​ຂຶ້ນ​ກ່າວ ​ໃນ​ການ​ໃຫ້​ປາກ​ຄຳ ​ຕໍ່​ອະ​ນຸ​ກຳ​ມະ​ການ​ຈັດ​ສັນງົບ​ປະ​ມານ
ຂອງສະພາຕ່ຳ ທີ່ເພັ່ງເລັງໃສ່ງົບປະມານປີ 2020 ສຳລັບກະຊວງຂອງທ່ານ.

ນັ້ນ​ແມ່ນ​ຫົວ​ຂໍ້​ຂອງ​ການໃຫ້​ປາກ​ຄຳ​ຂອງ​ທ່ານ​ໃນ​ວັນ​ອັງ​ຄານ​ວານນີ້ ຕໍ່​ຄະ​ນະ​ກຳ​ມະ​
ການທີ່ມີລະດັບເທົ່າທຽມກັນ ໃນສະພາຕ່ຳ, ແຕ່ເປັນຄັ້ງທຳອິດຂອງທ່ານ ນັບຕັ້ງແຕ່ໄດ້
ອອກບົດສະຫຼຸບ ກ່ຽວກັບ ການພົບເຫັນຂອງໄອຍະການພິເສດ, ທ່ານ ບາ ໄດ້ປະເຊີນ
ກັບການຕ້ອງຕິເພີ້ມຂຶ້ນຈາກພັກເດໂມແຄຣັດ, ຜູ້ທີ່ໄດ້ສະເໜີວ່າ ທ່ານໄດ້ປະຕິບັດໜ້າ
ທີ່ ເພື່ອປົກປ້ອງປະທານາທິບໍດີ ດໍໂນລ ທຣຳ ຈາກການສະຫຼຸບ ທີ່ສົມບູນຂອງການ
ສອບສວນນັ້ນ.

ປະ​ທານ​ຄະ​ນະ​ກຳ​ມະ​ການ​ຈັດ​ສັນ​ງົບ​ປະ​ມານ​ ສະ​ພາ​ຕ່ຳ ທ່າ​ນນາງ ນີ​ຕ້າ ໂລ​ວີ ໄດ້​
ກ່າວວ່າ ບົດສະຫຼຸບຂອງທ່ານ ບາ ປາກົດວ່າຈະ “ສະຫຼຸບດ້ວຍການເຂົ້າຂ້າງທ່ານ
ປະທານາທິບໍດີ ຫຼາຍທີ່ສຸດເທົ່າທີ່ເຮັດໄດ້” ແລະ “ໄດ້ເຮັດໃຫ້ມີຄຳຖາມ ຫຼາຍກວ່າຄຳ
ຕອບ.”

ສະ​ມາ​ຊິກພັກ​ເດ​ໂມ​ແຄ​ຣັດ​ຈາກ​ລັດ ນິວຢອກ ຍັງ​ໄດ້​ກ່າວ​ຕື່ມ​ວ່າ ຈົດ​ໝາຍ​ຂອງ​ລັດ​
ຖະມົນຕີຍຸຕິທຳ “ແມ່ນໜ້າສົງໄສຫຼາຍກວ່າຄວາມໜ້າປະທັບໃຈ” ແລະ ໄດ້ຮຽກຮ້ອງ
ໃຫ້ທ່ານ “ນຳເອົາຄວາມໂປ່ງໃສ ມາສູ່ຂະບວນການນີ້ໄວເທົ່າທີ່ຈະໄວໄດ້.”

ໃນ​ເດືອນ​ແລ້ວນີ້, ສອງວັນຫຼັງ​ຈາກ​ໄດ້​ຮັບ​ລາຍ​ງານ​ຈາກ​ທ່ານ ມອ​ລ​ເລີ ນັ້ນ, ທ່ານ ບາ
ໄດ້ແຈ້ງໃຫ້ບັນດາສະມາຊິກສະພາຊາບວ່າ ທ່ານໄອຍະການພິເສດບໍ່ໄດ້ພົບເຫັນການ
ສົມຮູ້ຮ່ວມຄິດ ລະຫວ່າງ ຄະນະໂຄສະນາຫາສຽງ ຂອງທ່ານ ທຣຳ ກັບ ຣັດເຊຍ ເພື່ອ
ຄອບງຳການເລືອກຕັ້ງປີ 2016, ແຕ່ມີຄວາມເປັນກາງ ກ່ຽວກັບວ່າ ທ່ານປະທານາທິ
ບໍດີ ໄດ້ຂັດຂວາງຂະບວນການຍຸຕິທຳຂອງ ອາເມຣິກາ ຫຼືບໍ່.

ລາຍ​ງານ​ຂ່າວ​ໄດ້​ເວົ້າ​ວ່າ ສະ​ມາ​ຊິກ​ບາງ​ຄົນ​ໃນ​ກຸ່ມ​ຂອງ​ທ່ານ ມອ​ລ​ເລີ ໄດ້​ກ່າວ​ວ່າ ບົດ
ສະຫຼຸບຂອງທ່ານ ບາ ໄດ້ດັດແປງຂໍ້ມູນ ທີ່ສ້າງຄວາມເສຍຫາຍຕໍ່ທ່ານ ທຣຳ.

ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ບໍ່​ໄດ້​ຕອບ​ໂຕ້ ​ຕໍ່​ການ​ກ່າວ​ຫາ​ຂອງ​ທ່ານນາງ ໂລ​ວີ ທີ່​ວ່າ​ທ່ານ​ອາດ
“ເລືອກເອົາ” ແຕ່ຂໍ້ຄວາມໃດນຶ່ງຈາກລາຍງານຂອງທ່ານ ມອລເລີ ເທົ່ານັ້ນ, ຫຼືບໍ່ກໍບໍ່
ໄດ້ພິຈາລະນາ ກ່ຽວກັບ ການຢືນຢັນຂອງທ່ານ ທຣຳ ທີ່ວ່າ ເອກະສານດັ່ງກ່າວ ບໍ່ໄດ້
ເອົາໂທດກັບທ່ານຈາກການກະທຳຜິດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG