ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລມຕ ກະຊວງຍຸຕິທຳ ສຫລ ຄາດກັນວ່າ ຈະປະເຊີນກັບ ການສອບຖາມ ກ່ຽວກັບ ລາຍງານຂອງ ທ. ມັລເລີ


ລັດຖະມົນຕີວ່າການ ກະຊວງຍຸຕິທຳ ທ່ານ ວີລລຽມ ບາຣ ກຳລັງ ຈະເດີນທາງ ອອກໄປຈາກບ້ານຂອງທ່ານ ຫຼັງຈາກ ໄອຍະການພິເສດ ທ່ານໂຣເບີດ ມັລເລີ ບໍ່ໄດ້ພົບເຫັນການສົມຮູ້ຮ່ວມຄິດ ລະຫວ່າງ ຄະນະໂຄສະຫາສຽງຂອງທ່ານທຣຳ ກັບ ຣັດເຊຍ.
ລັດຖະມົນຕີວ່າການ ກະຊວງຍຸຕິທຳ ທ່ານ ວີລລຽມ ບາຣ ກຳລັງ ຈະເດີນທາງ ອອກໄປຈາກບ້ານຂອງທ່ານ ຫຼັງຈາກ ໄອຍະການພິເສດ ທ່ານໂຣເບີດ ມັລເລີ ບໍ່ໄດ້ພົບເຫັນການສົມຮູ້ຮ່ວມຄິດ ລະຫວ່າງ ຄະນະໂຄສະຫາສຽງຂອງທ່ານທຣຳ ກັບ ຣັດເຊຍ.

ລັດຖະມົນຕີວ່າການ ກະຊວງຍຸຕິທຳ ສຫະລັດ ທ່ານວີລລຽມ ບາຣ ຈະໄປປາກົດໂຕ
ຕໍ່ໜ້າ ອະ​ນຸຄະນະກຳມະການຈັດສັນງົບປະມານຂອງສະພາຕ່ຳ ໃນວັນອັງມື້ນີ້ ບ່ອນທີ່
ຄາດກັນວ່າ ທ່ານຈະປະເຊີນໜ້າກັບຄຳຖາມຕ່າງໆ ກ່ຽວກັບລາຍງານຂອງໄອຍະການ
ພິເສດ ທ່ານໂຣເບີດ ມັລເລີ ໃນເລື້ອງການສືບສວນສອບສວນ ກ່ຽວ​ກັບການແຊກແຊງ
ເຂົ້າໃນການເລືອກຕັ້ງ ສະຫະລັດ ປີ 2016 ຂອງ ຣັດເຊຍ ນັ້ນ.

ລາຍງານຂອງ ທ່ານມັລເລີ ນັ້ນ ກໍບໍ່ແມ່ນວັດຖຸປະສົງຂອງກອງປະຊຸມ ແລະໃນການກຽມ
ຖະແຫລງການ ທີ່ໄດ້ຖືກເປີດເຜີຍ ກ່ອນໜ້າກອງປະຊຸມຂອງທ່ານບາຣ ກໍບໍ່ໄດ້ເອີ່ຍເຖິງ
ການສອບສວນ ແຕ່ຢ່າງໃດ.

ຫາກແຕ່ ຫົວຂໍ້ຂອງການໄປມີໜ້າຂອງທ່ານ ແມ່ນເລື້ອງການສະເໜີ ຂໍງົບປະມານໃຫ້
ແກ່ ກະຊວງຍຸຕິິທຳ ສຳລັບສົກປີ 2020 ຂອງລັດຖະບານ ທ່ານທຣຳ ທີ່ຈະເລີ້ມນຳໃຊ້
ໃນເດືອນຕຸລາ ປີນີ້.

ທ່ານບາຣ ໄດ້ກ່າວ​ຢ້ຳເຖິງຄວາມພະຍາຍາມ ຂອງກະຊວງຍຸຕິທຳ ທີ່ຈະປົກປ້ອງ
ການເລືອກຕັ້ງ ໃນອະນາຄົດ ຈາກການແຊກແຊງຂອງຕ່າງປະເທດ ໂດຍກ່າວວ່າ
ການຮັກສາຄວາມປອດໄພ ໃນການເລືອກຕັ້ງ ແມ່ນເປັນເລື້ອງສຳຄັນສຳລັບອົງການນີ້.

ທ່ານໄດ້ກ່າວໃນຖະແຫລງການດັ່ງກ່າວ ວ່າ “ຂ້າພະເຈົ້າເຊື່ອວ່າ ປະເທດຂອງພວກ
ເຮົາ ຕ້ອງຕອບໂຕ້ຕໍ່ການແຊກແຊງໃດໆ ຈາກຕ່າງປະເທດ ດ້ວຍມາດຕະການ ທີ່
ໜັກແໜ້ນທີ່ສຸດ ແລະພວກເຮົາຕ້ອງຮ່ວມມືກັບຄູ່ຮ່ວມງານ ໃນຂັ້ນລັດ ເພື່ອ ຮັບປະ
ກັນວ່າ ລະບົບໂຄງລ່າງພື້ນຖານ ການເລືອກຕັ້ງຂອງພວກເຮົາ ແມ່ນໄດ້ ຮັບການປົກ
ປ້ອງ ຢ່າງຮອບດ້ານ.”

ໂຄງການລິເລີ້ມອື່ນໆ ໃນດ້ານການຮັກສາຄວາມປອດໄພແຫ່ງຊາດ ໃນງົບປະມານ ປີ
2020 ທີ່ຮຽກຮ້ອງມານັ້ນ ປະກອບດ້ວຍ ຄວາມພະຍາຍາມໃນການຕໍ່ຕ້ານການກໍ່
ການຮ້າຍ ແລະການຕໍ່ສູ້ກັບການໂຈມຕີທາງໄຊເບີ ເປັນຕົ້ນ. ຖະແຫລງການຂອງທ່ານ
ບາຣ ໄດ້ເອີ່ຍເຖິງທຶນຈຳນວນ 16 ລ້ານໂດລາ ເພື່ອໃຊ້ໃນໂຄງການກວດສອບ ສຳລັບ
ພວກຜູ້ທີ່ປະສົງຈະເຂົ້າມາ ຫຼືຢູ່ຕໍ່ໃນສະຫະລັດ ຊຶ່ງເປັນສິ່ງທີ່ທ່ານກ່າວວ່າ ຈະຊ່ອຍໃຫ້
ລັດຖະບານ “ລະບຸໂຕພວກກໍ່ການຮ້າຍ ພວກອາຊະຍາກອນ ແລະພວກຄົນຊົ່ວ
ຮ້າຍຕ່າງໆ.”

ການບັງຄັບໃຊ້ກົດໝາຍຄົນເຂົ້າເມືອງ ກໍເປັນເລື້ອງຫຼັກ ອີກອັນນຶ່ງ ຂອງການສະເໜີ
ຂໍງົບປະມານຂອງກະຊວງດັ່ງກ່າວ.

ທ່ານບາຣ ກ່າວອີກວ່າ “ດັ່ງທີ່ຂ້າພະເຈົ້າໄດ້ກ່າວໄປກ່ອນໜ້ານີ້ ເພື່ອທີີ່ຈະຮັບປະກັນ
ໄດ້ວ່າ ລະບົບຄົນເຂົ້າເມືອງຂອງພວກເຮົາ ຈະທຳງານໄດ້ຢ່າງຖືກຕ້ອງ ນັ້ນ ພວກເຮົາ
ຕ້ອງຮັກສາຄວາມປອດໄພຢູ່ຊາຍແດນທົ່ວປະເທດຂອງພວກເຮົາ ແລະ ພວກເຮົາ
ຕ້ອງຮັບປະກັນວ່າ ກົດໝາຍຂອງພວກເຮົາ ອຳນວຍໃຫ້ພວກເຮົາ ດຳເນີນການ
ຄວບຄຸບໂຕ ແລະເນລະເທດ ພວກຜູ້ທີ່ລະເມີດກົດໝາຍຄົນເຂົ້າເມືອງຂອງ
ພວກເຮົາ.”

ງົບປະມານທີ່ຮຽກຮ້ອງ ແມ່ນ​ຮວມ​ທັງ 72 ລ້ານໂດລາ ສຳລັບເພີ້ມການຮັກສາຄວາມ
ປອດໄພ ຢູ່ຊາຍແດນ ແລະກິດຈະການຕ່າງໆ ໃນການບັງຄັບໃຊ້ກົດໝາຍ. ຖ້າຫາກ
ລັດຖະສະພາເຫັນພ້ອມ ກໍຈະມີຜູ້ພິພາກສາດ້ານຄົນເຂົ້າເມືອງເພີ້ມຕື່ມ ອີກ 100 ຄົນ
ຊຶ່ງທ່ານລັດຖະມົນຕີ ກະຊວງຍຸຕິທຳ ກ່າວວ່າ ມີຄວາມຈຳເປັນ ເພື່ອຈະຊ່ອຍແກ້ໄຂ
ບັນຫາການສະສົມ ຂອງກໍລະນີຂໍລີ້ໄພ ປະມານ 820,000 ຄະດີ ທີ່ຢູ່ລະຫວ່າງການພິ
​ຈາ​ລະ​ນາ ໃນທົ່ວປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG